ອັຟການິດສະຖານ ໄດ້ຮັບລົດໂຮງໝໍ 125 ຄັນ

16

ສຳນັກຂ່າວຊິນຫົວ ລາຍງານວ່າ: ທ່ານ ຊາຣາຟັດ ຊາມານ ໂຄສົກກະຊວງສາທາລະນະສຸກ ອັຟການິດສະຖານ ເປີດເຜີຍວ່າ ກະຊວງສາທາລະນະສຸກ ໄດ້ຮັບລົດໂຮງໝໍ 125 ຄັນ ຈາກທັງໝົດ 180 ຄັນ ທີ່ເຮັດສັນຍາກັບ ອຸດສະເບກິດສະຖານ ເມື່ອວັນທີ 23 ພະຈິກຜ່ານມາ.

May be an image of 1 person, car and outdoors

ລົດໂຮງໝໍຈຳນວນ 180 ຄັນ ມີມູນຄ່າ 6,05 ລ້ານໂດລາສະຫະລັດ ຖືກສົ່ງມອບໃຫ້ກະຊວງສາທາລະນະສຸກແລ້ວ ເພື່ອປັບປຸງ – ບໍລິການດ້ານສາທາລະນະສຸກ ໃນນະຄອນຫຼວງ ກາບູນ ແລະ ແຂວງຕ່າງໆຂອງ ອັຟການິດສະຖານ ເຊິ່ງລັດຖະບານຮັກສາການ ທີ່ນຳໂດຍກຸ່ມຕາລີບັນ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະປັບປຸງການບໍລິການດ້ານສາທາລະນະສຸກທົ່ວປະເທດ ເນື່ອງຈາກປະຊາຊົນບໍ່ສາມາດເຂົ້າເຖິງການບໍລິການດ້ານສຸຂະພາບທີ່ພຽງພໍ ໃນພື້ນທີ່ສ່ວນໃຫຍ່ຂອງປະເທດ.

May be an image of 2 people and outdoors