ການປະຕິຮູບມີຄວາມສຳຄັນ ຕໍ່ການຟື້ນຟູສະຖຽນລະພາບທາງດ້ານເສດຖະກິດຂອງ ສປປ ລາວ

98

ເງິນກີບໄດ້ອ່ອນຄ່າລົງ 68% ເມື່ອທຽບກັບເງິນໂດລາສະຫະລັດ ໃນຊ່ວງປີນີ້ ຈົນມາຮອດເດືອນຕຸລາ ໄດ້ທ່ວງດຶງການຟື້ນຕົວເສດຖະກິດຂອງ ສປປ ລາວ ແລະ ເຮັດໃຫ້ອັດຕາເງິນເຟີ້ຂຶ້ນສູງ, ນຳໄປສູ່ການຫົດຕົວດ້ານການບໍລິໂພກຂອງພາກເອກະຊົນຄົວເຮືອນ ແລະ ການລົງທຶນ, ສະນັ້ນ ທະນາຄານໂລກ ໄດ້ສະເໜີການປະຕິຮູບມີຄວາມສຳຄັນ ຕໍ່ການຟື້ນຟູສະຖຽນລະພາບທາງດ້ານເສດຖະກິດຂອງ ສປປ ລາວ

ບົດລາຍງານຕິດຕາມສະພາບເສດຖະກິດ ສະບັບ ເດືອນຕຸລາ 2022: ການຮັບມືກັບຄວາມບອບບາງດ້ານເສດຖະກິດມະຫາພາກ ໄດ້ລະບຸ ຂອດການປະຕິຮູບສຳຄັນທີ່ຈະຊ່ວຍປະເທດຟື້ນຟູສະຖຽນລະພາບທາງດ້ານເສດຖະກິດ ແລະ ຮັກສາການເຕີບໂຕທີ່ຍືນຍົງ.
ອີງຕາມບົດລາຍງານຕິດຕາມສະພາບເສດຖະກິດ ສະບັບເດືອນຕຸລາ 2022 ຂອງທະນາຄານໂລກ ເຜີຍແຜ່ວັນທີ 21 ພະຈິກ 2022 ໃຫ້ຮູ້ວ່າ: ທະນາຄານໂລກ ໄດ້ລາຍງານຄວາມຄືບໜ້າກ່ຽວກັບສະພາບເສດຖະກິດຂອງ ສປປ ລາວ ວ່າ ເຖິງແມ່ນວ່າເສດຖະກິດຂອງລາວ ຈະມີການຟື້ນຕົວໃນຊ່ວງໄລຍະຕົ້ນປີ 2022, ແຕ່ ກໍຍັງປະເຊີນກັບບັນຫາ ແລະ ຄວາມທ້າທາຍຫຼາຍຂຶ້ນຈາກການອ່ອນຄ່າຂອງເງິນກີບ ແລະ ອັດຕາເງິນເຟີ້ທີ່ສູງ.

ບົດລາຍງານຊີ້ແຈງວ່າ ເງິນກີບໄດ້ອ່ອນຄ່າລົງ 68% ເມື່ອທຽບກັບເງິນໂດລາສະຫະລັດ ໃນຊ່ວງປີນີ້ຈົນມາຮອດເດືອນຕຸລາ ອັນໄດ້ທ່ວງດຶງການຟື້ນຕົວຂອງເສດຖະກິດ ແລະ ເຮັດໃຫ້ອັດຕາເງິນເຟີ້ຂຶ້ນສູງ ແລ້ວນຳໄປສູ່ການຫົດຕົວດ້ານການບໍລິໂພກຂອງພາກເອກະຊົນຄົວເຮືອນ ແລະ ການລົງທຶນ. ໃນຂະນະດຽວກັນ, ຄາດວ່າ ໜີ້ສິນພາກລັດ ແລະ ໜີ້ສິນທີ່ລັດຄ້ຳປະກັນຈະກາຍ 100 ສ່ວນຮ້ອຍຂອງ GDP ໃນທ້າຍປີນີ້ ແລະ ທະນາຄານໂລກ ໄດ້ຫຼຸດອັດຕາການເຕີບໂຕຂອງເສດຖະກິດທີ່ຄາດຄະເນໄວ້ສຳລັບ ສປປ ລາວ ລົງມາເປັນ 2,5% ຈາກອັດຕາຄາດຄະເນໃນກ່ອນໜ້ານີ້ຢູ່ທີ່ 3,8%. ເຖິງແມ່ນວ່າການຈ້າງງານຈະເພີ່ມຂຶ້ນມາຮອດກາງປີ 2022, ແຕ່ລາຍໄດ້ຂອງປະຊາຊົນ ກໍຍັງເຕີບໂຕຊ້າເມື່ອທຽບກັບ ອັດຕາເງິນເຟີ້ທີ່ເພີ່ມຂຶ້ນ.

ອັດຕາເງິນເຟີ້ຂອງໝວດສິນຄ້າບໍລິໂພກປີຕໍ່ປີ ໄດ້ເພີ່ມຂຶ້ນເຖິງ 37% ມາຮອດເດືອນ ຕຸລາ 2022 ໂດຍສະເພາະອັດຕາເງິນເຟີ້ສຳລັບໝວດອາຫານ ທະລຸເກືອບຮອດ 39% ເຊິ່ງສົ່ງຜົນກະທົບຢ່າງຫຼວງຫຼາຍ ຕໍ່ຜູ້ທຸກຍາກໃນເຂດຕົວເມືອງ ຊຶ່ງບາງຄອບຄົວຕ້ອງໄດ້ຫຼຸດຜ່ອນການບໍລິໂພກສະບຽງອາຫານ ແລະ ການຊົມໃຊ້ນ້ຳມັນເຊື້ອໄຟ. ໃນການສຳຫຼວດຂອງ ທະນາຄານໂລກ ໄດ້ມີການລາຍງານວ່າ ສອງສ່ວນສາມຂອງຄົວເຮືອນ ໄດ້ຫຼຸດຄ່າໃຊ້ຈ່າຍດ້ານສຸຂະພາບ ແລະ ການສຶກສາ ເຊິ່ງອາດມີຜົນກະທົບຕໍ່ການພັດທະນາມະນຸດໃນໄລຍະຍາວ.

ທ່ານ ອາແລັກສ໌ ແຄຣເມີ ຜູ້ຕາງໜ້າ ຫ້ອງການທະນາຄານໂລກປະຈຳ ສປປ ລາວ ໄດ້ກ່າວວ່າ: “ທະນາຄານໂລກ ແລະ ຄູ່ຮ່ວມພັດທະນາອື່ນໆໄດ້ມີການປຶກສາຫາລືກັບລັດຖະບານກ່ຽວກັບຍຸດທະສາດການປະຕິຮູບ ເພື່ອຊ່ວຍສ້າງສະຖຽນລະພາບດ້ານເສດຖະກິດມະຫາພາກໃຫ້ມີຄວາມເຂັ້ມແຂງ, ປົກປ້ອງລາຍຈ່າຍສຳຄັນໃນຂະແໜງສຶກສາ, ສາທາລະນະສຸກ ແລະ ສະຫວັດດີການ ກໍຄືສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ເພື່ອການຟື້ນຟູໃນໄລຍະຍາວ, ເຊິ່ງໄດ້ມີການສະເໜີ 5 ຂອດການປະຕິຮູບທີ່ເປັນບຸລິມະສິດ ຄື: 1) ຕັດການຍົກເວັ້ນພາສີອາກອນທີ່ຫຼວງຫຼາຍ ເພື່ອເພີ່ມລາຍຮັບພາກລັດ ແລະ ປົກປ້ອງລາຍຈ່າຍດ້ານສັງຄົມ; 2) ປັບປຸງການຄຸ້ມຄອງ ການລົງທຶນຂອງພາກລັດ ແລະ ພາກລັດ-ເອກະຊົນ ກໍຄືລັດວິສາຫະກິດ; 3) ປັບປຸງໂຄງສ້າງໜີ້ສິນຂອງລັດ ດ້ວຍການສືບຕໍ່ການເຈລະຈາໃຫ້ສໍາເລັດ; 4) ສ້າງສະຖຽນລະພາບຂອງພາກ ທະນາຄານການເງິນ ໃຫ້ມີຄວາມເຂັ້ມແຂງໂດຍນໍາໃຊ້ ເຄື່ອງມືທາງດ້ານນິຕິກຳ ແລະ ລະບຽບການ; ແລະ 5) ປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ສົ່ງເສີມການສົ່ງອອກ ໂດຍຜ່ານການປະຕິຮູບບັນດາລະບຽບການຢ່າງມີປະສິດທິຜົນ.

ນອກຈາກນີ້, ບົດລາຍງານໄດ້ຄາດຄະເນແນວໂນ້ມໃນໄລຍະກາງວ່າ ເສດຖະກິດຈະຄ່ອຍໆຟື້ນຕົວ ແລະ ຂັບເຄື່ອນໂດຍຂະແໜງການທ່ອງທ່ຽວ ແລະ ການສົ່ງອອກ ແຕ່ກໍຂຶ້ນກັບຄວາມສຳເລັດໃນການເຈລະຈາດ້ານ ໜີ້ສິນກັບເຈົ້າໜີ້ສອງຝ່າຍ. ນອກຈາກນັ້ນ, ແນວໂນ້ມຂອງເສດຖະກິດແມ່ນຍັງຕ້ອງປະເຊີນກັບຄວາມສ່ຽງພາຍນອກຫລາຍຢ່າງ ລວມທັງນະໂຍບາຍເສດຖະກິດມະຫາພາກຂອງໂລກທີ່ເຄັ່ງຕຶງກວ່າເກົ່າ ແລະ ຜົນກະທົບທີ່ແກ່ຍາວຂອງສົງຄາມໃນ ຢູເຄຣນ.