ຫວຽດນາມ ເພີ່ມການສົ່ງອອກຊີມັງ 6 ລ້ານໂຕນ ໄປຟີລິບປິນ

35

VOVWORLD ລາຍງານວ່າ: ໃນໂອກາດຢ້ຽມຢາມຟີລິບປິນຢ່າງເປັນທາງການຂອງ ທ່ານ ເວືອງ ດິງເວະ ປະທານສະພາແຫ່ງຊາດ ຫວຽດນາມ ແຕ່ວັນທີ 23 – 25 ພະຈິກ 2022 ບໍລິສັດໃຫຍ່ ຊີມັງ ຫວຽດນາມ ( VICEM ) ໄດ້ຮ່ວມກັບບໍລິສັດນໍາເຂົ້າ Fenix INT’L INC ແລະ ບໍລິສັດ Golden Falcon Trading Corporation ໄດ້ລົງນາມ ວ່າດ້ວຍການຮ່ວມມືດຳເນີນທຸລະກິດສົ່ງອອກຊີມັງ clinker ໄປຍັງຕະຫຼາດ ຟີລິບປິນ.

May be an image of 1 person

ສັນຍາດັ່ງກ່າວ ລະບຸວ່າ: ແຕ່ລະຝ່າຍໄດ້ເຫັນດີເປັນເອກະພາບຮ່ວມມືສົ່ງອອກ – ນຳເຂົ້າ ຊີມັງ clinker ຂອງ VICEM ໄປຕະຫຼາດຟີລິບປິນ ດ້ວຍປະລິມານ 6 ລ້ານໂຕນ ໃນໄລຍະເວລາ 3 ປີ ( ແຕ່ປີ 2023 – 2025 ).

May be an image of 1 person and outdoors