ທ່ານ ທອງລຸນ ສີສຸລິດຈະເດີນທາງຢ້ຽມຢາມ ສປ ຈີນ ອາທິດໜ້ານີ້

75

ລາວ-ຈີນເປັນສອງປະເທດຄູ່ຮ່ວມມືຍຸດທະສາດ ທີ່ຮ່ວມສາຍນ້ຳແດນດິນ ແລະມີການພົວພັນໄປມາຫາສູ່ຢ່າງຕໍ່ເນື່ອງມາ ທັງນັບມື້ເຕີບໃຫຍ່ເຂັ້ມແຂງເປັນລຳດັບ ເພື່ອເສີມຂະຫຍາຍການພົວພັນຮ່ວມມືໃຫ້ແໜ້ນແຟ້ນຍິ່ງຂຶ້ນ ທ່ານທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວຈະເດີນທາງຢຽມຢາມ ສປ ຈີນໃນອາທິດໜ້ານີ້.

May be an image of text

ການເດີນທາງຢ້ຽມຢາມ ສປ ຈີນທີ່ວ່ານີ້ແມ່ນ ຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ.

May be an image of 1 person

ໂດຍທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດຖະບານລາວ ຈະເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາຊົນຈີນ ແຕ່ວັນທີ 29 ພະຈິກ-01 ທັນວາ 2022.

May be an image of 2 people and people standing