ສັນຍາລັກໃໝ່ຂອງ ທະນາຄານແຫ່ງ ສປປ ລາວ ນຳໃຊ້ຊ້າງຄູ່, ເງິນຮາງ ແລະ ໄຫຊັບສົມບັດ ສ້າງເປັນເຄື່ອງໝາຍ

126

ສັນຍາລັກໃໝ່ ທະນາຄານແຫ່ງ ສປປ ລາວ ນຳໃຊ້ຊ້າງຄູ່, ເງິນຮາງ 3 ແທ່ງ ແລະ ໄຫຊັບສົມບັດ ສ້າງເປັນເຄື່ອງໝາຍສັນຍາລັກ

ທະນາຄານແຫ່ງ ສປປ ລາວ (ທຫລ) ຂໍແຈ້ງມາຍັງທ່ານຊາບກ່ຽວກັບການນໍາໃຊ້ເຄື່ອງໝາຍສັນຍາລັກໃໝ່ ຂອງ ທຫລ ຊຶ່ງຈະໄດ້ເລີ່ມນຳໃຊ້ໃນເດືອນທັນວາ 2022 ເປັນຕົ້ນໄປ ໂດຍການປັບປຸງເຄື່ອງໝາຍສັນຍາລັກໃໝ່ນີ້ ແມ່ນເພື່ອໃຫ້ສອດຄ່ອງກັບ ມາດຕາ 74 ຂອງກົດໝາຍວ່າດ້ວຍທະນາຄານແຫ່ງ ສປປ ລາວ (ສະບັບປັບປຸງ) (ເລກທີ 47/ສພຊ, ລົງວັນທີ 16 ມິຖຸນາ 2018) ທີ່ໄດ້ລະບຸໃຫ້ ທຫລ ມີເຄື່ອງໝາຍ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານຂອງຕົນ.

ເນື່ອງຈາກທີ່ຜ່ານມາ ທຫລ ບໍ່ທັນມີເຄື່ອງໝາຍສັນຍາລັກ (Logo) ເປັນອັນສະເພາະຂອງຕົນ ແລະ ໄດ້ມີການນໍາໃຊ້ກາໝາຍຊາດເປັນເຄື່ອງໝາຍສັນຍາລັກໃນການເຄື່ອນໄຫວວຽກງານ. ສະນັ້ນ, ທະນາຄານແຫ່ງ ສປປ ລາວ ຈິ່ງໄດ້ຄົ້ນຄວ້າອອກແບບເຄື່ອງໝາຍສັນຍາລັກ (Logo) ເປັນອັນສະເພາະຂອງຕົນ ໂດຍໄດ້ຮັບການເຫັນດີຈາກລັດຖະບານ ໃນວັນທີ 06 ຕຸລາ 2022.

ສຳລັບເຄື່ອງໝາຍສັນຍາລັກໃໝ່ ທຫລ ເປັນຮູບວົງກົມ ໂດຍມີ “ຊ້າງຄູຊຸເງິນຮາງສາມແທງ ເຊິ່ງໝາຍເຖິງສາມໜ້າທີ່ຕົ້ນຕໍຂອງທະນາຄານແຫ່ງ ສປປ ລາວ”. ການນໍາເອົາ “ຊ້າງ” ມາເປັນສັນຍາລັກ ແມ່ນເພື່ອໃຫ້ສອດຄ່ອງກັບທ່າອ່ຽງຂອງພາກພື້ນ ແລະ ສາກົນ ທີ່ທະນາຄານກາງຂອງຫຼາຍປະເທດ ກໍໄດ້ນໍາໃຊ້ສັດມຸງຄຸນມາສ້າງເປັນເຄື່ອງໝາຍສັນຍາລັກ. ການນໍາໃຊ້ “ຊ້າງຄູ” ເປັນເຄື່ອງໝາຍສັນຍາລັກໃໝ່ ທຫລ ເນື່ອງຈາກ “ຊ້າງ”ເປັນສັດໃຫຍ່ ເຂັ້ມແຂງ ແລະ ເປັນສັດມຸງຄຸນຂອງຊາດລາວ ປຽບສະເໝືອນກັບໜ້າທີ່ຂອງ ທຫລ ທີ່ເປັນທະນາຄານກາງຂອງປະເທດ ແນໃສ່ເຄື່ອນໄຫວໃຫ້ໝັ້ນຄົງ ແລະ ເຂັ້ມແຂງ, “ເງິນຮາງ 3 ແທ່ງ”ເປັນຊັບສົມບັດທີມີຄ່າຂອງຄົນລາວແຕ່ດຶກດຳບັນ ຊຶ່ງເປັນຕົວແທນຂອງສາມໜ້າທີ່ຕົ້ນຕໍຂອງທະນາຄານແຫ່ງ ສປປ ລາວ ແລະ “ໄຫຊັບສົມບັດ” ເປັນເຄື່ອງມືໃນການເກັບຮັກສາຊັບສົມບັດຂອງຄົນລາວແຕ່ດຶກດຳບັນ ເປັນອົງປະກອບຫຼັກ.