ອຸຕຸຄາດ ອາທິດນີ້ອາກາດຍັງເຢັນຢູ່ແຂວງພາກເໜືອ, ຈະມີຝົນຕົກລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ

63

ກ້າວເຂົ້າສູ່ລະດູແລງແລ້ວ ແຕ່ກໍຍັງມີຝົນຕົກຢູ່ບາງທ້ອງຖິ່ນ ເຊິ່ນອຸຕຸຄາດຄະເນສະພາບອາກາດອາທິດນີ້ ຈະມີຝົນຕົກລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ, ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຍັງຈະເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 21 ຫາ 27 ພະຈິກ 2022 ວ່າ: ໄລຍະວັນທີ 21 ຫາ 24 ພະຈິກນີ້ ຄວາມກົດດັນສູງຂອງອາກາດເຢັນຈະປົກຄຸມຢູ່ພາກເໜືອດ້ານຕາເວັນອອກຂອງປະເທດລາວດ້ວຍກຳລັງອ່ອນ, ສ່ວນພາກໃຕ້ຈະປົກຄຸມດ້ວຍຄວາມກົດດັນຕໍ່າຂອງອາກາດຮ້ອນສົມທົບກັບກະແສລົມຕາເວັນອອກພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມຈະມີໝອກບາງປົກຫຸ້ມຢູ່ທົ່ວໄປ. ສ່ວນພາກກາງ ແລະ ພາກໃຕ້ ຈະມີຝົນຕົກຟ້າຮ້ອງຟ້າເຫຼືອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ຈາກນັ້ນໃນໄລຍະວັນທີ 25 ຫາ 27 ພະຈິກ 2022 ຄວາມກົດດັນສູງຂອງອາກາດເຢັນຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼືອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ. ສ່ວນພາກກາງ ແລະ ພາກໃຕ້ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ. ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້:

ພາກເໜືອດ້ານຕາເວັນອອກ: ໄລຍະວັນທີ 21 ຫາ 23 ພະຈິກ ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ. ຈາກນັ້ນໄລຍະວັນທີ 24 ຫາ 27 ພະຈິກ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼືອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມຕໍ່າສຸດ 15-18 ອົງສາ ແລະ ສູງສຸດ 23 – 28 ອົງສາ.
ພາກເໜືອດ້ານຕາເວັນຕົກ: ໄລຍະວັນທີ 21 ຫາ 23 ພະຈິກ ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ. ຈາກນັ້ນໄລຍະວັນທີ 24 ຫາ 27 ພະຈິກ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼືອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມຕໍ່າສຸດ 16 – 22 ອົງສາ ແລະ ສູງສຸດ 28 – 34 ອົງສາ.
ພາກກາງ: ໄລຍະວັນທີ 21 ຫາ 22 ພະຈິກ ອາກາດຮ້ອນ ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ. ຈາກນັ້ນໄລຍະວັນທີ 23 ຫາ 27 ພະຈິກ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼືອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມຕໍ່າສຸດ 21-24 ອົງສາ ແລະ ສູງສຸດ 29 – 34 ອົງສາ.

ສຳລັບແຂວງ ໄຊສົມບູນ: ໄລຍະວັນທີ 21 ຫາ 22 ພະຈິກ ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ. ຈາກນັ້ນໄລຍະວັນທີ 23 ຫາ 27 ພະຈິກ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼືອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 11 – 15 ອົງສາ ແລະ ສູງສຸດ 25 – 28 ອົງສາ.
ພາກໃຕ້: ໃນໄລຍະແຕ່ວັນທີ 21 ຫາ 24 ພະຈິກ ອາກາດຮ້ອນ ພ້ອມຈະມີຝົນຕົກຟ້າ ) ຟ້າເຫຼືອມໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ. ຈາກນັ້ນໃນໄລຍະວັນທີ 25 ຫາ 27 ພະຈິກ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ. ອຸນຫະພູມຕໍ່າສຸດ 21 – 25 ອົງສາ ແລະ ສູງສຸດ 29 – 34 ອົງສາ.
ສຳລັບເຂດພູພຽງບໍລະເວນ: ອາກາດເຢັນ ຫາ ໜາວເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 13 – 15 ອົງສາ ແລະ ສູງສຸດ 22 – 26 ອົງສາ.

ນະຄອນຫຼວງວຽງຈັນ: ໄລຍະວັນທີ 21 ຫາ 22 ພະຈິກ ອາກາດຮ້ອນ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນ. ຈາກນັ້ນໃນໄລຍະວັນທີ 23 ຫາ 27 ພະຈິກ 2022 ຈະມີຝົນຕົກຟ້າຮ້ອງ ຟ້າເຫຼືອມໃນລະດັບຄ່ອຍ ຫາ ປານກາງພ້ອມຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 23 – 25 ອົງສາ ແລະ ສູງສຸດ 31 – 35 ອົງສາ.