5 ອາຫານເຊົ້າທີ່ຄວນກິນ ເພາະດີກັບກະເພາະ

70

ອາຫານເຊົ້າ ມື້ສຳຄັນຂອງໄລຍະນອນກາງຄືນເປັນເວລາຍາວນານທີ່ຄົນເຮົາບໍ່ໄດ້ກິນອາຫານ. ແຕ່ລະບົບຕ່າງໆໃນຮ່າງກາຍຍັງເຮັດວຽກປົກກະຕິຕະຫຼອດເວລາໂດຍການໃຊ້ພະລັງງານຈາກໄກຼໂຄເຈນທີ່ເກັບສະສົມຈາກການກິນອາຫານໃນໄລຍະຕອນກາງເວັນ.

ດັ່ງນັ້ນເມື່ອຕື່ນນອນມາ ລະດັບນໍ້າຕານ ແລະ ໄກຼໂຄເຈນ ຈຶ່ງຖືກໃຊ້ໄປເກືອບໝົດ, ອາຫານເຊົ້າຈຶ່ງຈຳເປັນຕໍ່ຮ່າງກາຍຢ່າງຍິ່ງ ເພື່ອກຽມຄວາມພ້ອມພະລັງງານໃຫ້ເຮົານຳໄປໃຊ້ໄດ້ຕະຫຼອດໝົດມື້.

ການອົດອາຫານເຊົ້າຈະເຮັດໃຫ້ປະສິດທິພາບໃນການເຮັດວຽກຂອງຮ່າງກາຍ ແລະ ສະໝອງຫຼຸດລົງ ແລະ ເກີດຄວາມບໍ່ສົມດຸນຂອງຮໍໂມນຕ່າງໆ ເຊັ່ນ: ຮໍໂມນ… ນໍາໄປສູ່ການສູນເສຍ ກ້າມຊີ້ນເພື່ອນໍາໄປໃຊ້ເປັນພະລັງງານແທນ.
ມື້ນີ້ຈະມາແນະນໍາ 5 ອາຫາທີ່ຄວນກິນຕອນເຊົ້າ ດີຕໍ່ກະເພາະຂອງເຮົາ ຄື:
1. ໂຢເກິດທໍາມະຊາດ

2. ໄຂ່

3. ເອິກໄກ່

4. ນໍ້າເຕົ້າຮູ້

5. ໝາກກ້ວຍ

ອາຫານເຊົ້າຖືເປັນຄາບເຂົ້າທີ່ສໍາຄັນ ແນະນໍາໃຫ້ທຸກຄົນກິນເດີ ຈະໄດ້ສຸຂະພາບແຂງແຮງ ແລະ ກິນອາຫານທີ່ມີປະໂຫຍດ ສະນັ້ນ, ເມື່ອອ່ານຈົບແລ້ວຢ່າລືມແບ່ງປັນໃຫ້ຄົນທີ່ເຈົ້າຮັກນໍາເດີ.
( ແຫຼ່ງຂໍ້ມູນໄດ້ມາຈາກ: https://bit.ly/3AkEXjP, ຫມໍອຸWealthylife)
[ ຮຽບຮຽງ: ເມລີ/ຮູບ: Google ]