ທຫລ ລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານນະວັດຕະກຳທາງການເງິນ ແລະ ລະບົບການຊໍາ ກັບ ທະນາຄານແຫ່ງຊາດ ກຳປູເຈຍ

93

ທະນາຄານແຫ່ງ ສປປ ລາວ (ທຫລ) ແລະ ທະນາຄານແຫ່ງຊາດ ກຳປູເຈຍ ລົງນາມໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານນະວັດຕະກຳທາງການເງິນ ແລະ ລະບົບການຊໍາລະ ລະຫວ່າງກັນ ແລະ ກັນ.

ເນື່ອງໃນໂອກາດຄະນະຜູ້ແທນຂອງ ທະນາຄານແຫ່ງ ສປປ ລາວ (ທຫລ) ນໍາໂດຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ໃນລະຫວ່າງວັນທີ 20-23 ພະຈິກ 2022 ນີ້, ຕອນເຊົ້າວັນທີ 21 ພະຈິກ ທີ່ນະຄອນພະນົມ, ໄດ້ມີກອງປະຊຸມທະວິພາຄີ ປະຈໍາປີ 2022 ລະຫວ່າງ ທຫລ ແລະ ທະນາຄານແຫ່ງຊາດ ກຳປູເຈຍ ຊຶ່ງຝ່າຍ ທຫລ ຕາງໜ້າໂດຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງຜູ້ວ່າການ ທຫລ ແລະ ຝ່າຍ ທະນາຄານແຫ່ງຊາດ ກຳປູເຈຍ ຕາງໜ້າໂດຍ ທ່ານ ເຈຍ ຈັນໂຕ ຜູ້ວ່າການ ທະນາຄານແຫ່ງຊາດ ກຳປູເຈຍ ພ້ອມດ້ວຍຄະນະກົມຕາງໜ້າຈາກສອງທະນາຄານກາງ ແລະ ທ່ານເລຂານຸການເອກ, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກ ກຳປູເຈຍ ກໍໄດ້ໃຫ້ກຽດເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວແມ່ນ ເພື່ອເປັນການສະຫຼຸບໝາກຜົນການຮ່ວມມືຂອງຂະແໜງການເງິນ-ເງິນຕາ ໃນໄລຍະ 01 ປີຜ່ານມາ ແລະ ແລກປ່ຽນທັດສະນະໃນການວາງທິດທາງການຮ່ວມມືໃນຕໍ່ໜ້າ ໂດຍໄດ້ມີການປຶກສາຫາລື ແລະ ແລກປ່ຽນບົດຮຽນຮ່ວມກັນໃນຫຼາຍບັນຫາສໍາຄັນຕົ້ນຕໍຄື: ສະພາບເສດຖະກິດມະຫາພາກ, ການດຳເນີນນະໂຍບາຍເງິນຕາ, ວຽກງານຄຸ້ມຄອງທະນາຄານທຸລະກິດລັດ, ການຮ່ວມມືທາງດ້ານວິຊາການ ແລະ ບັນຫາອື່ນໆ ທີ່ສອງຝ່າຍໃຫ້ຄວາມສົນໃຈຮ່ວມກັນ. ນອກນັ້ນ, ໃນຕອນທ້າຍຂອງກອງປະຊຸມຍັງໄດ້ເປີດໂອກາດໃຫ້ ຕາງໜ້ານັກທຸລະກິດຂອງສອງປະເທດ ລາວ-ກຳປູເຈຍ ລາຍງານການດຳເນີນທຸລະກິດ ແລະ ແລກປ່ຽນຂໍ້ຄິດເຫັນນໍາ ການນໍາທະນາຄານກາງຂອງສອງປະເທດ

ໃນກອງປະຊຸມທະວິພາຄີປະຈໍາປີ 2022 ຄັ້ງນີ້, ທຫລ ແລະ ທະນາຄານແຫ່ງຊາດ ກຳປູເຈຍ ກໍໄດ້ມີການລົງນາມໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານນະວັດຕະກຳທາງການເງິນ ແລະ ລະບົບການຊໍາລະ ລະຫວ່າງ ຫທລ ແລະ ທະນາຄານແຫ່ງຊາດ ກຳປູເຈຍ ແລະ ກອງປະຊຸມ ໄດ້ດຳເນີນໄປດ້ວຍບັນຍາກາດໄມຕີຈິດມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືທີ່ດີ ລະຫວ່າງ ທຫລ ແລະ ທະນາຄານແຫ່ງຊາດ ກໍາປູເຈຍ, ສາມາດບັນລຸຜົນສຳເລັດຕາມລະດັບຄາດໝາຍ. ຜົນສຳເລັດຂອງກອງປະຊຸມຄັ້ງນີ້ ຖືເປັນຂີດໝາຍອັນສໍາຄັນໃນການເສີມຂະຫຍາຍສາຍພົວພັນຮ່ວມມືຂອງສອງປະເທດ ເວົ້າລວມ, ເວົ້າສະເພາະກໍຄື ສອງທະນາຄານກາງໃຫ້ນັບມື້ນັບເພີ່ມທະວີຄວາມສະໜິດແໜ້ນ, ຄວາມສາມັກມິດຕະພາບ ແລະ ການຮ່ວມມືທີ່ເລິກຊຶ່ງຫຼາຍຂຶ້ນກວ່າເກົ່າ.

ນອກນີ້, ທະນາຄານແຫ່ງຊາດ ກໍາປູເຈຍ ຍັງໄດ້ມີວາລະພິເສດ ເພື່ອແລກປ່ຽນບົດຮຽນ ແລະ ປະສົບການກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດ (Sharing FX management experience) ໃຫ້ແກ່ ຜູ້ແທນ ທຫລ ຊຶ່ງເປັນບົດຮຽນອັນລໍ້າໃຫ້ແກ່ ທຫລ ນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຂອງຂະແໜງການທະນາຄານ.

ຂໍ້ມູນ-ພາບ: ທຫລ, ຮຽບຮຽງ: ສັນຕິ