ປະທານອົງການກາແດງແຫ່ງຊາດ ເນັ້ນໃຫ້ພະນັກງານຖືສຳຄັນວຽກມາດຕະການຫ້ອງການສີຂຽວ

61

ວັນທີ 18 ພະຈິກ 2022 ທີ່ສະຖາບັນເລືອດອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມວຽກງານຫ້ອງການ-ອາສາສະມັກສີຂຽວຂຶ້ນ ແລະ ຖືເປັນສິ່ງສຳຄັນສຳລັບພະນັກງານລັດຖະກອນ ແລະ ອາສາສະໝັກອົງການກາແດງລາວ ຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ແລະ ມີບັນດາພະນັກງານງານພະນອກການຕ່າງອົງການກາແດງລາວ, ອົງການກາແດງແຂວງຫລວງພະບາງ ຕາງຫນ້າກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ອົງການສະຫະປະຊາຊາດ ແລະ ສະມະຄົມວຽງຈັນສີຂຽວ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ທະນົງໄຊ ແກ້ວໂຍທິ ຮອງຫົວຫນ້າພະແນກແຜນການການຮ່ວມມື, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ສະເໜີສະພາບລວມຄວາມປ່ຽນແປງດິນຟ້າອາກາດ ແລະ ສິ່ງແວດລ້ອມ, ນະໂຍບາຍສີຂຽວທີ່ຕິດພັນກັບຂະແໜ່ງການຕ່າງໆ,  ໃນປະຈຸບັນນີ້ການປ່ຽນແປງດິນຟ້າອາກາດ ໄດ້ສົ່ງຜົນກະທົບໃນທົ່ວໂລກ ແລະ ປະເທດເຮົາ ໂດຍສະເພາະຕໍແມ່ນການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາອຸນນະພູມມີຄ່າສະເລຍເພີ່ມຂຶ້ນ ເຊິ່ງເປັນສາເຫດຕົ້ນຕໍໃຫ້ເກີດໄພແຫ້ງແລ້ງ ແລະ ນໍ້າຖ້ວມຖີ່ຂຶ້ນ

ສິ່ງສຳຄັນຢາກໃຫ້ບັນດາຫ້ອງການ ຮ່ວມກັນຮັກສາສິ່ງແວດລ້ອມ, ປູກຕົ້ນໄມ້ໃຫ້ເປັນຮົ່ມ, ປະດັບປະດາດ້ວຍຕົ້ມໄມ້ຕາມຖະໜົນ ແລະ ຫ້ອງການສຳນັກງານ, ທຳຄວາມສະອາດ, ບໍ່ຄວາມຖິ້ມສິ່ງເສດເຫຼືອທີ່ມັນຍ່ອຍສະຫຼາຍຍາກເຊັ່ນ: ພລາສະຕິກ, ແບັດເຕີລີ່ ແລະ ຖົງຢາງ, ພວກເຮົາຄວນມາໃຊ້ເຄື່ອງຂອງຍ່ອຍສະຫຼາຍງ່າຍເຊັ່ນ: ຖົງຜາ, ກະຕ່າເຮັດດ້ວຍໄມ້ປ່ອງ, ໃນຫ້ອງການກໍຕ້ອງມີການປະຢັດນໍ້າ, ໄຟຟ້າ ຖ້າບໍ່ຈຳເປັນ ແລະ ເຮັດເປັນນິໄສ ເພື່ອປູກຈິດສຳນຶກໃຫ້ລູກຫລານ ແລະ ພະນັກງານລຸ້ນນ້ອງ ແລະ ອື່ນໆ, ສະເພາະຢູ່ອົງການກາແດງ ແມ່ນຈະຕັ້ງໃນອົງການກາແດງແຂວງຫລວງພະບາງ ແລະ ອົງການກາແດງແຫ່ງຊາດລາວ

ຕອນທ້າຍ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງລາວ ໄດ້ເນັ້ນໜັກໃຫ້ພະນັກງານອົງການກາແດງແຫ່ງຊາດຊາດລາວ ຖືເປັນບັນຫາສຳຄັນກ່ຽວຫ້ອງການສີຂຽວ ເພາະມັນຈະຊ່ວຍໃຫ້ພວກເຮົາມີອາກາດປອດປົ່ງ, ປະສະຈາກສິ່ງແວດລ້ອມເປັນພິດ ເຮັດໃຫ້ພວກດຳລົງຊີວິດດີຂຶ້ນ ແລະ ສຸຂະພາບແຂງແຮງທັງເປັນການປະຢັດງົບປະມານຂອງລັດໄດ້ຫລາຍຂຶ້ນ ສິ່ງຄັນອາສາສະໝັກກາແດງຕ້ອງອອກແຮງເປັນການນຳພາກັນອານະໄມ ສ້າງຈິດສຳນຶກໃນການເກັບມ້ຽນຂີ້ເຫຍືອໃຫ້ເປັນລະບົບ, ບໍ່ຄວນຖີ້ມຂີ່ເຫຍື້ອສະຊາຍ ແລະ ຊ່ວຍເຫລືອສັງຄົມ