ເຈົ້າຄອງນະຄອນຫຼວງວຽງຈັນ ເນັ້ນໃຫ້ທັບນັກກີລາ ນວ ສາມັກຄີ-ທວງເຈົ້າຫຼຽນຄໍາ ຊຽງຂວາງ ເກມ

112

ພິທີພົບປະໂອ້ລົມ ແລະ ເປີດຂະບວນການສະໜັບສະໜູນໃຫ້ກ້ອນກຳລັງທັບນັກກີລາ ນະຄອນຫຼວງວຽງຈັນ (ນວ) ໄດ້ມີຂຶ້ນ ໃນຕອນບ່າຍວັນທີ 24 ພະຈິກ 2022 ທີ່ຫ້ອງວ່າການປົກຄອງ ນວ ພາຍໃຕ້ການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ບັນດາເຈົ້າເມືອງ-ຮອງເຈົ້າເມືອງ ແລະ ນັກທຸລິກິດ, ຄະນະນຳ ແລະ ນັກກີລາເຂົ້າຮ່ວມ.

ໂອກາດນີ້, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ເນັ້ນໜັກບັນດາຄະນະຮັບຜິດຊອບ ທັບນັກກີລາ, ສະຫະພັນ ແລະ ນັກກີລາ ຈົ່ງໄດ້ເພີ່ມທະວີຄວາມຮັບຜິດຊອບໃນໄລຍະການແຂ່ງຂັນ ບົນພື້ນຖານຄວາມຮັດແໜ້ນຄວາມສາມັກຄີ ເອົາໃຈໃສ່ໃນການແຂ່ງຂັນ ມີນໍ້າໃຈນັກກີລາ ຮູ້ເສຍ ຮູ້ຊະນະ ແລະ ປະຕິບັດຕາມຂໍ້ກໍານົດກົດລະບຽບ ທີ່ສະຫະພັນກີລາແຫ່ງຊາດໄດ້ກໍານົດໄວ້ຢ່າງແທ້ຈິງ. ພ້ອມກັນເອົາໃຈໃສ່ຝຶກແອບຝຶກຊ້ອມກີລາທຸກປະເພດໃຫ້ມີຄວາມເຂັ້ມແຂງ ແລະ ບັນດາອານຸກຳມະການຕ່າງໆ ຈົ່ງລົງໃກ້ສິດຕິດແທດ, ຊຸກຍູ້ໃຫ້ກຳລັງໃຈ, ຕິດຕາມຈຸດພົກຜ່ອງເພື່ອແກ້ໄຂໃຫ້ທັນກັບເວລາ ເພື່ອໃຫ້ນັກກີລາມີຂ້ວນກຳລັງໃຈ ແລະ ຍາດໄດ້ເຈົ້າຫຼຽນຄຳ ມາສູ່ຊາວນະຄອນຫຼວງວຽງຈັນ ຢ່າງສົມກຽດ ສາມາດຄັດເລືອກນັກກີລາ ທີ່ມີພອນສະຫວັນໃນຊຸດນີ້ ກຽມເປັນເຈົ້າພາບງານກີລາແຫ່ງຊາດຄັ້ງທີ່ XII ທີ່ນະຄອນຫຼວງ ຈະເປັນເຈົ້າພາບ ໃນປີ 2023 ເພື່ອພ້ອມກັນສ້າງນັກກີລາ ກ້າວເຂົ້າສູ່ການແຂ່ງຂັນໃນພາກພື້ນ ແລະ ສາກົນ.

ການແຂ່ງຂັນງານກີລາ ຊຽງຂວາງ ເກມ ຫຼື ກີລາແຫ່ງຊາດ ຄັ້ງທີ 11 ມີການແຂ່ງຂັນ 25 ປະເພດກີລາ ແລະ ມີການຊີງໄຊທັງໝົດ 365 ຫຼຽນຄຳ, 365 ຫຼຽນເງິນ ແລະ 581 ຫຼຽນທອງ, ໃນນັ້ນ ທັບນັກກີລານະຄອນຫຼວງວຽງຈັນ ສົ່ງນັກກີລາເຂົ້າຮ່ວມ ຈຳນວນ 663 ຄົນ, ສະເພາະຄູຝຶກ 97 ຄົນ ແລະ ນັກກີລາຊາຍ ມີ 212 ຄົນ, ໃນນັ້ນ ນັກກີລາຍິງ 155 ຄົນ ເພື່ອລຸ້ນທວງເຈົ້າຄອງຫຼຽນຄໍາຄືນມາ.

ສໍາລັບ ງານກີລາແຫ່ງຊາດ 11 ຄັ້ງຜ່ານມາ ສຳລັບຜົນງານຂອງທັບນັກກີລາ ນະຄອນຫຼວງ ສາມາດເປັນເຈົ້າຫຼຽນຄຳ ເຖິງ 8 ສະໄໝ ໂດຍສະເພາະຫຼ້າສຸດ ຫຼວງພະບາງ ເກມ ປີ 2011 ສາມາດຍາດໄດ້ 56 ຫຼຽນຄຳ, 46 ຫຼຽເງິນ ແລະ 68 ຫຼຽນທອງ ລວມມີ 170 ຫຼຽນ ສ່ວນອັນດັບທີ 2 ແມ່ນກະຊວງປ້ອງກັນປະເທດ ຍາດໄດ້ 50 ຫຼຽນຄຳ, 32 ຫຼຽເງິນ ແລະ 24 ຫຼຽນທອງ, ແຕ່ຄັ້ງຫຼ້າສຸດໃນງານກີລາ ອຸດົມໄຊ ເກມ ປີ 2014 ເຈົ້າຫຼຽນຄຳ ຕົກເປັນຂອງ ກະຊວງປ້ອງກັນປະເທດ ຍາດໄດ້ 61 ຫຼຽນຄຳ, 29 ຫຼຽເງິນ ແລະ 37 ຫຼຽນທອງ ແລະ ອັນດັບທີ 2 ນະຄອນຫຼວງວຽງຈັນ ຍາດໄດ້ 55 ຫຼຽນຄຳ, 31 ຫຼຽເງິນ ແລະ 49 ຫຼຽນທອງ.
ຂ່າວ-ຮູບ: Larh Creators; ຮູບຈາກ: ສົງການ