14 ບັນຫາສຳຄັນ ລັດຖະບານ ຈະໄດ້ສືບຕໍ່ສຸມໃສ່ແກ້ໄຂ ທີ່ແຕ່ນີ້ ຫາ ທ້າຍປີ 2022

107

ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພະຈິກ 2022 ທີ່ໄຂຂຶ້ນໃນຕອນເຊົ້າຂອງວັນທີ 21 ແລະ ອັດລົງໃນຕອນທ່ຽງຂອງວັນທີ 22 ພະຈິກ 2022 ທີ່ສໍານັກງານນາຍົກ ລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າບັນດາກະຊວງ ເຂົ້າຮ່ວມ.

ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ໄດ້ຖະແຫຼງຜົນຂອງກອງປະຊຸມ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື, ຄົົ້ນຄວ້າ, ຕົກລົງ ແລະ ມີທິດຊີ້ນຳ ຕໍ່ວາລະທີ່ສໍາຄັນຕ່າງໆ. ສຳລັບແຜນແຕ່ນີ້ຮອດໝົດເດືອນທັນວາ 2022, ເນື່ອງຈາກສະພາບການຂອງສາກົນ ແລະ ພາກພື້ນ ຍັງຈະສືບຕໍ່ຜັນແປຢ່າງສັບສົນ ຄາດເດົາໄດ້ຍາກ ເຊິ່ງຍັງຈະສືບຕໍ່ກະທົບຕໍ່ປະເທດເຮົາ ຢ່າງຫຼີກລ່ຽງບໍ່ໄດ້. ສະນັ້ນ, ລັດຖະບານ ຍັງຈະໄດ້ສືບຕໍ່ສຸມໃສ່ແກ້ໄຂບັນຫາຫຍຸ້ງຍາກຕ່າງໆ ທີ່ຈະເກີດຂຶ້ນໃຫ້ທັນການ ແລະ ຈະສຸມໃສ່ປະຕິບັດບາງວຽກງານທີ່ສຳຄັນ ດັ່ງນີ້:

1) ສືບຕໍ່ຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໃຫ້ເຂົ້າສູ່ລວງເລິກ ໂດຍສ້າງເປັນແຜນການລະອຽດ ໃນການຈັດຕັ້ງປະຕິບັດແຕ່ລະດ້ານ ໃຫ້ໄດ້ຮັບຜົນສຳເລັດ ແລະ ມີປະສິດທິຜົນຫຼາຍຂຶ້ນ ໂດຍສະເພາະ ການແບ່ງຄວາມຮັບຜິດຊອບ ໃນການປະຕິບັດມະຕິ ວ່າດ້ວຍວຽກງານທີ່ດິນໃນໄລຍະ ໃໝ່.
2) ສຸມໃສ່ຈັດຕັ້ງຜັນຂະຫຍາຍ ຜົນສຳເລັດກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ 5 ໃຫ້ເລີກເຊິ່ງ ແລະ ກວ້າງຂວາງ, ລວມທັງ ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໃຫ້ໄດ້ຮັບຜົນດີ.
3) ສຸມໃສ່ກະກຽມບົດລາຍງານ 7 ຫົວຂໍ້ ແລະ ການປັບປຸງກົດໝາຍ 10 ສະບັບ ທີ່ລັດຖະບານ ຈະລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ມີເນື້ອໃນ ຊັດເຈນ, ຖືກຕ້ອງ, ຄົບຖ້ວນ ແລະ ສຳເລັດຕາມກຳນົດເວລາ.

4) ສືບຕໍ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ດ້ວຍຈິດໃຈບຸກບືນສູ້ຊົນ, ແຂງແຮງ ແລະ ໄດ້ຮັບຜົນດີຂຶ້ນກວ່າເກົ່າ ພ້ອມທັງ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກດັ່ງກ່າວ ໃນປີ 2022 ແລະ ສະເໜີແຜນ ປີ 2023 ເພື່ອລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ.
5) ສືບຕໍ່ເອົາໃຈໃສ່ນຳພາ ຊີ້ນຳວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຢ່າງຕັ້ງໜ້າ ໂດຍສະເພາະ ຮັບປະກັນຄວາມສະຫງົບ ແລະ ປອດໄພ ໃຫ້ແກ່ງານສຳຄັນຕ່າງໆ ເຊັ່ນ: ງານສະເຫຼີມສະຫຼອງທົ່ງໄຫຫີນເປັນມໍຣະດົກໂລກ, ການສະເຫຼີມສະຫຼອງວັນຊາດທີ 2 ທັນວາ, ງານມະຫາກຳກິລາແຫ່ງຊາດ ທີ່ຈະຈັດຂຶ້ນທີ່ແຂວງຊຽງຂວາງ ແລະ ອື່ນໆ. ພ້ອມນີ້, ກໍເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະ ຂີ້ລັກງັດແງະ ລວມທັງບັນຫາສື່ສັງຄົມອອນລາຍ ທີ່ສະເໜີຂ່າວບິດເບືອນ, ຂ່າວປອມ ແລະ ຂ່າວລື ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.
6) ກະກຽມຈັດກອງປະຊຸມແຜນການ-ການເງິນ ທົ່ວປະເທດ ໃຫ້ມີເນື້ອໃນເລິກເຊິ່ງ, ຮັດກຸມ ແລະ ມີການຫັນປ່ຽນໃໝ່ທາງດ້ານການເກັບລາຍຮັບ, ການປະຕິບັດໂຄງການລົງທຶນຂອງລັດ.
7) ສືບຕໍ່ສ້າງສະພາບແວດລ້ອມທີ່ດີ ໃນການດຶງດູດ ແລະ ສົ່ງເສີມການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີຄວາມສະດວກ ແລະ ວ່ອງໄວ ກວ່າເກົ່າ.

8) ສືບຕໍ່ປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງງົບປະມານ, ດຳລັດວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ, ດຳລັດ ວ່າດ້ວຍລັດຂອງລັດ ແລະ ນິຕິກຳກ່ຽວ ຂ້ອງອື່ນໆ ໃຫ້ເຂັ້ມງວດ ແລະ ມີປະສິດທິຜົນກວ່າເກົ່າ.
9) ສືບຕໍ່ປະຕິຮູບບັນດາລັດວິສາຫະກິດ ຢ່າງແຂງແຮງ ຕາມມະຕິຂອງລັດຖະບານ ເລກທີ 10 ປີ 2021 ໃຫ້ສໍາເລັດຕາມແຜນ.
10) ສືບຕໍ່ສຸມໃສ່ແກ້ໄຂສະພາບການວ່າງງານ; ຍົກສູງຄຸນນະພາບຂອງສີມືແຮງງານລາວ ເພື່ອຕອບສະໜອງໃຫ້ແກ່ຕະຫຼາດພາຍໃນ ທັງກ້າວໄປສູ່ການສົ່ງອອກແຮງງານໄປຕ່າງປະເທດໃຫ້ຫຼາຍຂຶ້ນ ເພື່ອປະກອບສ່ວນນຳເງິນຕາຕ່າງປະເທດເຂົ້າສູ່ເສດຖະກິດລາວເພີ່ມຂຶ້ນ.

11) ສຸມໃສ່ກະກຽມຄວາມພ້ອມ ໃຫ້ແກ່ພິທີເຫຼີມສະຫຼອງ ແລະ ງານສຳຄັນຕ່າງໆ ທີ່ຈະຈັດຂຶ້ນໃນທ້າຍເດືອນພະຈິກ ຫາເດືອນທັນວາ ບົນຈິດໃຈກະທັດຮັດ ແລະ ປະຢັດມັດທະຍັດ.
12) ສືບຕໍ່ຈັດຕັ້ງປະຕິບັດແນວທາງການຕ່າງປະເທດ ຂອງພັກ ໃຫ້ມີປະສິດທິຜົນ, ໃນນີ້: ຈັດຕັ້ງຜັນຂະຫຍາຍຜົນສໍາເລັດ ຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41, ປະຕິບັດຜົນການຕົກລົງ ຂອງການພົບປະຂອງການນຳຂັ້ນສູງ ກັບບັນດາປະເທດເພື່ອນມິດໃຫ້ຖືກຕ້ອງ, ທັນການ ແລະ ໄດ້ຮັບຜົນດີ. ພ້ອມກັນນີ້ ກໍ່ກະກຽມຮອບດ້ານໃຫ້ແກ່ການໄປເຄື່ອນໄຫວຕ່າງປະເທດ ແລະ ການຕ້ອນຮັບແຂກຕ່າງປະເທດ ທີ່ຈະມາຢ້ຽມຢາມ ເຮັດວຽກ ຢູ່ ສປປ ລາວ.
13) ກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການເດີນມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ພ້ອມທັງ ເຂົ້າຮ່ວມພິທີປິດປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ແລະ ເຂົ້າຮ່ວມກອງປະຊຸມ ຄະນະກຳມະການຮ່ວມມືສອງຝ່າຍ ລາວ-ຫວຽດນາມ ຄັ້ງທີ 45.
14) ສືບຕໍ່ສຸມໃສ່ກະກຽມສ້າງແຜນດຳເນີນງານ ຂອງລັດຖະບານ ປີ 2023 ໃຫ້ສຳເລັດ ເພື່ອພິຈາລະນາໃນກອງປະຊຸມລັດຖະບານ ໃນເດືອນທັນວາ.

ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ບັນດາທ່ານ ສະມາຊິກລັດຖະບານ ຈົ່ງນຳເອົາມະຕິກອງປະຊຸມລັດຖະບານຄັ້ງນີ້ ໄປຫັນເປັນແຜນຈັດຕັ້ງປະຕິບັດຂອງຂະແໜງການຕົນໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ, ບຸກຄະລາກອນຢູ່ໃນແຕ່ລະຂັ້ນ ແລະ ມີຄາດໝາຍ ໃນແຕ່ລະໄລຍະ ໃຫ້ຊັດເຈນ, ສອດຄ່ອງກັບເງື່ອນໄຂສະພາບຄວາມເປັນຈິງ ຂອງແຕ່ຂະແໜງການ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.