ທະນາຄານການຄ້າຕ່າງປະເທດລາວ ໄຂກອງປະຊຸມຜູ້ຖືຮຸ້ນ ສະໄໝວິສາມັນ ປະຈໍາປີ 2022

111

ໃນຕອນບ່າຍຂອງວັນທີ 22 ພະຈິກ 2022 ທີ່ສໍານັກງານໃຫຍ່, ທະນາຄານການຄ້າຕ່າງປະເທດລາວ (ທຄຕລ) ມະຫາຊົນ, ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຜູ້ຖືຮຸ້ນ​ສະໄໝວິສາມັນ ປະຈໍາປີ 2022 ​ໂດຍ​ການເປັນປະທານຂອງ ທ່ານ ຄໍາສຸກ ສູນດາລາ ຮັກສາການປະທານສະພາບໍລິຫານ ທຄຕລ ພ້ອມ​ດ້ວຍ​ສະມາຊິກ​ສະພາ​ບໍລິຫານ ທຄຕລ, ມີ​ຜູ້​ຖື​ຮຸ້ນ​ເຂົ້າຮ່ວມ​​ດ້ວຍ​ຕົນ​ເອງ ແລະ ມອບ​ສິດຈຳນວນ 161 ທ່ານ, ເທົ່າ​ກັບ 152.435.111 ຮຸ້ນ, ນັບ​ທັງ 929.531 ຮຸ້ນ ທີ່​ຖືກມອບ​ສິດ, ບັນລຸ​ອັດຕາ​ສ່ວນ 73,384%;

ໃນນັ້ນ ຕາງໜ້າຜູ້ຖືຮຸ້ນລັດຖະບານໂດຍ ທ່ານ ປະສົມເພັດ ຄໍາຕັນ ຮອງຫົວໜ້າກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ, ກະຊວງການເງິນ, ຕາງໜ້າຄູ່ຮ່ວມຍຸດທະສາດ ໂດຍ ທ່ານ ສະເຕຟານ ອຽກແບັງ ຜູ້ອໍານວຍການທະນາຄານລາວຝຣັ່ງ ແລະ ມີຜູ້ຕາງໜ້າຈາກຕະຫຼາດຫຼັກຊັບລາວ ແລະ ຄະນະກໍາມະການຄຸ້ມຄອງຫຼັກຊັບເຂົ້າຮ່ວມຕິດຕາມກອງປະຊຸມຕາມລະບຽບການ.

ກອງປະຊຸມໄດ້ຮັບຟັງການລາຍງານສະພາບການດໍາເນີນງານຂອງ ທຄຕລ ໄລຍະ 9 ເດືອນ 2022 ເຫັນວ່າມີກໍາໄລຫຼັງອາກອນ 24,7 ຕື້ກີບ (ຕົວເລກກ່ອນການກວດສອບ), ນອກນັ້ນກອງປະຊຸມໄດ້ພິຈາລະນາຮັບຮອງ:
1) ບົດບັນທຶກກອງປະຊຸມຜູ້ຖືຮຸ້ນປະຈໍາປີ 2021.
2) ການແຕ່ງຕັ້ງສະມາຊິກສະພາບໍລິຫານ ທຄຕລ.
3) ການປັບປຸງນະໂຍບາຍນໍ້າມັນໃຫ້ ພະນັກງານ ທຄຕລ.

ໃນກອງປະຊຸມ ຜູ້ອໍານວຍການ ທຄຕລ ກໍ່ໄດ້ໃຫ້ຄວາມໝັ້ນໃຈຕໍ່ຜູ້ຖືຮຸ້ນ ທຄຕລ ວ່າຈະພະຍາຍາມສູ້ຊົນແກ້ໄຂບັນຫາຄົງຄ້າງຕ່າງໆ, ພະຍາຍາມສູ້ຊົນສ້າງຜົນກໍາໄລສູງສຸດໃນທ້າຍປີ 2022 ເພື່ອໃຫ້ມີເງິນປັນຜົນແກ່ຜູ້ຖືຮຸ້ນ ແລະ ກອງປະຊຸມໄດ້ດໍາເນີນໄປຢ່າງມີຜົນສໍາເລັດຢ່າງຈົບງາມ.

ຂ່າວ-ພາບ: ສັນຕິ