ຝາກເຊຍສາວແດນໜາວ ML30 ບົວວອນ ທິບພາວັນ

223

ເປີດຕົວໄປເປັນທີ່ຮຽບຮ້ອຍແລ້ວ ສໍາລັບສາວງາມທັງ 30 ຄົນ ຂອງຜູ້ເຂົ້າປະກວດ Miss Laos 2022 ເວົ້າໄດ້ວ່າປີນີ້ ທຸກຄົນທີ່ເຂົ້າຮ່ວມປະກວດແມ່ນມີ ຄວາມງາມ ແລະ ຄວາມໂດດເດັ່ນທີ່ແຕກຕ່າງກັນໄປ ເຊິ່ງໃນປີນີ້ແຕ່ລະແຂວງແມ່ນມີຕົວແທນທີ່ບໍ່ທໍາມະດາເລີຍ. ດັ່ງນັ້ນ, ທີມຂ່າວບັນເທີງກໍໄດ້ໄປສ່ອງ ແລະ ຈະພາທຸກຄົນມາທໍາ ຄວາມຮູ້ຈັກກັບສາວງາມ ໜຶ່ງໃນຜູ້ເຂົ້າປະກວດນີ້ພ້ອມກັນເລີຍ.

ນ້ອງທີ່ຈະມາແນະນໍາໃຫ້ທຸກຄົນຮູ້ຈັກ ກໍຄື ນ້ອງ ບົວວອນ ທິບພາວັນ ຫຼື ວອນ ໝາຍເລກ 30 ປັດຈຸບັນອາຍຸ 25 ປີ ເປັນຕົວແທນຈາກແຂວງຊຽງຂວາງ ຈົບການສຶກສາຈາກມະຫາວິທະຍາໄລແຫ່ງຊາດ ຄະນະອັກສອນສາດ ສາຂາສື່ສານມວນຊົນ ປັດຈຸບັນເຮັດວຽກຢູ່ໂຄງການພາເຂົ້າລາວ ( Phakhaolao ), ສູນເພື່ອການພັດທະນາ ແລະ ສິ່ງແວດລ້ອມ ( Center for Development and Environment ).

ນ້ອງວອນ ໄດ້ໃຫ້ສໍາພາດກັບທີມຂ່າວບັນເທີງວ່າ: ສໍາລັບເວທີນາງສາວລາວ ເປັນເວທີທຳອິດທີ່ນ້ອງໄດ້ຮ່ວມປະກວດ ຖ້າເວົ້າເຖິງຄວາມຝັນ ນ້ອງຢາກເປັນແມ່ຍິງຄົນໜຶ່ງທີ່ສາມາດເປັນແບບຢ່າງທີ່ດີໃຫ້ກັບແມ່ຍິງຮຸ່ນໃໝ່ ແລະ ແມ່ຍິງທຸກໆຄົນ ໃຫ້ມີຄວາມໝັ້ນໃຈໃນຕົວເອງ ບໍ່ວ່າຈະມີຮູບຮ່າງ, ສີຜິວ, ສຳນຽງການປາກເວົ້າ ເພາະທຸກຄົນລ້ວນແລ້ວແຕ່ມີຄວາມງາມສະເພາະຂອງໃຜລາວ ແລະ ກ້າທີ່ຈະສະແດງຈຸດຢືນຂອງຕົນເອງຢ່າງຊັດເຈນ ແລະ ນ້ອງເຊື່ອວ່າເວທີນາງສາວລາວ ຈະເຮັດໃຫ້ສຽງຂອງນ້ອງດັງຂຶ້ນ.
ສໍາລັບຄະຕິປະຈຳໃຈນ້ອງແມ່ນ ບໍ່ມີໃຜສົມບູນແບບ ຈົ່ງເຊື່ອໝັ້ນ ແລະ ໝັ້ນໃຈໃນຕົວເອງ ເຊິ່ງເວທີນາງສາວລາວ ເປັນເວທີໜຶ່ງທີ່ແມ່ຍິງລາວຫຼາຍໆຄົນໃຝ່ຝັນທີ່ຢາກຈະມາຢືນຢູ່ໃນຈຸດນີ້ ເປັນເວທີແຫ່ງ ຄວາມພາກພູມໃຈຂອງແມ່ຍິງລາວ ລວມທັງນ້ອງເອງ ກໍແມ່ນໜຶ່ງໃນນັ້ນ.

ສິ່ງທີ່ນ້ອງຈະສະແດງໃນ ຄວາມສາມາດຂອງຕົນເອງ ນ້ອງເອງເປັນຄົນໜຶ່ງທີ່ມັກຮັກ, ຫຼົງໄຫຼວັດທະນະທຳ ແລະ ອາຫານລາວທີ່ປະຕິບັດສືບທອດກັນມາ. ດັ່ງນັ້ນ, ນ້ອງຈະເອົາຄວາມຮູ້ທີ່ຕົນເອງມີ ບວກກັບປະສົບການໃນການເຮັດວຽກຂອງນ້ອງມາສະແດງ ເພື່ອໃຫ້ທຸກຄົນໃນສັງຄົມໄດ້ເຫັນເຖິງຄວາມສຳຄັນຂອງສິ່ງແວດລ້ອມ.

ຈຸດເດັ່ນຂອງນ້ອງທີ່ມີ ທີ່ຈະເອົາຊະນະໃຈກຳມະການ ແມ່ນນ້ອງຄິດວ່າ ຄວາມເປັນຕົວຂອງຕົວເອງ ແລະ ຮອຍຍິ້ມບວກກັບນິດໄສເປັນຄົນແບບລຸຍໆ, ເຂົ້າກັບຄົນອື່ນໄດ້ງ່າຍ, ມີຄວາມມຸມານະ ແລະ ມີຄວາມອົດທົນ ຖ້າຈະເຮັດຫຍັງແລ້ວຕ້ອງເຮັດໃຫ້ເຕັມທີ່.
ສ່ວນການກຽມຕົວກ່ອນເຂົ້າປະກວດ ຄືຕ້ອງບອກກ່ອນວ່ານ້ອງບໍ່ແມ່ນສາຍປະກວດ ແລະ ເວທີນີ້ເປັນເວທີທຳອິດຂອງນ້ອງ ການກຽມຄວາມພ້ອມຂອງນ້ອງ ຫຼັກໆຄືການຍ່າງ ເພາະເປັນຄົນທີ່ບໍ່ຄ່ອຍໃສ່ເກີບສົ້ນສູງ ແລະ ການກຽມຄວາມພ້ອມໃນເລື່ອງການເວົ້າ ແລະ ຕອບຄໍາຖາມໃຫ້ມີຄວາມໝັ້ນໃຈ, ບໍ່ຕື່ນເຕັ້ນ ລວມເຖິງເລື່ອງບຸກຄະລິກກະພາບກໍຕ້ອງໄດ້ປັບປ່ຽນຄືກັນ.
ຖ້ານ້ອງໄດ້ຮັບຕໍາແໜ່ງເປັນນາງສາວລາວໃນປີນີ້ ນ້ອງຈະເປັນຕົວແທນໃຫ້ກັບໄວໜຸ່ມຍຸກໃໝ່ ໃຫ້ຫັນມາໃສ່ໃຈກັບສິ່ງແວດລ້ອມຫຼາຍຂຶ້ນ ແລະ ນ້ອງຢາກສະໜັບສະໜູນການສຶກສາໃຫ້ກັບນ້ອງໆທີ່ຢູ່ຫ່າງໄກສອກຫຼີກ ທີ່ບໍ່ສາມາດເຂົ້າເຖິງການສຶກສາໃຫ້ເຂົາເຈົ້າໄດ້ມີໂອກາດໄດ້ຮັບການສຶກສາທີ່ດີ ເພາະນ້ອງເຊື່ອວ່າການສຶກສາຈະຊ່ວຍຫຼໍ່ຫຼອມໃຫ້ພວກເຂົາໃຫຍ່ມາແບບມີຄຸນນະພາບ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ.

ຜ່ານມາຍັງບໍ່ທັນມີຜົນງານຫຍັງເທື່ອໃນວົງການບັນເທິງ ການເຂົ້າຮ່ວມປະກວດນາງສາວລາວ ປະຈຳປີ 2022 ນີ້ ຖືວ່າເປັນສິ່ງທີ່ທ້າທາຍໃຈຕົວເອງຫຼາຍໃນການໄດ້ເຮັດສິ່ງໃໝ່ໆ ປະສົບການໃໝ່ໆ ຕ້ອງຂອບໃຈຕົວເອງທີ່ສາມາດຍ່າງຂ້າມກຳແພງທີ່ຕົນເອງເຄີຍຕັ້ງໄວ້ ສ່ວນກິດຈະກຳຍາມວ່າງຂອງນ້ອງ ເປັນຄົນໜຶ່ງທີ່ມີຄວາມມັກຮັກການປຸງແຕ່ງອາຫານ, ເຮັດເຂົ້າໜົມ ເວລາເຫັນຄົນກິນມີຄວາມສຸກ ຜູ້ເຮັດມີຄວາມສຸກກວ່າ ແລະ ມັກອອກກຳລັງກາຍ.
ສຸດທ້າຍນີ້ ຝາກເຊຍ ແລະ ເປັນກຳລັງໃຈໃຫ້ກັບສາວແດນໜາວຄົນນີ້ແດ່ເດີ ຈະເຮັດທຸກມື້ໃຫ້ເຕັມທີ່ ແລະ ເຮັດໃຫ້ດີທີ່ສຸດ.