ຊ້ອມໃຫຍ່ 15 ກ້ອນກຳລັງ ກຽມໃສ່ງານເທສະການແຫ່ພຣະໄຕປີດົກ 25 ພະຈິກນີ້

792

ເປັນກິດຈະກຳທີ່ຫາຊົມໄດ້ຍາກ ແລະບໍ່ຄ່ອຍປະກົດມີ ກ່ຽວກັບເລື່ອງລາວທີ່ພົວພັນກັບວັດທະນະທຳ ສະນັ້ນຜູ້ໃດມີເງື່ອນໄຂຢ່າລືມຫາໂອກາດໄປຮ່ວມໄປຊົມໃຫ້ໄດ້ຢູ່ແຂວງສາວະວັນ ບອກເລີຍຍິ່ງໃຫຍ່ອາລັງການ ງານເປັນທາງການຈັດມີຂຶ້ນວັນທີ 25 ພະຈິກນີ້.

May be an image of 7 people, people standing, outdoors and tree

ເພື່ອກະກຽມຄວາມພ້ອມງານເທສະການແຫ່ພຣະໄຕປີດົກ ສືບສານວັດທະນະທຳ ລໍາວົງສາລະວັນ ເນື່ອງໃນໂອກາດ ປະກາດຫໍໄຕປີດົກເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນຂອງ ແຂວງສາລະວັນ ໄດ້ກະກຽມກ້ອນກໍາລັງຕ່າງໆຫຼາຍເຖິງ 15 ກ້ອນກຳລັງ ແລະໄດ້ຊ້ອມແຫ່ກະກຽມໃສ່ງານແຫ່ແທ້ ມື້ວັນທີ 25 ພະຈິກ ເພື່ອໃຫ້ມີຄວາມເປັນລະບຽບຮຽບຮ້ອຍ-ຈົບງາມ ແລະ ພ້ອມພຽງກັນ.

May be an image of 3 people, people standing and outdoors

ຄະນະຮັບຜິດຊອບຂະບວນການແຫ່ຂອງບັນດາກ້ອນກໍາລັງຕ່າງໆ ເຊິ່ງລວມມີ: ກ້ອນກຳລັງແຫ່ຟ້ອນບູຊາພຣະໄຕປີດົກ, ນາງສາວຖືປ້າຍຍິນດີຕ້ອນຮັບສູ່ງານເທສະການແຫ່ພຣະໄຕປີດົກ, ສືບສານວັດທະນະທຳ ລຳວົງສາລະວັນ, ລົດແຫ່ຮູບຈຳລອງໃບຢັ້ງຢືນຮັບຮອງ, ລົດແຫ່ໜັງສືຜູກໃບລານ ແລະ ຂະບວນພຣະສົງ-ສຳມະເນນ.

May be an image of 6 people, people standing and outdoors

ກ້ອນກໍາລັງສືບສານວັດທະນະທໍາ-ລໍາວົງສາລະວັນ, ກ້ອນກໍາລັງເຊີນທ່ຽວສາລະວັນ, ກ້ອນກຳລັງສາລະວັນ ອາດຫານ, ກ້ອນກຳລັງວິຖີຊີວິດສາລະວັນ, ກ້ອນກຳລັງສາລະວັນ ວັນໃໝ່, ກ້ອນກຳລັງມ່ວນຊື່ນສາລະວັນ ມີຈຳນວນພົນທັງໝົດທັງຂັ້ນແຂວງ ແລະ 8 ຕົວເມືອງເຂົ້າຮ່ວມ 3 ພັນກວ່າຄົນ.

May be an image of 6 people, people standing and text

ການຝຶກຊ້ອມທົດລອງໄດ້ຈັດຂື້ນໃນວັນທີ 21 ພະຈິກນີ້ ຈຸດເລີ່ມຕົ້ນເລີ່ມຈາກ 4 ແຍກຫົວຂົວຂ້າມນໍ້າເຊໂດນ ເມືອງ ແລະ ແຂວງສາລະວັນ ໂດຍການເຂົ້າຮ່ວມຕິດຕາມຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ທັງເປັນປະທານຈັດງານ, ມີ ທ່ານ ສີລິສັກ ຖະໜອມຮັກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຫົວໜ້າອະນຸກຳມະການກ້ອນກຳລັງແຫ່, ມີຄະນະອະນຸກຳມະການ, ພ້ອມດ້ວຍກ້ອນກຳລັງແຫ່ 15 ກ້ອນ ເຂົ້າຮ່ວມ.

May be an image of 3 people, people standing and outdoors
ໂອກາດດຽວກັນນີ້ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ (ປະທານຈັດງານ) ກໍໄດ້ຮຽກເຊີນເອົາບັນດາຄູຝຶກ ເຂົ້າຮ່ວມປຶກສາ-ຫາລື ໃນການກະກຽມຄວາມພ້ອມດ້ານຕ່າງໆຂອງບັນດາກ້ອນກໍາລັງເປັນຕົ້ນ: ຈັ່ງຫວະຂອງການຟ້ອນ, ເຄື່ອງນຸ່ງຖື, ການແຕ່ງກາຍເພື່ອໃຫ້ເຂົ້າກັບເອກະລັກຂອງຊົນເຜົ່າແຕ່ລະທ້ອງຖິ່ນ ຢູ່ທີ່ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງສາລະວັນ ເພື່ອເປັນການປັບປຸງໃນດ້ານຕ່າງໆໃຫ້ແທດເໝາະຈົບງາມໃນມື້ແຫ່ແທ້.

May be an image of 11 people, people standing and outdoors

ພາບ-ຂ່າວ: ທິດລານີ ໂຄດໂຍທາ