ວຽງຈັນ ໂລຊິດສະຕິກ ພາກ ທຸມງົບກວ່າ 547 ລ້ານໂດລາ ສ້າງເຂດໂລຊິດສະຕິກ ເນື້ອທີ່ກວ່າ 327 ເຮັກຕາ

468

ບໍລິສັດວຽງຈັນ ໂລຊິດສະຕິກ ພາກ ຈຳກັດ ໄດ້ທຸມງົບກວ່າ 547 ລ້ານໂດລາສະຫະລັດ ສ້າງ ເຂດໂລຊິດສະຕິກ ຂອງໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ເນື້ອທີ່ກວ່າ 327 ເຮັກຕາ.

ພິທີວາງສີລາລຶກສ້າງເຂດໂລຊິດສະຕິກ ຂອງໂຄງການ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ໄດ້ມີຂຶ້ນໃນວັນທີຕອນເຊົ້າ 25 ພະຈິກ 2022 ທີ່ບ້ານດົງໂພສີ, ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຂົ້າຮ່ວມໂດຍ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດວຽງຈັນ ໂລຊິດສະຕິກ ພາກ ຈຳກັດ ພ້ອມດ້ວຍແຂກທັງພາກລັດ ແລະ ທຸລະກິດເຂົ້າຮ່ວມ.

ທ່ານ ຈັນທອນ ສິດທິໄຊ ກ່າວວ່າ: ການພັດທະນາ ໂຄງການ ທ່າບົກທ່ານາແລ້ງ ແລະເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນແຫ່ງນີ້ ມີຈຸດປະສົງ ແລະ ເນື້ອແທ້ຈິດໃຈແມ່ນ ການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ ກໍຄືແຜນຍຸດທະສາດດ້ານໂລຊິດສະຕິກຂອງລັດຖະບານ ຂອງພັກ-ລັດຖະບານ ໃນການຫັນ ສປປ ລາວ ຈາກບໍ່ມີຊາຍແດນຕິດຈອດກັບທະເລ ໃຫ້ກາຍເປັນປະເທດເຊື່ອມຈອດ ເຊື່ອມໂຍງດ້ານການຄ້າການຂົນສົ່ງ ຂອງພາກພື້ນ ແລະ ສາກົນ ໃຫ້ປະກົດຜົນເປັນຈິງ ເຊິ່ງໜຶ່ງໃນ ອົງປະກອບສຳຄັນທີ່ສຳຄັນຂອງໂຄງການ ກໍຄືດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ນັ້ນ, ຜ່ານມາ ບໍລິສັດ ພວກຂ້າພະເຈົ້າ ພາຍໃຕ້ການຊີ້ນໍາ-ນໍາພາ ແລະ ສະໜັບສະໜູນ ຈາກພັກ ແລະ ລັດຖະບານ ແມ່ນໄດ້ເອົາໃຈໃສ່ພັດທະນາ, ສຳເລັດການກໍ່ສ້າງ ແລະ ເປີດໃຫ້ບໍລິການນຳໃຊ້ ເພື່ອສ້າງຜົນປະໂຫຍດລວມໃຫ້ປະເທດຊາດ.

ພ້ອມນີ້, ທ່ານໃຫ້ຮູ້ຕື່ມວ່າ: ອົງປະກອບທີ່ສຳຄັນຂອງໂຄງການທີ່ຄຽງຄູ່ກັບ ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງນັ້ນ ກໍຄືເຂດໂລຊິດສະຕິກຄົບວົງຈອນ ທີ່ໄດ້ມີພິທີວາງສິລາລຶກການກໍ່ສ້າງໃນມື້ນີ້ ແມ່ນມີເນື້ອທີ່ທັງໝົດ 327 ເຮັກຕານັບຈາກສະຖານີໄຟຟ້າດົງໂພສີ ລຽບຕາມເສັ້ນທາງ ດົງໂພສີ-ຊຽງດາ ຈົນເຖິງທາງຕັດໃໝ່ ນາຄວາຍໃຕ້ ເຊິ່ງແປງອອກເປັນ 7 ເຂດຫຼັກຄື: 1) ເຂດກັກກັນພືດ ກັກກັນສັດ 10 ເຮັກຕາ, 2) ເຂດສາງນໍ້າມັນ 6 ເຮັກຕາ, 3) ເຂດຜະລິດ ແລະ ປຸງແຕ່ງສິນຄ້າເພື່ອສົ່ງອອກ 146 ເຮັກຕາ, ເຂດໂລຊິດສະຕິກພາກ 44 ເຮັກຕາ, 5) ເຂດພື້ນທີ່ການຄ້າເສລີ 45 ເຮັກຕາ, 6) ເຂດເຕັກໂນໂລຊີ ແລະ ເຂດຮາລານຮັບ 49 ເຮັກຕາ, 7 ເຂດພື້ນທີ່ບໍ່ຫານ ແລະ ຫ້ອງການ 27 ເຮັກຕາ ເຊິ່ງເຂດໂລຊິດສະຕິກຄົບວົງຈອນນີ້ ແມ່ນຄາດວ່າຈະໄດ້ລົງທຶນ 547 ລ້ານໂດລາສະຫະລັດ ເຊິ່ງທັງໝົດນີ້ແມ່ນການລົງທຶນຂອງເອກະຊົນລາວ 100% ແລະ ຄາດຄະເນຈະສຳເລັດການກໍ່ສ້າງ ແລະ ເປີດໃຫ້ບໍລິການຢ່າງເຕັມຮູບແບບ ໃນອີກ 2-3 ປີຂ້າງໜ້າ.

ທັງນີ້, ຈຸດປະສົງເໃນການພັດທະນາເຂດໂລຊິດສະຕິກຄົບວົງຈອນນີ້ ແມ່ນເພື່ອປະກອບສ່ວນຍົກລະດັບເຂດການຄ້າ ແລະ ອຸດສາຫະກໍາຂອງປະເທດ ໃຫ້ສາມາດແຂ່ງກັນໄດ້ກັບສາກົນ ໂດຍການຫຼຸດຕົ້ນທຶນ ແລະ ໄລຍະເວລາໃນການຜະລິດ ແລະ ຂົນສົ່ງ ອີກທັງຍັງມີບັນສິດທິພິເສດດ້ານການຄ້າ ແລະ ດ້ານພາສີຕ່າງໆ, ເພື່ອສົ່ງເສີມ ແລະ ດຶງດູດການລົງທຶນ ຈາກຜູ້ປະກອບທຸລະກິດທຸກຂະໜາດ ຈາກທັງພາຍໃນ ແລະ ຕ່າງປະເທດ ແນໃສ່ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ໃຫ້ນັບມື້ນັບຂະຫຍາຍຕົວ.

ທ່ານ ວຽງສະຫວັດ ສີພັນດອນ ກ່າວວ່າ: ຂ້ພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ມີໂອກາດ ຕາງໜ້າໃຫ້ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ລັດຖະບານລາວ ເຂົ້າຮ່ວມໃນພິາທີວາງສີລາລຶກ ການກໍ່ສ້າງເຂດໂລຊິດສະຕິກພາກ ຂອງໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ເຊິ່ງເປັນໂຄງການທີ່ມີຄວາມໝາຍສຳຄັນຂອງ ສປປ ລາວ ໂດຍຜັນຂະຫຍາຍ ແນວທາງນະໂຍບາຍ ແລະ ວິໄສທັດ ຂອງພັກ-ລັດ ວ່າດ້ວຍການພັດທະນາດ້ານໂລຈິສສະຕິກ, ນຳໃຊ້ຄວາມເໝາະສົມທີ່ຕັ້ງຍຸດທະສາດ ໃນການຫັນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມຈອດ ແລະ ເຊື່ອມໂຍງ ໃນການບໍລິການຂົນສົ່ງສິນຄ້າຂອງອານຸພາກພື້ນ ແລະ ສາກົນ ໃຫ້ປະກົດຜົນເປັນຈິງ.