ທີມນັກກີລາ ໝາກຂ່າງ ແລະ ໝາກແລ້ແຂວງຫົວພັນ ຕັ້ງເປົ້າ 2 ຫຼຽນຄຳ ໃນຊຽງຂວາງ ເກມ

135

ທີມນັກກີລາ ໝາກຂ່າງຍິງ-ຊາຍ ແລະ ກີລາໝາກແລ້ ຍິງ-ຊາຍ ຂອງແຂວງຫົວພັນ ປັດຈຸບັນນີ້ມີຄວາມພ້ອມ 95% ໃນ 2 ກິລາປະເພດນີ້ພ້ອມີຄວາມຫວັງຕັ້ງເປົ້າໄວ້ຈະຍາດໃຫ້ໄດ້ 2 ຫຼຽນຄຳ, 2 ຫຼຽນເງິນ ແລະ 2 ຫຼຽນທອງ ໃນປະເພດທີມຊຸດ, ທີມປະສົມຍິງ-ຊາຍ, ປະເພດຄູ່ ແລະ ປະເພດດ່ຽວ ໃນງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງເກມ ລະຫວ່າງວັນທີ 13-22 ທັນວາ ປີ 2022.

ທ່ານ ອຳພອນ ຫອມວັນທາ ແລະ ທ່ານ ເວີນສິງ ວິໄລພັນ ຫົວໜ້າຄູຝຶກທັງສອງທີມໄດ້ ໃຫ້ສຳພາດຕໍ່ນັກຂ່າວ ພະແນກສຶກສາທິການ ແລະ ກີລາແຂວງຫົວພັນ (ສກຂ) ໃຫ້ຮູ້ວ່າ: ທີມນັກກີລາ ໝາກຂ່າງ ຍິງ-ຊາຍ ລວມມີທັງໝົດ 18 ຄົນ ( ຊາຍ 8-ຍິງ 8 ຄົນ), ຄູຝຶກ 2 ຄົນ ແລະ ກີລາໝາກແລ້ ຍິງ-ຊາຍ ລວມມີທັງໝົດ 18 ຄົນ ( ຊາຍ 8-ຍິງ 8 ຄົນ), ຄູຝຶກ 2 ຄົນ ເຊິ່ງໄດ້ເລີ່ມເຂົ້າສູນຝຶກຊ້ອມນັບແຕ່ວັນທີ 7 ພະຈິກ 2022 ເປັນຕົ້ນມາ ໂດຍມາຮອດປັດຈຸບັນນີ້ແມ່ນໄດ້ 14 ວັນເຕັມ ເຊິ່ງໄດ້ມີຄວາມພ້ອມທາງດ້ານເຕັກນິກ, ສຸຂະພາບທາງຮ່າງກາຍ ແລະ ຈິດໃຈປະມານ 95% ທາງແຂວງຫົວພັນ.

“ ຄະນະນຳ ແລະ ຄູຝຶກ ໄດ້ຕອບສະໜອງອຸປະກອນການຝຶກຊ້ອມ, ທາງດ້ານງົບປະມານຕ່າງໆຕາມຂັ້ນເທິງກຳນົດໄວ້ໃຫ້ແກ່ນັກກີລາພ້ອມທັງນຳພາອ້າຍນ້ອງປະຕິບັດຕາກົດລະບຽບການຝຶກແອບຢ່າງເຂັ້ມງວດລາຍງານຕໍ່ຄະນະຮັບຜິດຊອບຂັ້ນແຂວງຢ່າງເປັນນປົກກະຕິ ໃນຊ່ວງຢູ່ໃນການເຂົ້າສູນຝຶກແອບກ່ອນເຂົ້າຮ່ວແຂ່ງຂັນໃນງານຄັ້ງນີ້ ” ທ່ານ ອຳພອນ ຫອມວັນທາ ກ່າວ.

ທ່ານ ອຳພອນ ຫອມວັນທາ ຫົວໜ້າຄູຝຶກກີລາໝາກຂ່າງ ຕາງໜ້າໃຫ້ທີມງານຄູຝຶກກີລາ 2 ປະເພດນີ້ຍັງໄດ້ຮຽກຮ້ອງໃຫ້ນັກກີລາທຸກໆຄົນຈົ່ງຕັ້ງໃຈຝຶກຊ້ອມ, ກຽມຄວາມພ້ອມໃຫ້ໄດ້ 100% ໃນໄວໆນີ້ເພື່ອເປັນຕົວແທນຂອງພໍ່ແມ່ພີ້ນ້ອງຊາວແຂວງຫົວພັນ ເຂົ້າຮ່ວມແຂ່ງຂັນທັນຕາມກຳນົດເວລາຂອງເຈົ້າພາບວາງອອກແລ້ວຍາດເອົາໄຊຊະນະ, ຫຼຽນລາງວັນຕ່າງໆມາຕ້ອນ ເພື່ອເປັນຂອງຂວັນໃຫ້ ແຂວງຫົວພັນ ຢ່າງສົມກຽດ ທັງນີ້ຍັງໄດ້ຂໍຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ຊາວແຂວງຫົວພັນ ຢູ່ພາຍໃນແຂວງ, ຕ່າງແຂວງ ແລະ ຢູ່ຕ່າງປະເທດຈົ່ງພ້ອມກັນຊຸກຍູ້ປະກອບສ່ວນທາງດ້ານວັດຖຸ, ສົ່ງກຳລັງໃຈຊ່ວຍຊົມຊ່ວຍເຊຍແກ່ທີມນັກກີລາຂອງ ແຂວງຫົວພັນ ໃນງານຄັ້ງນີ້ດ້ວຍ.

ສໍາລັບ ກີລາໝາກຂ່າງ ແລະ ໝາກແລ້ ເປັນກີລາປາຍແຫຼມຂອງແຂວງຫົວພັນ ເຊິ່ງເປັນ 2 ໃນ 10 ປະເພດກີລາທີ່ສົ່ງເຂົ້າຮ່ວມໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໂດຍຜົນງານໃນກີລາແຫ່ງຊາດ ຄັ້ງທີ 10 ທີ່ແຂວງອຸດົມໄຊ ໃນປີ 2014 ແຂວງຫົວພັນ ຍາດໄດ້ 1, ຫຼຽນຄໍາ, 3 ຫຼຽນເງິນ ແລະ 3 ຫຼຽນທອງ ຈາກການສົ່ງເຂົ້າຮ່ວມຊີງໄຊ 8 ປະເພດກີລາ ເຊິ່ງ 1 ຫຼຽນຄໍາກໍໄດ້ຈາກ ທ້າວ ຢົ່ງຊົງ ຈາກກີລາໝາກຂ່າງປະເພດທີມປະສົມຍິງ-ຊາຍ.
ຂ່າວ-ຮູບຈາກ: ສາຍ ສີສົມສັກ ພະແນກສຶກສາທິການ ແລະ ກີລາແຂວງຫົວພັນ; ຮຽບຮຽງ: Larh Creators