ລຸກທຸ່ງດັງ ລູກອີສານໄຜ່ພົງສະທອນ ມາທ່ຽວລາວເຮັດບຸນກ່ອນກັບປະເທດ

187

ນັກຮ້ອງລຸກທຸ່ງໄທ ອີສານ ໄຜ່ ພົງສະທອນ ເດີນທາງມາລາວທ່ອງທ່ຽວແບບງຽບໆຈາກວຽງຈັນ-ຫຼວງພະບາງ ຜ່ານເສັ້ນທາງລົດໄຟ ແລະໄປນອນພັກຜ່ອນຫົວໃຈໃນນະຄອນຫຼວງພະບາງ ໃສ່ບາດຍາມເຊົ້າ ແລະໄປສັກກາລະບູຊາ ສະຖານທີ່ສັກສິດຕ່າງໆ.

May be an image of 12 people and people standing

ຈາກນັ້ນ ນັກຮ້ອງໜຸ່ມຍັງ ໄປທ່ຽວວັງວຽງ ດິນແດນແຫ່ງທຳມະຊາດ ໜຸ່ມໄຜ່ເລົ່າວ່າ ທີ່ນີ້ມີສາຍນ້ຳທີ່ສະອາດ ອາຫານແຊບ ປະທັບໃຈທຸກຢ່າງ ທີ່ສຳຄັນໄດ້ມິດຕະພາບທີ່ດີ ໄດ້ຮອຍຍີ້ມໄດ້ຮັບການຕ້ອນຮັບຢ່າງອົບຈາກຄົນໃນທ້ອງຖິ່ນ.

May be an image of 4 people and body of water

ສຳລັບຫຼວງພະບາງສິ່ງທີ່ພາດບໍໄດ້ຂອງນັກຮ້ອງດັງ ແມ່ນໄປທີ່ສູນລວມຈິດໃຈຂອງພີ່ນ້ອງຊາວຫຼວງພະບາງຄື ພະລາຊະວັງຫຼວງພະບາງ ແລະພະທາດພູສີ ໜຸ່ມໄຜ່ບອກວ່າ ໄດ້ມາທີ່ນີ້ກາບຂໍພອນດ້ວຍຕົວເອງໄດ້ເຫັນກັບຕາແລ້ວ ສວຍງາມສົມຄຳລ້ຳລື.

May be an image of 1 person

ຫຼັງຈາກນັ້ນ ໄຜ່ ລົງມານະຄອນຫຼວງວຽງຈັນຍັງໄປທ່ຽວປະຕູໄຊ, ໄປຫາພຣະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ປະທານສູນກາງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ເພື່ອຖວາຍຜ້າຈີວອນ ແລະເຄື່ອງຂອງຈຳນວນໜຶ່ງ.

May be an image of 2 people and indoor