ເສດຖະກິດຂອງເອີໂຣໂຊນດີຂຶ້ນ ແຕ່ຍັງບໍ່ພົ້ນພາວະທົດຖອຍ

22

ສຳນັກຂ່າວຕ່າງປະເທດລາຍງານວ່າ: ນັກວິເຄາະດ້ານເສດຖະກິດເຄີຍຄາດການໄວ້ວ່າ ໜາວປີນີ້ ( ເດືອນທັນວາ 2022 – ເດືອນມີນາ 2023 ) ເສດຖະກິດຂອງບັນດາປະເທດທີ່ໃຊ້ເງິນເອີໂຣ ຫຼື ເອີໂຣໂຊນ ຈະເຂົ້າສູ່ສະພາວະທົດຖອຍ, ແຕ່ດັດສະນີຊີ້ວັດຫຼ້າສຸດໃນເດືອນຕຸລາຜ່ານມາ ຊີ້ໃຫ້ເຫັນວ່າເສດຖະກິດຂອງເອີໂຣໂຊນ ເຂັ້ມແຂງກວ່າທີ່ຄາດການໄວ້ ເຖິງວ່າຍັງຢູ່ໃນສະພາວະທົດຖອຍ ແຕ່ກໍເບົາບາງກວ່າທີ່ຄາດການໄວ້.

May be an image of sky and skyscraper

ຄະນະກຳມາທິການເອີຣົບ ຄາດການວ່າ: ເສດຖະກິດເອີໂຣໂຊນ ຈະຫົດຕົວ 0,5% ໃນໄຕມາດສຸດທ້າຍຂອງປີນີ້. ຫຼັງຈາກນັ້ນ ຈະຄ່ອຍໆດີຂຶ້ນ ແຕ່ຍັງຫົດຕົວປະມານ 0,1% ໃນໄຕມາດທຳອິດຂອງປີໜ້າ. ນັກເສດຖະສາດຄາດການວ່າ ປີ 2022 ນີ້ເສດຖະກິດເອີໂຣໂຊນຈະຂະຫຍາຍຕົວ 3,2% ດີກວ່າທີ່ຄາດການໄວ້ໃນເດືອນກໍລະກົດຜ່ານມາ ທີ່ຄາດວ່າຈະຂະຫຍາຍຕົວ 2,7%.

May be an image of sky and skyscraper