ສປປ ລາວ ສະຫຼອງການເຂົ້າເປັນສະມາຊິກ APO ພ້ອມຈັດງານວາງສະແດງນະວັດຕະກຳ ເພື່ອຄຸນນະພາບທີ່ສູງຂຶ້ນ

105

ເພື່ອເປັນການຍົກສູງຄວາມສໍາຄັນຂອງອົງການຜະລິດຕະພາບແຫ່ງ ສປປ ລາວ ແລະ ວຽກງານຜະລິດຕະພາບເພື່ອການພັດທະນາເສດຖະກິດສັງຄົມ, ເພີ່ມທະວີການຜະລິດເປັນສິນຄ້າ, ການຄ້າ ແລະ ການບໍລິການ ທັງເປັນການສ້າງປະຖົມປັດໄຈໃຫ້ຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ປະກອບສ່ວນໃນການພັດທະນາເສດດຖະກິດແຫ່ງຊາດ.

ກົມສົ່ງເສີມວິສະຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ຈັດງານສະເຫຼີມສະຫຼອງ ສປປ ລາວ ເຂົ້າເປັນສະມາຊິກອົງການຜະລິດຕະພາບແຫ່ງອາຊີ (APO) ຄົບຮອບ 20 ປີ ຄຽງຄູ່ກັບງານວາງສະແດງນະວັດຕະກຳເພື່ອຄຸນນະພາບທີ່ສູງຂຶ້ນ ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 24 ຫາ 26 ພະຈິກ 2022 ໃຫ້ກຽດເຂົ້າຮ່ວມເປີດງານໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ Dr. Indra Pradana Singawinata ເລຂາທິການໃຫຍ່ອົງການຜະລິດຕະພາບແຫ່ງອາຊີ ປະຈຳຢູ່ປະເທດຍີ່ປຸ່ນ (ເຂົ້າຮ່ວມຜ່ານທາງອອນລາຍ), ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຜູ້ຊີ້ນຳວຽກ ອົງການຜະລິດຕະພາບແຫ່ງຊາດ, ທ່ານ ອຸເດດ ສຸວັນນະວົງປະທານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ; ມີບັນດາຫົວໜ້າ-ຮອງຫົວໜ້າກົມ, ຂະແໜງການທີ່ກ່ຽວຂ້ອງ ພ້ອມທັງບັນດາຫົວໜ່ວຍທຸລະກິດເຂົ້າຮ່ວມ.

ໃນພິທີ, ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວວ່າ: ອົງການຜະລິດຕະພາບແຫ່ງອາຊີ (Asian Productivity Organization ຫຼື ເອີ້ນຫຍໍ້ APO) ແມ່ນອົງການຈັດຕັ້ງລະຫວ່າງລັດຖະບານ ໃນພາກພື້ນອາຊີ ແລະ ປາຊີຟິກ, ເປັນອົງການທີ່ບໍ່ເຄື່ອນໄຫວທາງດ້ານການເມືອງ, ບໍ່ສະແຫວງຫາຜົນກຳໄລ ແລະ ປະຕິບັດຕາມຫຼັກການສະເໝີພາບ, ມີພາລະບົດບາດໃນການສົ່ງເສີມການເພີ່ມຜະລິດຕະພາບ ໃນຂົງເຂດພາກລັດ ແລະ ພາກທຸລະກິດ, ລວມທັງ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ດ້ວຍການສົ່ງເສີມການນໍາໃຊ້ວິທີວິທະຍາ ແລະ ເຄື່ອງມືເພີ່ມຜະລິດຕະພາບເພື່ອປັບປຸງລະບົບການບໍລິຫານ ແລະ ຂະບວນການຜະລິດໃຫ້ມີຄວາມຄ່ອງຕົວແນໃສ່ຫຼຸດຜ່ອນຕົ້ນທຶນ ແລະ ເພີ່ມຄວາມສາມາດໃນການແຂ່ງຂັນ.

ສຳລັບ ສປປ ລາວ ໄດ້ເຂົ້າເປັນສະມາຊິກ APO ອັນດັບທີ 19 ໃນວັນທີ 18 ມິຖຸນາ 2002 ຕາມການຕົກລົງເຫັນດີໃນກອງປະຊຸມຄະນະກຳມະການບໍລິຫານຂອງ APO (APO Governing) ທີ່ຈັດຂຶ້ນຢູ່ປະເທດອິນໂດເນເຊຍ ແລະ ລັດຖະບານໄດ້ມອບໝາຍໃຫ້ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ເປັນຈຸດປະສານງານກັບ APO ແລະ ເປັນອົງການຜະລິດຕະພາບແຫ່ງຊາດລາວ. ນອກຈາກນັ້ນ ທ່ານລັດຖະມົນຕີ ຍັງໄດ້ເນັ້ນໃຫ້ອົງການຜະລິດຕະພາບແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ສາມາດບັນລຸຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້ ພ້ອມທັງຍົກລະດັບຜະລິດຕະພາບແຮງງານໃຫ້ໃກ້ຄຽງ ຫຼື ເທົ່າທຽມບັນດາປະເທດອາຊຽນ ແລະ ປະເທດສະມາຊິກ APO.