5 ອາຫານທີ່ບໍ່ຄວນກິນ ເມື່ອເປັນພະຍາດກະເພາະ

85

ພະຍາດກະເພາະ ເປັນພະຍາດທີ່ເກີດຂຶ້ນກັບລະບົບທາງເດີນອາຫານ. ເກີດຈາກພຶດຕິກຳການກິນອາຫານທີ່ບໍ່ຖືກຕ້ອງ ໂດຍສ່ວນຫຼາຍແລ້ວຈະມີອາການເຈັບ, ສຽບຈຸກ, ເຈັບທ້ອງກ່ອນ ແລະ ຫຼັງກິນອາຫານ ຫຼື ເວລາທີ່ທ້ອງວ່າງ.

ມື້ນີ້ມີ 5 ອາຫານທີ່ບໍ່ຄວນກິນ ເມື່ອເປັນພະຍາດກະເພາະ ມາຝາກທຸກຄົນ ເຊິ່ງຈະມີຫຍັງແດ່ນັ້ນເຮົາໄປເບິ່ງນຳກັນເລີຍ:
1. ອາຫານລົດຊາດຈັດ
2. ຊາ, ກາເຟ, ນໍ້າອັດລົມ ເຄື່ອງດື່ມເອວກໍຮໍ
3. ອາຫານໄຂມັນສູງ, ຂອງມັນ, ຂອງຈືນ

4. ອາຫານໝັກ, ອາຫານດອງ

5. ນົມ ຜະລິດຕະພັນທີ່ເຮັດຈາກນົມ
ພະຍາດກະເພາະ ສ່ວນຫຼາຍຈະເກີດຈາກພຶດຕິກໍາການກິນ ບໍ່ວ່າຈະເປັນການກິນເຂົ້າບໍ່ກົງເວລາ, ກິນອາຫານຕ່າງໆທີ່ລົດຊາດຈັດ ຫາກຮູ້ແລ້ວວ່າອາຫານໃດມີຜົນຕໍ່ກະເພາະ ກໍຄວນຫຼຸດປະລິມານລົງ ຫຼື ກິນສິ່ງທີ່ມີປະໂຫຍດກວ່າ ຈະໄດ້ກະເພາະລໍາໄສ້ດີເດີ.
ສະນັ້ນ, ເມື່ອອ່ານຈົບແລ້ວຢ່າລືມແບ່ງປັນໃຫ້ຄົນທີ່ເຈົ້າຮັກນໍາເດີ.
( ແຫຼ່ງຂໍ້ມູນໄດ້ມາຈາກ: https://bit.ly/3THhKyT, ໝໍອຸ> )
[ ຮຽງຮຽງ: ເມລີ/ຮູບ: Google ]