ໃຜໃຈເຖິງໄປເດີ້ ບ່າວວິນເປີດຮັບທີມງານ ເງິນເດືອນແຕ່ 2-30 ລ້ານກີບ

295

ບ່າວວີນ ພໍ່ຄ້າອອນລາຍຜູ້ທີ່ຫຼາຍຄົນຮູ້ຈັກ ແລະຄຸ້ນໜ້າຄຸ້ນຕາດີ ເພິ່ນມາປະກາດເຊົ້າມື້ນີ້ ພ້ອມຮັບທີມງານເຂົ້າມາມີສ່ວນຮ່ວມໃນບໍລິສັດຂອງເພິ່ນ ເງິນເດືອນຕາມຄວາມສາມາດຈ່າຍບໍ່ອັ້ນ ນັບແຕ່ 2 ລ້ານຫາ 30 ລ້ານກີບ ວ້າວໆໆໆ

May be an image of 1 person, standing and indoor

ໃຜທີ່ມີຄວາມສາມາດໃນດັ່ງຕ່າງໆດັ່ງເພິ່ນຕ້ອງການ ພະນັກງານຂາຍ, ການຕະຫຼາດ, ອອກແບບອາດເວີດ, ຕົວແທນການຂາຍທົ່ວປະເທດ ຢ່າລືມໃຜສົນໃຈໄປພົບບ່າວວິນຢູ່ສູນການຄ້າລາວ-ໄອເຕັກເດີ້ເພິ່ນວ່າ

May be an image of indoor

ວັນເວລານັດໝາຍ ສູນການຄ້າລາວ-ໄອເຕັກຕຶກເກົ່າຊັ້ນສອງ ຫ້ອງມະຫາໄຊ ວັນທີ 26-27-28 ພະຈິກນີ້ ເວລາ 10:00 ເປັນຕົ້ນໄປ.

May be an image of 2 people, indoor and text that says 'PORCEL'

ຖືວ່າເພິ່ນເປັນຄົນເປີດກວ້າງຮັບທຸກຄົນທີ່ມີຄວາມສາມາດ ບໍວ່າຈະເປັນຄົນດັງເນັດໄອດໍ ຄົນທີ່ມີຄວາມໝັ້ນໃຈໃນໂຕເອງສາມາດສະໝັກໄດ້ ຜູ້ທີ່ມີວິຊາສະເພາະໃຫ້ຕິດຄັດຜົນງານມາກັບເອກະສານ ສ່ວນຜູ້ບໍມີຫຍັງວິນກໍ່ຍິນດີຮັບຂໍພຽງມີໃຈ ຮີບໄປເດີ້ທຸກຄົນ ໂອກາດກ້າວໜ້າກັບຍຸກຄ້າຂາຍອອນລາຍ.

May be an image of 1 person, standing, suit and indoor