ສ່ອງແຜນສ້າງເຮືອເຕົ່າຂະໜາດໃຫຍ່ ອອກແບບເປັນເມືອງລອຍນ້ຳ

20

ສຳນັກຂ່າວ CNN ລາຍງານວ່າ: ງານອອກແບບທີ່ໜ້າຕະລຶງ ໂຄງການກໍ່ສ້າງເຮືອທີ່ມີຮູບຮ່າງຄ້າຍຄືເຕົ່າທະເລຂະໜາດໃຫຍ່ທີ່ສຸດ ທີ່ບໍ່ເຄີຍມີມາກ່ອນ ມີຊື່ວ່າ “ ພັນຈີອອສ ” ມາຈາກຄຳວ່າ ພັນເຈຍ ມະຫາທະວີບ ເມື່ອ 200 – 335 ລ້ານປີກ່ອນໜ້ານີ້ ໂດຍບໍລິສັດ Lazzarini ເປີດເຜີຍວ່າ ມູນຄ່າການກໍ່ສ້າງສູງເຖິງ 8.000 ລ້ານໂດລາສະຫະລັດ.

ການທີ່ເຮືອລຳດັ່ງກ່າວມີມູນຄ່າສູງເຖິງ 8 ພັນລ້ານໂດລາ ເນື່ອງຈາກໂຄງສ້າງມີຂະໜາດໃຫຍ່ທີ່ສຸດ ເທົ່າທີ່ເຄີຍມີມາ ໂດຍມີຄວາມຍາວ 550 ແມັດ ແລະ ກວ້າງ 610 ແມັດ, ສ່ວນອົງປະກອບໃນເຮືອລຳດັ່ງກ່າວນັບວ່າເມືອງລອຍນ້ຳກໍວ່າໄດ້ ເພາະມີທັງໂຮງແຮມ, ສູນການຄ້າ, ສວນສາທາລະນະ ແລະ ທ່າຈອດເຮືອຂະໜາດນ້ອຍ ລວມທັງບ່ອນຈອດຍົນຂະໜາດນ້ອຍ.

No photo description available.

ໂຄງການດັ່ງກ່າວ ຈະກໍ່ສ້າງຂຶ້ນທີ່ ຊາອຸດິດ ອາຣັບບີ ໂດຍຈະນຳໃຊ້ພື້ນທີ່ກໍ່ສ້າງໃນທະເລປະມານ 1 ຕາກິໂລແມັດ ເພື່ອຂຸດຮ່ອງ ແລະ ສ້າງເຂື່ອນ ຫຼື ສິ່ງທີ່ກັ້ນນ້ຳອ້ອມຮອບ ກ່ອນເລີ່ມຕົ້ນສ້າງເຮືອລຳດັ່ງກ່າວ. ທີມອອກແບບໄດ້ສຳຫຼວດພື້ນທີ່ແລ້ວ ເຫັນວ່າອາດຈະກຳນົດເອົາທ່າເຮືອອັບດຸລເລາະ 81 ເຊິ່ງຕັ້ງຢູ່ທາງທິດເໜືອຂອງນະຄອນເຈດດາ ເຊິ່ງເປັນພື້ນທີ່ທີ່ເໝາະສົມທີ່ສຸດ, ສ່ວນແບບກໍ່ສ້າງຈະແບ່ງເປັນບລັອກ ທີ່ມີທ່າເຮືອ ແລະ ພື້ນທີ່ຫຼັກຢູ່ລະຫວ່າງກາງ, ຫຼັງຈາກນັ້ນ ຈຶ່ງກໍ່ອາຄານຂຶ້ນອ້ອມຮອບ, ສ່ວນຊັ້ນເທິງສຸດທີ່ເປັນຄ້າຍຄືກັບກະດອງເຕົ່າ ຈະອ້ອມຮອບດ້ວຍສວນ ແລະ ເປັນບ່ອນຂຶ້ນ – ລົງຂອງຍົນຂະໜາດນ້ອຍ.

ສ່ວນພື້ນທີ່ຢູ່ອາໄສດ້ານລຸ່ມ ຈະກໍ່ສ້າງເປັນ 30 ພັນຫ້ອງ ເພື່ອຮັກສາໂຄງສ້າງໃຫ້ສາມາດລອຍນ້ຳໄດ້, ຊັ້ນລຸ່ມສຸດເປັນໂຄງສ້າງເຫຼັກຂະໜາດ ໃຫຍ່ ເພື່ອໃຫ້ເຮືອຂັບເຄື່ອນດ້ວຍສະປີດ 5 ນ໊ອດ, ສ່ວນຫຼັງຄາເຮືອຈະຕິດຕັ້ງແຜງໂຊລາເຊວ ສຳລັບຈ່າຍໄຟຟ້າໃຫ້ແກ່ເຮືອ.

ແນວໃດໍຕາມ, ບໍລິສັດ Lazzarini ຄາດວ່າ: ໂຄງການດັ່ງກ່າວນີ້ ຈະເລີ່ມລົງມືໃນປີ 2033 ໂດຍຄາດວ່າຈະໃຊ້ເວລາການກໍ່ສ້າງ 8 ປີ ເຊິ່ງປັດຈຸບັນກຳລັງຊອກຫາແຫຼ່ງທຶນ ເພື່ອກໍ່ສ້າງໂຄງການດັ່ງກ່າວ.