ຮັບຮອງເອົາ ຂັບຊຳເໜືອ ແລະ ພູມປັນຍາການຕໍ່າສິ້ນ ຜ້າໄໝມ້ອນຫົວພັນ ເປັນມໍຣະດົກທາງດ້ານວັດທະນະທຳ ລະດັບທ້ອງຖິ່ນ

189

ພິທີປະກາດຮັບຮອງເອົາ ຂັບຊຳເໜືອ ແລະ ພູມປັນຍາການຕໍ່າສິ້ນ ຜ້າໄໝມ້ອນຫົວພັນ ເປັນມໍຣະດົກທາງດ້ານວັດທະນະທຳ ລະດັບທ້ອງຖິ່ນຂອງແຂວງ ໄດ້ຈັດຂຶ້ນຕອນເຊົ້າວັນທີ 23 ພະຈິກ 2022 ຢູ່ທີ່ຫໍວັດທະນະທຳຂອງແຂວງ ໃຫ້ກຽດມອບໃບຢັ້ງຢືນໂດຍທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ, ທ່ານ ນາງ​ ໝັ້ນ ເພັງຄະຕິຍະ ຫົວໜ້າພະແນກ ຖວທ ແຂວງ ແລະ ທ່ານ ນາງ ພົວພັນ ຈັນທະຈິດ ຄະນະສະມາຄົມຜ້າໄໝມ້ອນຫົວພັນ ເປັນຜູ້ຮັບ ມີບັນດາການນຳແຂວງ, ການນຳເມືອງ, ພະນັກງານລັດຖະກອນ, ສະມາຄົມຜ້າໄໝມ້ອນຫົວພັນເຂົ້າຮ່ວມ.

ຂັບຊຳເໜືອ ແມ່ນສຽງຂັບໜື່ງທີ່ເປັນເອກະລັກຂອງແຂວງຫົວພັນມາແຕ່ດົນນານ ເຊີ່ງປະຫວັດຕົ້ນກຳເນີດ ແມ່ນໃຜເປັນຜູ້ປະດິດຄິດແຕ່ງຂື້ນມານັ້ນ ກໍບໍ່ສາມາດຮູ້ໄດ້ຊັດເຈນ, ຮູ້ພຽງແຕ່ວ່າຂັບຊຳເໜືອ ໄດ້ຮັບການສືບທອດຈາກຮຸ່ນສູ່ຮຸ່ນຈົນມາເຖີງປະຈຸບັນ; ຕາມການບອກເລົ່າຂອງຜູ້ເຖົ້າຜູ້ແກ່ໃຫ້ຮູ້ວ່າ: ໃນເມື່ອກ່ອນ ບໍ່ທັນໄດ້ໃສ່ຊື່ວ່າ ‘ຂັບຊຳເໜືອ’ ພໍພຽງແຕ່ເປັນບົດຂັບທໍາມະດາ ທີ່ແຕ່ງຂື້ນເພື່ອຮັບໃຊ້ເຂົ້າໃນການສ້າງຄວາມມ່ວນຊື່ນໃນບຸນງານຕ່າງໆ ເປັນຕົ້ນແມ່ນ: ງານບຸນປະເພນີຂອງເຜົ່າລາວ ທີ່ອາໄສຢູ່ແຂວງຫົວພັນ, ຕໍ່ມາໃນຊ່ວງໄລຍະຕໍ່ສູ້ປົດປ່ອຍຊາດ ຈີ່ງໄດ້ມີການເອີ້ນຊື່ ຂອງບົດຂັບດັ່ງກ່າວວ່າ: ’’ຂັບຊຳເໜືອ’’”ຕາມເອກະລັກຕົ້ນກໍາເນີດທ້ອງຖີ່ນຢູ່ເຂດຊໍາເໜືອຈົນເຖີງປະຈຸບັນ; ເຊີ່ງເນື້ອໃນຂອງການຂັບຊຳເໜືອນັ້ນ ສ່ວນຫຼາຍແມ່ນໄດ້ມີການແຕ່ງຂື້ນໂດຍອີງໃສ່ສະພາບແວດລ້ອມຕົວຈິງຂອງສັງຄົມ ໂດຍຜູ້ແຕ່ງ ຫຼື ຜູ້ຂັບນັ້ນຈະພັນລະນາກ່ຽວກັບເນື້ອໃນ, ຈຸດປະສົງຂອງການຈັດບຸນງານນັ້ນໆ ຫຼື ຕາມຄວາມຮຽກຮ້ອງຂອງຜູ້ຟັງ, ຜູ້ຊົມ ຕາມແຕ່ລະກໍລະນີ, ເຖິງແມ່ນວ່າ ‘ຂັບຊຳເໜືອ’ ສ່ວນຫຼາຍຈະເປັນການຂັບໂດຍອີງໃສ່ການພັນລະນາສະພາບຕົວຈິງກໍ່ຕາມ ແຕ່ເອກະລັກທີ່ສຳຄັນຂອງ ‘ຂັບຊຳເໜືອ’ ທີ່ປະບໍ່ໄດ້ກໍ່ຄືສໍານຽງ, ຈັງຫວະ, ທຳນອງ ແລະ ການຂຶ້ນຕົ້ນຂັບດ້ວຍຄຳວ່າ “ບັດນີ້’’”ໃນຄວາມໝາຍຄໍາວ່າ “ບັດນີ້’’’’ໝາຍເຖິງ ຄໍາກ່າວຂື້ນຕົ້ນຂອງການຂັບຊໍາເໜືອເພື່ອເປັນການກ່າວບອກ, ສຸມມາຍາດພີ່ນ້ອງ ແລະ ຜູ້ທີ່ເຂົ້າມາຮ່ວມໃນງານ.

ການຕໍ່າສິ້ນ, ຜ້າໄໝມ້ອນ ເປັນພູມປັນຍາທ້ອງຖິ່ນດັ່ງເດີມທີ່ມີມາແຕ່ບູຮານນະການຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ນ ແມ່ຍິງຊາວແຂວງຫົວພັນ; ເຊີ່ງແມ່ນຫັດຖະກໍາການຕໍ່າສິ້ນ, ຜ້າໄໝ ທີ່ມີຄວາມເປັນເອກະລັກສະເພາະ, ມີຄວາມໂດດເດັ່ນທາງດ້ານສີສັນ, ຄວາມງາມຂອງລວດລາຍ ແລະ ຮູບແບບການປະດິດຄິດແຕ່ງຈາກແນວຄວາມຄິດ ແລະ ສີມືຂອງຜູ້ຕຳ່. “ສິ້ນ ແລະ ຜ້າໄໝມ້ອນຫົວພັນ ແມ່ນມີຖິ່ນກໍາເນີດຢູ່ ແຂວງຫົວພັນ ໂດຍກໍານົດເອົາສະເພາະແຕ່ສິ້ນ, ຜ້າໄໝທີ່ຕໍ່າດ້ວຍມື ແລະ ນໍາໃຊ້ເສັ້ນໄໝທີ່ຜະລິດໃນທ້ອງຖິ່ນຈາກຕົ້ນມອນ ແລະ ການລ້ຽງມ້ອນທີ່ຢູ່ທ້ອງຖິ່ນ ໂດຍການຍ້ອມສີທໍາມະຊາດ ແລະ ຜະລິດໃນທ້ອງຖິ່ນແຂວງຫົວພັນ ເຊິ່ງຖືກຕ້ອງຕາມຂະບວນການຕໍ່າຜ້າແບບດັ່ງເດີມທີ່ນໍາໃຊ້ທັກສະສີມື ແລະ ພູມປັນຍາທີ່ມີການຜະລິດຂື້ນຕາມທໍາມະຊາດ; ທຸກຂັ້ນຕອນການຜະລິດເລີ່ມຈາກວັດຖຸດິບໄປຈົນເຖິງການສຳເລັດເປັນສິ້ນ ແລະ ຜ້າແພຕ່າງໆຕາມເອກະລັກຂອງຜ້າໄໝຫົວພັນຢ່າງແທ້ຈິງ; ເອກະລັກທີ່ສໍາຄັນຂອງສິ້ນ ແລະ ຜ້າໄໝມ້ອນຫົວພັນ ແມ່ນມີລັກສະນະແໜ້ນໜາ, ນຸ້ມ, ທົນທານ ຍ້ອນເຕັກນິກການຕໍ່າ ແລະ ມີຫຼາຍລາຍ, ຫຼາຍສີສະຫຼັບ ຊັບຊ້ອນກັນ, ລະອຽດອ່ອນແບບສະເພາະ; ການປະດິດຄິດແຕ່ງກ່ຽວກັບແບບ ແລະ ລວດລາຍຂອງສິ້ນ ແລະ ຜ້າແພໄໝມ້ອນຫົວພັນ ແມ່ນມີລວດລາຍມາແຕ່ບູຮານເຊັ່ນ: ຮູບລວດລາຍພະຍານາກ, ຊ້າງ, ຮູບດາວ-ເພັດ, ພະລາດຊະວັງ, ພະທາດ, ຮູບວັນພະບູລຸດ, ພູຜາປ່າໄມ້, ດອກໄມ້ຊະນິດຕ່າງໆ ແລະ ສັດປະເພດຕ່າງໆ ແລະ ສິ່ງອື່ນໆທີ່ເປັນເອກະລັກຂອງແຂວງຫົວພັນພວກເຮົາ ຕັ້ງແຕ່ອາດີດຈົນເຖີງປະຈຸບັນ.

ປະຈຸບັນແຂວງຫົວພັນໄດ້ມີມໍລະດົກທີ່ໄດ້ຮັບການຂື້ນທະບຽນບັນຊີ ແລະ ຮັບຮອງຢ່າງເປັນທາງການແລ້ວ ມີທັງໝົດ 4 ລາຍການຄື: ມໍລະດົກແຫ່ງຊາດ 1 ແຫ່ງ ຄື (ຖຳ້ທ່ານຜູ້ນຳເມືອງວຽງໄຊ), ມໍລະດົກລະດັບທ້ອງຖິ່ນ 3 ລາຍການ ໃນນັ້ນມໍລະດົກທີ່ເປັນວັດຖຸ 1 ລາຍການ ຄື(ພຣະເຈົ້າອົງຕື້ ວັດສີບຸນເຮືອງ ໄຊຍາຣາມ) ແລະ ມໍລະດົກທີ່ບໍ່ເປັນວັດຖຸ 2 ລາຍການຄື(ຂັບຊຳເໜືອ ແລະ ພູມປັນຍາການຕ່ຳສິ້ນ, ຜ້າໄໝມ້ອນຫົວພັນ.

ຂ່າວ-ພາບ: ອາລຸນໄຊ​ #Medialaos #ແຂວງຫົວພັນ