ອາເມຣິກາ ປະກາດພາວະສຸກເສີນ ຫຼັງຫິມະຕົກໜັກ

64

ສຳນັກຂ່າວຊິນຫົວ ລາຍງານວ່າ: ທ່ານ ໂຈ ໄບເດັນ ປະທານາທິບໍດີສະຫະລັດອາເມຣິກາ ໄດ້ປະກາດພາວະສຸກເສີນໃນນະຄອນນິວຢອກ ຫຼັງຈາກຫິມະຕົກໜັກເປັນປະຫວັດການ, ພ້ອມທັງສັ່ງໃຫ້ຈັດສັນການຊ່ວຍເຫຼືອຈາກລັດຖະບານກາງ ເພື່ອສະໜັບສະໜູນການຮັບມື ແລະ ຈັດການກັບຜົນກະທົບຈາກພາຍຸລະດູໜາວ ແລະ ພາຍຸຫິມະຮຸນແຮງ. ນອກຈາກນັ້ນ, ລັດຖະບານກາງ ສະຫະລັດອາເມຣິກາ ໄດ້ແຕ່ງຕັ້ງເຈົ້າໜ້າທີ່ປະສານງານ ສຳລັບປະຕິບັດການກູ້ໄພໃນພື້ນທີ່ ທີ່ໄດ້ຮັບຜົນກະທົບໜັກ.

May be an image of 1 person, standing, road and snow

ພາຍຸຄັ້ງນີ້ ມີຫິມະຕົກໜັກທີ່ສຸດ ພາຍໃນໄລຍະ 24 ຊົ່ວໂມງ ໂດຍບາງສ່ວນຂອງແຂວງອີຣີ ມີຫິມະຕົກໜັກ ມີຄວາມໜາຫຼາຍກວ່າ 180 ຊັງຕີແມັດ.

May be an image of 1 person, tree, road and snow