ນໍ້າຕານມິດລາວ ຄາດປີໜ້າ ຈະມີອ້ອຍສົ່ງໃຫ້ບໍລິສັດ 7 ແສນກວ່າໂຕນ, ອ້ອຍທົ່ວໄປ ຊື້ 520.000 ກີບຕໍ່ໂຕນ

121

ບໍລິສັດນໍ້າຕານມິດລາວ ຕັ້ງຢູ່ເມືອງໄຊບູລີ ແຂວງສະຫວັນນະເຂດ ຄາດປີ 2023 ນີ້ ຈະມີອ້ອຍສົ່ງໃຫ້ບໍລິສັດເພີ່ມຂຶ້ນ 7 ແສນກວ່າໂຕນ ອ້ອຍທົ່ວໄປ ຊື້ 520.000 ກີບຕໍ່ໂຕນ ເຊິ່ງປັດຈຸບັນ ບໍລິສັດໄດ້ສົ່ງເສີມໃຫ້ປະຊາຊົນປູກອ້ອຍແບບສອງບວກສາມ ມີເນື້ອທີ່ 22.000 ກ່ວາເຮັກຕາ.

ເປັນພຽງຮູບປະກອບຂ່າວ

ທ່ານ ສະອາດ ປັນຍາດິບວົງ ຜູ້ອຳນວຍການ ບໍລິສັດນ້ຳ ຕານມິດລາວ ຈຳກັດ ລາຍງານເນື່ອງໃນໂອກາດ ຄະນະກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ລົງກວດກາຊິງຊັ່ງນ້ຳໜັກປະຈຳປີ 2022-2023 ຂອງບໍລິສັດ ໃນວັນທີ 17 ພະຈິກ 2022 ຜ່ານມາວ່າ: ການກວດກາຊິງຊັ່ງນ້ຳ ໜັກຂອງບໍລິສັດແມ່ນມີຂຶ້ນທຸກໆປີກ່ອນຈະມີການໜີບອ້ອຍໃນຕົ້ນເດືອນທັນວາ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ຊາວສວນອ້ອຍທີ່ສະໜອງອ້ອຍໃຫ້ບໍລິສັດ ແລະ ເພື່ອສ້າງຄວາມຍຸຕິທຳ, ຈະ ແຈ້ງຕໍ່ຜູ້ຊື້-ຜູ້ຂາຍ ເຊິ່ງກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ທົບກັບພະນັກງານວິຊາການຂັ້ນແຂວງ ແລະ ເມືອງໄດ້ລົງມາ ກວດກາຊິງຊັ່ງນ້ຳໜັກຢູ່ແຕ່ລະຈຸດຂອງບໍລິສັດປີລະຄັ້ງ, ໃນປີນີ້ບໍລິສັດໄດ້ຕິດຕັ້ງ ຊິງຊັ່ງນໍ້າໜັກໃໝ່ຢູ່ເມືອງໄຊພູທອງ 1 ແຫ່ງ ແຂວງສະຫວັນນະເຂດ ແລະ ເມືອງເຊບັ້ງໄຟ ແຂວງຄຳມ່ວນ 1 ແຫ່ງ ເພື່ອໃຫ້ປະຊາຊົນຊາວສວນອ້ອຍມີຄວາມສະດວກຂຶ້ນຕື່ມໃນການຕິດນໍ້າໜັກອ້ອຍສົ່ງໃຫ້ບໍລິສັດ.

ທ່ານ ສະອາດ ປັນຍາດິບວົງ ໃຫ້ຮູ້ຕື່ມວ່າ: ສຳລັບການໜີບອ້ອຍໃນປີ 2022 ແມ່ນຈະເປີດພິທີ ຢ່າງເປັນທາງການໃນວັນທີ 7 ທັນວານີ້ ແລະ ຄາດວ່າຈະມີອ້ອຍສະໜອງໃຫ້ບໍລິສັດປະມານ 570.000 ໂຕນ ເຊິ່ງເພີ່ມຈາກປີຜ່ານມາ 33%, ໃນນັ້ນແມ່ນອ້ອຍອິນຊີ ຫຼື ອ້ອຍປອດສານເຄມີ 200.000 ໂຕນ ແລະ ອ້ອຍທົ່ວໄປ 370.000 ໂຕນ ໂດຍທາງບໍລິສັດຮັບຊື້ໃນລາຄາ 620.000 ກີບຕໍ່ໂຕນ ສຳລັບອ້ອຍອິນຊີ ແລະ ອ້ອຍທົ່ວໄປ ລາຄາ 520.000 ກີບຕໍ່ໂຕນ. ພ້ອມທັງຄາດວ່າໃນປີ 2023 ຈະມີອ້ອຍສົ່ງໃຫ້ບໍລິສັດເພີ່ມຂຶ້ນ 7 ແສນກວ່າໂຕນ ເນື່ອງຈາກປະຊາຊົນມີຄວາມຕື່ນຕົວ ແລະ ສະເໜີເຂົ້າຮ່ວມປູກອ້ອຍຕື່ມອີກ ຈຳນວນ 350 ຄອບຄົວໃນປີນີ້, ປັດຈຸບັນມີຜູ້ປູກອ້ອຍແລ້ວ 2.200 ກວ່າຄອບຄົວກວມເອົາ ສອງແຂວງຄື: ແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ ທີ່ບໍລິສັດໄດ້ສົ່ງເສີມໃຫ້ປະຊາຊົນປູກອ້ອຍແບບສອງບວກສາມ ເນື້ອທີ່ 22.000 ກ່ວາເຮັກຕາ.

ທ່ານ ສີວິໄລ ອິນທະລືໄຊ ຮອງເຈົ້າເມືອງໄຊບູລີ ແຂວງສະຫວັນນະເຂດ ໃຫ້ສຳພາດວ່າ: ການສົ່ງເສີມປະຊາຊົນປູກ ອ້ອຍແບບສອງບວກສາມຂອງ ບໍລິສັດ ນໍ້າຕານມິດລາວ ທາງອຳນາດການປົກ ຄອງເມືອງ ກໍໄດ້ລະດົມປະຊາຊົນໃນແຕ່ລະບ້ານທີ່ມີເງື່ອນໄຂ, ມີດິນ, ມີແຮງງານ ເພື່ອສ້າງເສດຖະກິດສ້າງລາຍຮັບໃຫ້ແກ່ຄອບຄົວ, ເຫັນວ່າປະຊາຊົນມີ ຄວາມຕື່ນຕົວຫຼາຍສົມຄວນຫັນມາປູກອ້ອຍ ເພື່ອສົ່ງຂາຍໃຫ້ບໍລິສັດນ້ຳຕານມິດລາວ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ.