LAOSME ຈັດງານລ້ຽງພົບປະສັງສັນ, ແລກປ່ຽນບົດຮຽນສ້າງເຄືອຄ່າຍທຸລະກິດ ປະຈໍາປີ 2022

83

ເພື່ອເປັນການເປີດໂອກາດ ແລະ ສົ່ງເສີ່ມຜູ້ປະກອບກິດຈະການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງລາວ (LAOSME) ໃຫ້ມີການແລກປ່ຽນຄວາມຮູ້ຄວາມຮູ້, ປະສົບການໃນການດຳເນີນທຸລະກິດ ໃນທ່າມກາງເສດຖະກິດທີ່ມີຄວາມຫຍຸ້ງຍາກ ແລະ ທ້າທາຍຫຼາຍດ້ານ. ດັ່ງນັ້ນ ສະມາຄົມສົ່ງເສີມຜູ້ປະກອບກິດຈະການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງລາວ (LAOSME Association) ໄດ້ຈັດງານລ້ຽງສັງສັນການສ້າງເຄືອຄ່າຍທຸລະກິດປະຈໍາປີ 2022 (LAOSME Annual Business Networking Party 2022) ຂຶ້ນ ໃນຕອນແລງ ວັນສຸກ ທີ 25 ພະຈິກ ຢູ່ຊັ້ນທີ 25 ໂຮງແຮມເມືອງແທ່ງ ນະຄອນຫຼວງວຽງຈັນ.

ງານດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ), ທ່ານ ບຸນເພັງ ສີບຸນເຮືອງ ຫົວໜ້າກົມສົ່ງເສີມ ວິສະຫະກິດ ຂະໜາດນ້ອຍ ແລະ ກາງ, ທ່ານ ລິດທິໄກ ພູມມມະສັກ ປະທານສະມາຄົມ LAOSME, ມີບັນດາຄະນະບໍລິຫານຂອງສະມາຄົມ, ບັນດາຜູ້ບໍລິຫານອາວຸໂສຂອງ ບໍລິສັດຊັ້ນນໍາຂອງ ສປປ ລາວ, ບັນດາສໍາມະຊິກຂອງ ສະມາຄົມ LAOSME ແລະ ເຈົ້າຂອງທຸລະກິດຕ່າງໆໄດ້ເຂົ້າຮ່ວມງານຫຼາຍກວ່າ 100 ຄົນ.

ຈຸດປະສົງ ແລະ ເປົ້າໝາຍຫຼັກໃນການຈັດງານລ້ຽງ ໃນຫົວຂໍ້ Theme: 2 the moon (ກ້າວໄປສູ່ຈຸດສູງສຸດ) ເພື່ອສ້າງວັດທະນະທໍາທີ່ແຂງແກ່ນຂອງສະມາຄົມໃນການສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ກໍຄື 1 ປີ ຈັດງານລ້ຽງໃຫຍ່ປະຈໍາປີໜຶ່ງຄັ້ງ ເວົ້າລວມ, ເວົ້າສະເພາະກໍເພື່ອເປັນການເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ຄວາມຮັກແພງ ແລະ ສະໜິດສະໜົມ, ເປັນການເປີດໂອກາດໃຫ້ບັນດາຜູ້ປະກອບການ, ນັກທຸລະກິດ, ເຈົ້າຂອງທຸລະກິດ ແລະ ລະດັບຜູ້ບໍລິຫານຕ່າງໆທີ່ເປັນສະມາຊິກ ແລະ ແຂກພາຍນອກໄດ້ມີໂອກາດມາແລກປ່ຽນປະສົບປະການໃນການດໍາເນີນທຸລະກິດ ແລະ ວິຖີການໃຊ້ຊີວິດຮ່ວມກັນ.

ທ່ານ ລິດທິໄກ ພູມມະສັກ ປະທານສະມາຄົມ LAOSME ໄດ້ກ່າວບາງຕອນວ່າ: ບັນດາທຸລະກິດ MSME ກວມເອົາ 99,8% ຂອງຫົວໜ່ວຍວິສາຫະກິດທັງໝົດທົ່ວປະເທດລາວ ເຊິ່ງນີ້ແມ່ນຄວາມພາກພູມໃຈສູງສຸດຂອງພວກເຮົາ, ສະມາຄົມພວກເຮົາມີຜົນງານທີ່ພົ້ນເດັ່ນຫຼາຍຢ່າງ ໂດຍສະເພາະແມ່ນ ການຮ່ວມມືກັບກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນການຫັນຂະແໜງການທ່ອງທ່ຽວໄປສູ່ດິຈີຕອນ ພາຍໃຕ້ໂຄງການ ແປດບຸກຄິງ (8 Booking.biz), ສາມາດເວົ້າໄດ້ວ່າ ການຫັນເປັນດິຈີຕອລເປັນເສັ້ນທາງດຽວທີ່ຈະເຮັດໃຫ້ທຸລະກິດຢູ່ລອດ ແລະ ເຕີບໃຫຍ່, ເຖິງວ່າຈະມີສິ່ງທ້າທາຍຫຼາຍຢ່າງກໍຕາມ, ຂໍພຽງແຕ່ພວກເຮົາມີຄວາມມຸ່ງໝັ້ນ, ສັດທາ ແລະ ເຊື່ອໝັ້ນຕໍ່ຕົນເອງ, ທຸກຢ່າງມີຄວາມອາດສາມາດເປັນໄປໄດ້.

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສະຫະກໍາ ແລະ ການຄ້າ ໄດ້ກ່າວຊົມເຊີນຕໍ່ການຮ່ວມແຮງຮ່ວມໃຈຂອງຄະນະບໍລິຫານງານຂອງ ສະມາຄົມ LAOSME ແລະ ສະມາຊິກທີ່ສາມາດຈັດງານອັນພິເສດ, ມີຄວາມໝາຍຕໍ່ບັນດາທຸລະກິດຂອງ ສປປ ລາວ ເນື່ອງຈາກມີນັກທຸລະກິດ, ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດມາເຂົ້າຮ່ວມງານຄັ້ງນີ້ ໂດຍສະເພາະບັນດາວິສະຫະກິດຂະໜາດນ້ອຍ ແລະ ກາງຂອງລາວ ທີ່ຈະໄດ້ພົບປະແລກປ່ຽນບົດຮຽນ-ປະສົບການໃນການດຳເນີນທຸລະກິດ ໃນຍຸກເສດຖະກິດໃນທົ່ວໂລກ ເວົ້າລວມເວົ້າສະເພາະພາຍໃນປະເທດ ທີ່ຍັງມີຄວາມຫຍຸ້ງຍາກ, ທ້າທາຍແບບນີ້ ເຊິ່ງການພົບປະຂອງຜູ້ປະກອບການຄັ້ງນີ້ ຈະເປັນການຊ່ວຍເຫຼືອບັນດາວິສະຫະກິດ SME ໃນການຫາທາງອອກໃນການແກ້ໄຂບັນຫາ, ຂໍ້ຫຍຸ້ງຍາກພາຍໃນທຸລະກິດ ອາດຈະເປັນຂໍ້ມູນເພື່ອຊ່ວຍວາງແຜນໃນການດຳເນີນທຸລະກິດຂອງຕົນໃນຕໍ່ໜ້າໄດ້.

ທ່ານ ຫັດສະຫວັນ ແຮມະນີ (ຄູເຊັ່ງ) ຄະນະບໍລິຫານຂອງສະມາຄົມ LAOSME ໃຫ້ສໍາພາດວ່າ: ງານລ້ຽງນີ້ ເປັນຄວາມພາກພູມໃຈສູງສຸດຂອງພວກເຮົາ ສະມາຄົມ LAOSME ແລະ ອາດເວົ້າໄດ້ວ່າເປັນຄວາມພາກພູມໃຈຂອງບັນດາຫົວໜ່ວຍທຸລະກິດ MSME ຢູ່ໃນ ສປປ ລາວ, ງານລ້ຽງນີ້ຈັດຂຶ້ນໂດຍລິເລີ່ມຈາກຫົວຄິດປະດິດສ້າງ ແລະ ການຕັດສິນໃຈຂອງ ປະທານ ສະມາຄົມ LAOSME ເຊິ່ງແຕ່ເດືອນກັນຍາທີ່ຜ່ານມາ ພວກເຮົາເຮັດວຽກຢ່າງໜັກທຸກມື້ໆ ເພື່ອໃຫ້ງານນີ້ເກີດໄດ້ ແລະ ແນ່ນອນງານນີ້ ກໍບໍ່ອາດເກີດຂຶ້ນໄດ້ຖ້າບໍ່ໄດ້ຮັບການຮ່ວມມືຈາກບັນດາຄະນະບໍລິຫານຂອງສະມາຄົມ, ບັນດາຜູ້ໃຫ້ການສະໜັບສະໜູນຫຼັກ ແລະ ຜູ້ໃຫ້ການສະໜັບສະໜູນທົ່ວໄປ.

ນອກຈາກນີ້, ໃນງານຍັງມີຜູ້ບໍລິຫານອາວຸໂສຈາກບໍລິສັດ ເບສເທລະຄົມ (Best Telecom Laos), ບໍລິສັດ ຈາກົວ ແລນໂລເວີລາວ (Jaguar Land Rover Lao), ຮ້ານ ຄໍາພູວົງ ໄດ້ນໍາສະເໜີວິໄສທັດ ແລະ ກົນລະຍຸດທາງທຸລະກິດຂອງປີ 2023 ພ້ອມນໍາສະເໜີການຊ່ວຍເຫຼືອບັນດາຜູ້ປະກອບກິດຈະການ SME ທີ່ຈະປະເຊີນໜ້າກັບສິ່ງທ້າທາຍຫຼາຍດ້ານໃນປີໜ້າ ແລະ ງານລ້ຽງຄັ້ງນີ້ ຍັງໄດ້ນໍາສະເໜີຜູ້ປະກອບການສ້າງແຮງບັນດານໃຈຜູ້ທີ່ມີຜົນງານພົ້ນເດັ່ນຂອງສະມາຄົມ LAOSME ກໍຄືທາງຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ ອີລີດທຣີ ກຣຸບ (Elitry Group) ໄດ້ສະແດງວິໄສທັດ ແລະ ພາລະກິດທີ່ຍິ່ງໃຫຍ່ໂດຍການຫັນເອົາຜະລິດຕະພັນສິນຄ້າຂອງລາວທີ່ມີຄຸນະພາບສູງຈາກປະເທດລາວອອກສູ່ສາກົນ ດ້ວຍຄໍາຂວັນທີ່ວ່າ: ຈາກລາວສູ່ສາກົນ (From Laos to Global).