ອົງການ ໂກລໂບລ ວີເຊິນ ຈາກ ສ.ເກົາຫຼີ ຈັດຝຶກອົບຮົມສະຫະກອນ ບ້ານ ໄຊຈະເລີນ ເມືອງອະນຸວົງ

153

ວັນທີ 10 ພະຈິກ 2022 ອົງການ ໂກລໂບລ ວີເຊິນ ໄດ້ຈັດຝຶກອົບຮົມ ກ່ຽວກັບສະຫະກອນ ໃຫ້ແກ່ພໍ່ແມ່ປະຊາຊົນ ບ້ານໄຊຈະເລີນ ແລະ ບ້ານ ມ່ວງສຸມ ເມືອງອະນຸວົງ ແຂວງໄຊສົມບູນ.
ຜ່ານການຝຶກອົບຮົມສະຫະກອນໃນຄັ້ງນີ້ ໄດ້ເຮັດໃຫ້ພໍ່ແມ່ປະຊາຊົນເຂົ້າໃຈເຖິງນິຍາມ ຄວາມສໍາຄັນ, ຈຸດດີ ແລະ ການເຮັດວຽກໃນກຸ່ມສະຫະກອນ. “ ອົງການ ໂກລໂບລ ວີເຊິນ ” ( NGO ) ຈາກປະເທດ ສ.ເກົາຫຼີ ແລະ ທີ່ຮູ້ຈັກກັນດີ ບໍລິສັດ ຊໍາຊຸງ ກັບມູນນິທິສະຫວັດດີການສັງຄົມ “ ຜົນແຫ່ງຄວາມຮັກ ”, ໄດ້ເລີ່ມຕົ້ນສະໜັບສະໜູນຊ່ວຍເຫຼືອໂຄງການ “ ລ້ຽງໄກ່ໃຫ້ປະຊາຊົນ ບ້ານໄຊຈະເລີນ ເພື່ອໃຫ້ສາມາດສ້າງລາຍຮັບທີ່ເພີ່ມຂຶ້ນ ” ຕັ້ງແຕ່ປີ 2020 ເປັນຕົ້ນມາ.

ບ້ານໄຊຈະເລີນ ເມືອງອະນຸວົງ ແຂວງໄຊສົມບູນ ເປັນບ້ານທີ່ມີພີ່ນ້ອງຊົນເຜົ່າກຶມມຸອາໄສຢູ່ເປັນສ່ວນຫຼາຍ ແລະ ຍັງເປັນບ້ານທີ່ທຸກຍາກຂາດເຂີນ ກວມເອົາ 77% ຂອງຈໍານວນປະຊາກອນໝົດບ້ານ. ລາຍຮັບຂອງແຕ່ລະຄອບຄົວແມ່ນປະມານ 6 ແສນກີບຕໍ່ເດືອນ.
ອົງການໂກລໂບລ ວີເຊິນ ໄດ້ຈັດການຝຶກອົບຮົມວິທີເຮັດການກະເສດ ແລະ ການລ້ຽງໄກ່ໃຫ້ແກ່ປະຊາຊົນຕັ້ງແຕ່ປີ 2020 ເປັນຕົ້ນມາ ເພື່ອຊ່ວຍຍົກລະດັບເສດຖະກິດຄອບຄົວທີ່ຂາດເຂີນ ແລະ ເພື່ອຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ມີລາຍຮັບທີ່ເພີ່ມຂຶ້ນ. ນອກຈາກນັ້ນ, ເລີ່ມຕັ້ງແຕ່ ປີ 2021 ອົງການ ໂກລໂບລ ວີເຊິນ ກໍໄດ້ຈັດການຝຶກອົບຮົມກ່ຽວກັບສະຫະກອນໃຫ້ພໍ່ແມ່ປະຊາຊົນ ເພື່ອໃຫ້ພວກເຂົາສາມາດມີອາຊີບທີ່ລ້ຽງດູຕົນເອງ ໄດ້. ອີກດ້ານໜຶ່ງ, ລັດຖະບານລາວ ກໍຍັງໄດ້ສຸມໃສ່ສົ່ງເສີມສະຫະກອນການກະເສດຢ່າງຕັ້ງໜ້າ ຊ່ວຍເຫຼືອຄອບຄົວຊາວກະເສດຂະໜາດນ້ອຍ ເພື່ອພັດທະນາລະບົບການກະສິກໍາ, ການກະເສດໃນຮູບແບບວິຊາການ ເພື່ອໃຫ້ໄດ້ຜົນຜະລິດທີ່ເພີ່ມຂຶ້ນ.

ປະຊາຊົນໃນທ້ອງຖິ່ນໄດ້ໃຫ້ຄຳຄິດເຫັນກ່ຽວກັບຜົນໄດ້ຮັບຈາກ ໂຄງການລ້ຽງໄກ່ຂອງພະນັກງານອົງການໂກລໂບລ ວີເຊິນ ວ່າ: “ ໂຄງການນີ້ສາມາດຊ່ວຍເຫຼືອໃຫ້ປະຊາຊົນ ບ້ານໄຊຈະເລີນ ໄດ້ມີລາຍຮັບ ແລະ ຊີວິດການເປັນຢູ່ທີ່ດີຂຶ້ນ ”. ນາຍບ້ານໄຊຈະເລີນ ແລະ ຫົວໜ້າກຸ່ມລ້ຽງໄກ່ກໍໄດ້ໃຫ້ຄໍາຄິດເຫັນເຊັ່ນກັນວ່າ: ຜ່ານໂຄງການລ້ຽງໄກ່ຂອງອົງການ ໂກລໂບລ ວີເຊິນນີ້ ໄດ້ເຮັດໃຫ້ສະພາບການເປັນຢູ່ຂອງບ້ານໄຊຈະເລີນ ມີທ່າອ່ຽງທີ່ດີຂຶ້ນ. ຜູ້ເຂົ້າຮ່ວມໂຄງການລ້ຽງໄກ່ ກຸ່ມ 1 ທ່ານ ບຸນທອນ ທໍາມະວົງສາ ໄດ້ກ່າວວ່າ: “ ຜ່ານການຝຶກອົບຮົມຫຼາຍໆຄັ້ງທີ່ອົງການໄດ້ຈັດຂຶ້ນນັ້ນ ເຮັດໃຫ້ຂ້າພະເຈົ້າຮູ້ກ່ຽວກັບວິທີການປູກພືດ ແລະ ການລ້ຽງໄກ່ດີກວ່າເມື່ອກ່ອນ. ແລ້ວກໍຫວັງວ່າສິ່ງທີ່ໄດ້ຝຶກອົບຮົມນັ້ນຈະສາມາດປະຍຸກໃຊ້ເພື່ອສ້າງລາຍຮັບທີ່ເພີ່ມຂຶ້ນໃນຄອບຄົວຂອງພວກເຮົາ ”.

ນາຍບ້ານໄຊຈະເລີນ ໄດ້ກ່າວວ່າ: “ ໂຄງການນີ້ໄດ້ນໍາການປ່ຽນແປງ ແລະ ໃຫ້ບົດຮຽນໃໝ່ໆແກ່ປະຊາຊົນໃນບ້ານຂອງພວກເຮົາ ພ້ອມທັງຊ່ວຍໃຫ້ມີລາຍຮັບທີ່ເພີ່ມຂຶ້ນອີກດ້ວຍ. ໃນເມື່ອກ່ອນບ້ານຂອງພວກເຮົາບໍ່ມີຄົນທີ່ມີຄວາມຮູ້ທາງວິຊາການກ່ຽວກັບການກະສິກໍາ. ແຕ່ຫຼັງຈາກທີ່ພວກເຮົາໄດ້ຮັບການຝຶກອົບຮົມການປູກເຂົ້າ, ປູກສາລີ ແລະ ລ້ຽງໄກ່ໃນແບບວິຊາການແລ້ວ ເຮັດໃຫ້ປະຊາຊົນໄດ້ມີລາຍຮັບທີ່ເພີ່ມຂຶ້ນກວ່າເມື່ອກ່ອນ ”.
ໃນປີ 2022 ອົງການໂກລ ໂບລ ວີເຊິນ ຈະສະຫຼຸບຜົນສໍາເລັດ ແລະ ສິ້ນສຸດໂຄງການ ໂດຍຄາດຫວັງວ່າເລີ່ມຕັ້ງແຕ່ ປີ 2023 ເປັນຕົ້ນໄປ ຈະສາມາດຕັ້ງກຸ່ມສະຫະກອນ ບ້ານໄຊຈະເລີນ ເພື່ອປະຊາຊົນຈະສາມາດມີລາຍຮັບ ແລະ ກຸ້ມຢູ່ກຸ້ມກິນໄດ້ດ້ວຍຕົນເອງ.