ເປີດຕົວຍິ່ງໃຫຍ່! ກຸ່ມບໍລິສັດ ELITRY ພາຍໃຕ້ຄອນເຊັບງານ “ຈາກລາວສູ່ໂລກ“

139

ການເປີດໂຕກຸ່ມບໍລິສັດ ELITRY ພາຍໃຕ້ ຄອນເຊັບງານ From Laos to the world (ຈາກລາວສູ່ໂລກ) ແມ່ນເປັນກຸ່ມບໍລິສັດ ທີ່ຕໍ່ຍອດມາຈາກ ມູເວີມ໋ອງ ຊຶ່ງເປັນຮ້ານ ສູດອັນດັບຕົ້ນໆຂອງ ສປປ ລາວ

ພິທີເປີດໂຕ ກຸ່ມບໍລິສັດ ELITRY ຈັດຂຶ້ນວັນທີ 20 ພະຈິກ 2022 ທີ່ໂຮງແຮມຄຣາວພາຊາ, ນະຄອນຫຼວງວຽງຈັນ ໂດຍມີນັກທຸລະກິດ, ຄົນດັງໃນວົງການທຸລະກິດ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມງານຢ່າງຫຼວງຫຼາຍ

ໃນພິທີເປີດ ທ່ານ ມາຮີໂນ ກົນນີວົງ ແລະ ທ່ານ ນາງ ພອນທິດາ ສົມສະອາດ CEO&CSO ຂອງກຸ່ມບໍລິສັດ ELITRY ໄດ້ກ່າວວ່າ: ELITRY ມີຄວາມເຊື່ອວ່າ ທຸກຄົນມີຄວາມດີພ້ອມຢູ່ໃນຕົວ ທາງບໍລິສັດຈຶ່ງພ້ອມທີ່ຈະເປັນຜູ້ຊ່ວຍສ່ວນຕົວ ເພື່ອນໍາທ່ານໄປສູ່ຄວາມດີພ້ອມ ໃນຈຸດສູງສຸດແບບທີ່ທ່ານ ຕ້ອງການຈະເປັນ ເຊິ່ງຄຳວ່າ ELITRY ແມ່ນຫຍໍ້ມາຈາກ 2 ຄຳ ຄື: Elite = ຜູ້ທີ່ດີພ້ອມ + Entry = ການເຂົ້າມາສູ່. ເມື່ອຮ່ວມເຂົ້າກັນ ELITRY ຈຶ່ງເປັນການນໍາເຂົ້າມາສູ່ ການເປັນຜູ້ທີ່ດີພ້ອມ.

ກຸ່ມບໍລິສັດ ELITRY ຈຶ່ງໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອໃຫ້ທຸກຄົນ ໃນ ສປປ ລາວ ໄດ້ມີຜະລິດຕະພັນດີ, ທີ່ມີມາດຕະຖານໃນລະດັບສາກົນ ໃນລາຄາທີ່ສົມເຫດສົມຜົນ ເພື່ອຍົກລະດັບຄຸນນະພາບຊີວິດຂອງທຸກທ່ານໃນປະເທດ ແລະ ຈະສ້າງແບຣນELITRY ເພື່ອໃຫ້ເປັນຄວາມພາກພູມໃຈ ວ່າຜະລິດຕະພັນຂອງເຮົາ ສາມາດກ້າວໄກເປັນທີ່ຮູ້ຈັກ ແລະ ເຕີບໂຕໄດ້ໃນລະດັບສາກົນ.
ELITRY ເລີ່ມຕົ້ນຈາກການເປັນຜູ້ນໍາທາງດ້ານເຄື່ອງແຕ່ງກາຍລະດັບພຣີມ້ຽມ ທີ່ຊ່ວຍໃຫ້ທຸກທ່ານດູດີ, ແລ້ວຈຶ່ງລິເລີ່ມຄິດວ່າ ຈະເຮັດໃຫ້ທຸກທ່ານທີ່ມີບຸກຄະລິກທີ່ດີຢູ່ແລ້ວ ຈະເພີ່ມເຕີ່ມໃຫ້ທຸກທ່ານມີບຸກຄະລິກດີຂື້ນກວ່າເກົ່າໄດ້ຢ່າງໃດ. ສະນັ້ນ, ຈຶ່ງໄດ້ຄົ້ນພົບວ່ານອກຈາກເຄື່ອງແຕ່ງກ່າຍ ຍັງມີ ອີກ 4 ອົງປະກອບ ລວມເປັນ 5 ອົງປະກອບ ທີ່ຈະຊ່ວຍໃຫ້ທ່ານພ້ອມປະກົດຄວາມເປັນ Elite ໄດ້ໃນແບບທີ່ຕົນເອງມີ ໂດຍແບ່ງອອກດັ່ງລຸ່ມນີ້:

1) THE MOVE: ເຄື່ອງແຕ່ງກາຍ ທີ່ຈະເຮັດໃຫ້ທ່ານໝັ້ນໃຈ ດູດີໃນທຸກການເຄື່ອນໄຫວຊ່ວຍສ້າງຄວາມປະທັບໃຈ ໃຫ້ກັບທຸກ ທ່ານທີ່ໄດ້ແນມມາເບິ່ງ; 2) THE LIFE: ຜະລິດຕະພັນເສີມສຸຂະພາບ ເພື່ອຊ່ວຍໃຫ້ຊີວິດສົມດຸນ ບໍາລຸງສຸຂະພາບໃຫ້ແຂງແຮງ; 3) THE GLOW: ຜະລິດຕະພັນສະກິນແຄ໌ ທີ່ຈະຊ່ວຍບໍາລຸງຜິວ ໄດ້ເລິກເຖິງລະດັບເຊວຜິວດູແລອົງປະກອບພາຍນອກດ້ວຍ; 4) THE SHINE: ເຄື່ອງສໍາອາງ ສໍາລັບທຸກເພດ ທຸກໄວ ທີ່ຈະຊ່ວຍປົກປິດ ປັບແຕ່ງເພື່ອໃຫ້ທ່ານເປັ່ງປະກາຍໃນແບບທີ່ເປັນຕົວທ່ານ; THE GLANCE: ເຄື່ອງປະດັບ ເພື່ອເສີມຄວາມດຶງດູດສາຍຕາ ຊ່ວຍໃຫ້ທຸກທ່ານເບິ່ງສະຫງ່າງາມເປັນປະກາຍດ້ວຍເຄື່ອງປະດັບ ທີ່ມີເອກະລັກສະເພາະຕົວ ໃນແບບທີ່ທ່ານເປັນ.

ນອກຈາກນີ້, ໃນງານເປິດໂຕກຸ່ມບໍລິສັດ ELITRY, ທ່ານ CEO&CSO ຍັງໄດ້ມອບຂອງຂວັນເປັນ Gift Voucher ໃຫ້ບັນດາແຂກຮ່ວມງານ, ລູກຄ້າຄົນສຳຄັນມູນຄ່າຫຼາຍຮ້ອຍລ້ານກີບນຳອີກ.