ຍ່ຽວດຸ ອາດສ່ຽງບັນຫາ ເລື່ອງສຸຂະພາບ ບໍ່ຄວນເບິ່ງຂ້າມ

95

ອາການຍ່ຽວ ຫຼື ຖ່າຍເບົາດຸ ສັງເກດງ່າຍໆ ໂດຍປົກກະຕິພາຍໃນ 24 ຊົ່ວໂມງ ເຮົາຍ່ຽວສະເລ່ຍ 6 – 8 ເທື່ອຕໍ່ມື້ ແຕ່ຖ້າຫາກຫຼາຍກວ່ານີ້ ນອກຈາກການດື່ມນໍ້າຫຼາຍ ນັ້ນອາດເປັນບັນຫາສຸຂະພາບບາງຢ່າງທີ່ບໍ່ຄວນເບິ່ງຂ້າມ.
ຍ່ຽວດຸ ເກີດຂຶ້ນໄດ້ຫຼາຍສາເຫດ ບາງເຫດຜົນບໍ່ຮຸນແຮງ ແຕ່ບາງສາເຫດອາດຈະຮຸນແຮງ ຄວນພົບແພດ ແລະ ປຶກສາແພດສະເພາະທາງ ເພື່ອຫາສາເຫດ ເພື່ອບໍ່ໃຫ້ອາການຮຸນແຮງຫຼາຍກວ່າເກົ່າ ໂດຍສາເຫດເຫຼົ່ານີ້ທີ່ພາໃຫ້ທ່ານຍ່ຽວດຸ:
1. ດື່ມນໍ້າຫຼາຍເກີນໄປ ການດື່ມນໍ້າ 4 – 5 ລິດຕໍ່ມື້ ຈະເຮັດໃຫ້ເຮົາຍ່ຽວດຸຂຶ້ນ ເພາະຮ່າງກາຍຈະຂັບນໍາອອກທາງໄຕໃນປະລິມານທີ່ຫຼາຍຂຶ້ນ, ນອກຈາກນີ້ອາດສົ່ງຜົນໃຫ້ປະລິມານເກືອໃນຮ່າງກາຍຫຼຸດລົງ.

2. ກະເພາະປັດສະວະບີບໂຕໄວເກີນໄປ ຈະເຮັດໃຫ້ເຮົາຮູ້ສຶກປວດຍ່ຽວດຸ ເຖິງວ່າຈະມີນໍ້າຍ່ຽວໃນກະເພາະປັດສະວະໜ້ອຍກໍຕາມ.
3. ຕິດເຊື້ອທາງເດີນປັດສະວະ ເປັນສາເຫດທີ່ພົບຫຼາຍຂອງອາການນີ້ ເນື່ອງຈາກການຕິດເຊື້ອແບັດທີເຣຍ ເຮັດໃຫ້ເກີດການກະຕຸ້ນໃຫ້ມີການບີບໂຕຂອງກະເພາະປັດສະວະຫຼາຍຂຶ້ນ ສົ່ງຜົນໃຫ້ເກັບຍ່ຽວໄວ້ໄດ້ບໍ່ດົນ.
4. ເປັນເບົາຫວານ ເກີດຈາກທີ່ມີນໍ້າຕານໃນເລືອດສູງ ຈຶ່ງເຮັດໃຫ້ເກີດອາການປວດຍ່ຽວດຸ.

5. ໜິ້ວໃນກະເພາະປັດສະວະ ເມື່ອມີໜິ້ວເກີດຂຶ້ນໃນກະເພາະປັດສະວະ ຫຼື ບໍລິເວນໃກ້ຄຽງ ອາດມີຂະໜາດທີ່ໃຫຍ່ຂຶ້ນຈົນເຂົ້າໄປບຽດກະເພາະປັດສະວະໄວຂຶ້ນ ເຮັດໃຫ້ປວດຍ່ຽວຫຼາຍຂຶ້ນກວ່າປົກກະຕິ.
6. ການຖືພາ ມົດລູກທີ່ໃຫຍ່ ຂຶ້ນ ຈະເຮັດໃຫ້ກົດກະເພາະປັດສະວະເຮັດຄວາມຈຸໜ້ອຍລົງ ຈຶ່ງເຮັດໃຫ້ປວດປັດສະວະຫຼາຍຂຶ້ນ.
ດັ່ງນັ້ນ.ຈຶ່ງຄວນສັງເກດອາການໃຫ້ດີ ຫາກເກີດອາການຍ່ຽວດຸ ລອງສັງເກດອາການຕາມນີ້ເບິ່ງ ແລະ ຄວນພົບແພດໝໍສະເພາະທາງ.
( ຈາກ: https://www.vichaiyut.com/ )
[ ຮຽບຮຽງ: ເມລີ,
ຮູບ: Google ]