ເຕືອນໄພຄົນຫຼິ້ນເລກ ຢ່າຫຼົງໂອນເງິນຊື້ເລກເພື່ອ 400 ລ້ານ

144

ກ່ຽວກັບການໂອນເງິນເພື່ອແລກກັບຕົວເລກຫວຍທີ່ຈະໄດ້ເງິນຈຳນວນມະຫາສານຍັງປະກົດໃຫ້ເຫັນເລື້ອຍໆມາ ເຖິງແມ່ນວ່າທາງຫວຍພັດທະນາ, ຂ່າວຈາກ ປກສ ແລະເພຈຂ່າວເສດຖະກິດ-ການຄ້າກໍ່ເປັນສື່ກາງແຈ້ງເຕືອນມາຢ່າງຕໍ່ເນື່ອງ ແຕ່ຍັງມີຜູ້ຕົກເປັນເຫຍື່ອຂອງຂະບວນການຕົ້ມຕຸນເປັນຈຳນວຫຼາຍຢູ່.

No photo description available.

ມື້ນີ້ 22 ພະຈິກ 2022 ກະຊວງການເງິນໄດ້ປະກາດແຈ້ງມາຍັງສັງຄົມ, ພໍ່ແມ່ປະຊາຊົນໃນຂອບເຂດທົ່ວປະເທດຊາບວ່າ:
ປັດຈຸບັນມີຄົນທີ່ບໍ່ຫວັງດີໄດ້ປອມແປງເອກະສານກ່ຽວກັບການອອກຫວຍພັດທະນາ ເພື່ອໃຊ້ໃນການຫລອກລວງປະຊາຊົນທີ່ຮູ້ເທົ່າບໍ່ເຖິງການໃຫ້ໂອນເງິນ ເພື່ອຫວັງຖືກເລກລາງວັນ….ປັດຈຸບັນມີປະຊາຊົນຫລາຍຄົນໄດ້ຫລົງເຊື່ອແລະໂອນເງິນໃຫ້ພວກກ່ຽວເປັນຈຳນວນຫລາຍ.

No photo description available.
ສະນັ້ນ, ຖ້າທ່ານພົບເຫັນບຸກຄົນຫຼືອົງກອນໃດທີ່ໂຄສະນາຊວນເຊື່ອແລະແຈ້ງເອກະສານປອມ ແມ່ນບໍ່ໃຫ້ຫລົງເຊື່ອເດັດຂາດ ແລະ ໃຫ້ແຈ້ງຕໍ່ເຈົ້າໜ້າທີ່ກ່ຽວຂ້ອງເພື່ອດຳເນີນຄະດີຕາມລະບຽບກົດໝາຍ. ທ່ານສາມາດສອບຖາມຫຼືແຈ້ງຂໍ້ມູນອື່ນໆ ໄດ້ຜ່ານອິນບ໋ອກ ເພຈ ກະຊວງການເງິນ ຫຼື ໂທແຈ້ງສາຍດ່ວນ 1519

No photo description available.

ໃຫ້ທ່ານຄິດສະເໝີວ່າ ຖ້າເຂົາຮູ້ວ່າຕົວເລກທີ່ຈະໃຫ້ທ່ານຖ້າໄດ້ເງິນລາງວັນຈຳນວນມະຫາສານ ເຂົາຈະບໍ່ອັບປັນຍາມາໃຫ້ທ່ານເປັນຄົນໄດ້ ແຕ່ເຂົາຈະເອົາເອງດີກວ່າ ຖ້າເຂົາຍອມເອົາຕົວເລກມາໃຫ້ທ່ານເພື່ອໃຫ້ທ່ານໂອນເງິນຈຳນວນ 2-3 ລ້ານຫຼືຫຼາຍກວ່ານັ້ນເພື່ອໄປແລກເອົາ ສະແດງວ່າທ່ານກຳລັງລົມກັບມິດສາຊີບຢູ່ຈົ່ງຢ່າໄດ້ຫຼົງໂອນເງິນໄປໂດຍເດັດຂາດ.

May be an image of text
????ຊ່ວຍແຊຂໍ້ມູນອັນເປັນປະໂຫຍດໃຫ້ທົ່ວສັງຄົມໄດ້ຮັບຮູ້ທົ່ວເຖິງ????