ຄາດ ເສດຖະກິດຈີນ ຈະຂະຫຍາຍຕົວຫຼາຍກວ່າ 5% ໃນປີໜ້າ

33

ສຳນັກຂ່າວບລູມເບີກລາຍງານວ່າ ທ່ານ ຫວັງ ອີ້ໝິງ ຄະນະກຳມະການກຳນົດນະໂຍບາຍການເງິນຂອງທະນາຄານກາງ ແຫ່ງ ສປ ຈີນ ( PBOC ) ກ່າວວ່າ: ເສດຖະກິດຈີນມີທ່າອ່ຽງຂະຫຍາຍຕົວຫຼາຍກວ່າ 5% ໃນປີ 2023 ຖ້າຫາກວ່າການແຜ່ລະບາດຂອງພະຍາດໂຄວິດ – 19 ຢຸດຕິລົງ ແລະ ລັດຖະບານຈີນ ອອກນະໂຍບາຍ ເພື່ອກະຕຸ້ນ ຄວາມເຊື່ອໝັ້ນ ແລະ ການບໍລິໂພກ.

May be an image of 2 people, street, crowd and text that says '社'

ໃນຂະນະທີ່ຜົນການສຳຫຼວດຂອງນັກເສດຖະສາດ ລະບຸວ່າ: ເສດຖະກິດຈີນ ຈະຂະຫຍາຍຕົວ 3,3% ໃນປີນີ້ ເຊິ່ງເປັນການຂະຫຍາຍຕົວຕ່ຳທີ່ສຸດໃນຮອບຫຼາຍສິບປີ, ກ່ອນຈະເພີ່ມຂຶ້ນເປັນ 5% ໃນປີໜ້າ, ແນວໃດກໍຕາມ ກຸ່ມຜູ້ຊ່ຽວຊານ ຄາດການວ່າມາດຕະການຫຼ້າສຸດທີ່ຈະຊ່ວຍເຫຼືອພາກອະສັງຫາລິມະຊັບຂອງຈີນ ອາດເປັນຕົວພິກສະຖານະການຂອງຕະຫຼາດໄດ້ ແຕ່ຜູ້ຊ່ຽວຊານບາງສ່ວນເຊື່ອວ່າຍັງມີຄວາມສ່ຽງຢູ່.

May be an image of one or more people and outdoors