ສປປ ລາວ ຢືນຢັນ ຈະປະຕິບັດເປົ້າໝາຍຢຸດຕິຄວາມທຸກຍາກຂອງເດັກ ໃຫ້ຫຼຸດລົງເປັນກ້າວໆ

72

ເນື່ອງໃນໂອກາດສະຫຼອງວັນເດັກໂລກ 20 ພະຈິກ ຂອງທຸກໆປີ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ຮ່ວມກັບ ອົງການຢູນິເຊັບ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມລະດັບສູງ ເພື່ອທົບທວນການຈັດຕັ້ງປະຕິບັດວຽກສິດທະເດັກ ຢູ່ ສປປ ລາວ.

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 18 ພະຈິກ 2022 ທີ່ຫໍປະຊຸມແຫ່ງຊາດ, ໂດຍການເຂົ້າຮ່ວມ ຂອງທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສະຫະພັນແມ່ຍິງລາວ, ຮອງປະທານຜູ້ປະຈຳການຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ), ທ່ານ ດຣ. ເພຍ ແບັນໂລ ບຣິດໂຕ ຜູ້ຕາງໜ້າອົງການຢູນິເຊັບ ປະຈໍາ ສປປ ລາວ, ພ້ອມມີບັນດາການນຳຂັ້ນສູງຂອງລັດຖະບານ ແຫ່ງ ສປປ ລາວ, ທ່ານຮອງເຈົ້າແຂວງຈາກ 18 ແຂວງທົ່ວປະເທດ, ຜູ້ຕາງໜ້າຈາກພາກເອກະຊົນ, ອົງການບໍ່ສັງກັດລັດຖະບານ (NGO), ອົງການຈັດຕັ້ງທາງສັງຄົມ, ອົງການຢູນິເຊັບ ແລະ ຕົວແທນເດັກລາວ ເຂົ້າຮ່ວມ.

ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກ່າວບາງຕອນວ່າ: ກອງປະຊຸມໃນມື້ນີ້ ເປັນກອງປະຊຸມໜຶ່ງທີ່ມີຄວາມສໍາຄັນ ໂດຍອີງໃສ່ຜົນທີ່ພວກເຮົາໄດ້ລົງທົບທວນ ແລະ ປະເມີນຮ່ວມກັບບັນດາແຂວງໃນຂອບເຂດທົ່ວປະເທດ ພວກເຮົາຈະໄດ້ມາພ້ອມກັນປຶກສາຫາລືການຈັດຕັ້ງຜັນຂະຫຍາຍເນື້ອໃນຄວາມໝາຍໝັ້ນຂອງບັນດາຮອງເຈົ້າແຂວງ, ບັນດາທຸລະກິດພາກເອກະຊົນ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງທາງສັງຄົມ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ລວມທັງຄຳເຫັນຂອງຕົວແທນເດັກຈາກ 18 ແຂວງ ໃນການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ, ການພັດທະນາເດັກລາວບັນດາເຜົ່າ ເພື່ອນຳໃຊ້ກາລະໂອກາດພັດທະນາທ່າແຮງຂອງເດັກລາວບັນດາເຜົ່າ ຮອດປີ 2030 ແລະ ການບັນລຸເປົ້າຫມາຍການພັດທະນາແບບຍືນຍົງ 1.2 ທີ່ໄດ້ລົງນາມ ແລະ ຮັບຮອງເອົາໃນປີ 2019, ທົບທວນຜົນການຈັດຕັ້ງປະຕິບັດບັນດາຕົວຊີ້ວັດ, ຄາດໝາຍ ໃນປີ 2021-2022 ແລະ ແຜນວຽກຈຸດສຸມ 2023 ເພື່ອຫຼຸດຜ່ອນຄວາມທຸກຍາກຂອງເດັກໃນຫຼາຍມິຕິ ຢູ່ ສປປ ລາວ ເປັນຕົ້ນ ດ້ານໂພຊະນາການ, ສຸຂະພາບ, ການປົກປ້ອງເດັກ, ນໍ້າສະອາດ, ສຸຂະອານາໄມ, ການສຶກສາ, ການພັດທະນາ
ເດັກກ່ອນໄວຮຽນ, ຂໍ້ມູນຂ່າວສານ ແລະ ທີ່ຢູ່ອາໃສ ລວມທັງຜົນກະທົບຈາກການປ່ຽນດິນຟ້າອາກາດ ແລະ ໄພພິບັດ.

ໃນໂອກາດກອງປະຊຸມທີ່ມີຄວາມໝາຍສໍາຄັນນີ້, ຕາງໜ້າໃຫ້ ຄຊກມດ, ຂໍຮຽກຮ້ອງມາຍັງບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາທ່ານຮອງເຈົ້າແຂວງ ທີ່ເປັນຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ແລະເດັກ ແຕ່ລະຂັ້ນ ໃນຂອບເຂດທົ່ວປະເທດ ລວມເຖິງບັນດາທ່ານທູດ, ທູຕະນຸທູດ, ບັນດາທ່ານຕາງໜ້າຈາກພາກທຸລະກິດເອກະຊົນ, ບັນດາທ່ານຜູ້ຕາງໜ້າອົງການຈັດຕັ້ງສາກົນທັງພາຍໃນ ແລະ ຕ່າງປະເທດ ຈົ່ງຮ່ວມກັນຄົ້ນຄວ້າປຶກສາຫາລື, ແລກປ່ຽນບົດຮຽນຂອງຕົນ ຕາມຈຸດພິເສດ, ທ່າແຮງ ແລະ ສະພາບເງື່ອນໄຂຕົວຈິງຂອງຕົນ ໂດຍກໍານົດໃຫ້ເຫັນຢ່າງຈະແຈ້ງ ກ່ຽວກັບຄາດໝາຍ, ບັນດາຕົວຊີ້ວັດ ແລະ ແຜນວຽກຈຸດສຸມ ໃນແກ້ໄຂຄວາມທຸກຍາກຂອງເດັກຢູ່ ສປປ ລາວ ໃຫ້ຫຼຸດໜ້ອຍຖອຍລົງຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້ເປັນຢ່າງດີ.

ທ່ານ ດຣ. ເພຍ ແບັນໂລ ບຣິດໂຕ ຜູ້ຕາງໜ້າອົງການຢູນິເຊັບ ປະຈໍາ ສປປ ລາວ ກ່າວວ່າ: ຈາກປະສົບການຂອງພວກເຮົາໃນການຮັບມືກັບການແຜ່ລະບາດຂອງ ໂຄວິດ-19 ມາຮອດປະຈຸບັນນີ້, ສິ່ງໜຶ່ງທີ່ຈະແຈ້ງ ກໍ່ຄື ສິ່ງສຳຄັນທີ່ສຸດ ພວກເຮົາຕ້ອງຍົກເອົາເດັກເປັນບູລິມະສິດ ໃນແຜນການຟື້ນຟູຈາກການແຜ່ລະບາດຂອງພະຍາດ ແລະ ການຮັບຟັງຈາກເດັກນ້ອຍໂດຍກົງຈະຊ່ວຍຮັບປະກັນວ່າ ແຜນການຂອງພວກເຮົາຈະຕອບສະໜອງກັບຄວາມຕ້ອງການຂອງພວກເຂົາ”. ເພິ່ນຍັງກ່າວຕື່ມອີກວ່າ “ດຽວນີ້, ມັນມີຄວາມສໍາຄັນຫຼາຍກວ່າທີ່ເຄີຍເປັນມາ, ມັນແມ່ນເວລາທີ່ພວກເຮົາຕ້ອງມາທົບທວນເບິ່ງຄວາມຄືບໜ້າຂອງພວກເຮົາ, ເບິ່ງໄປຂ້າງໜ້າ ແລະ ຖາມຕົນເອງວ່າ ພວກເຮົາຈະແກ້ໄຂບັນຫາທີ່ສຳຄັນທີ່ສົ່ງຜົນກະທົບຕໍ່ເດັກນ້ອຍແນວໃດໃນສະພາບທີ່ຍັງມີການລະບາດຂອງພະຍາດ ໂຄວິດ-19. ຊຶ່ງນີ້ແມ່ນຈຸດປະສົງຫຼັກຂອງກອງປະຊຸມຂອງພວກເຮົາໃນມື້ນີ້.

ນອກຈາກກອງປະຊຸມລະດັບສູງ ນີ້ແລ້ວ, ອົງການຢູນິເຊັບ ຍັງໄດ້ຈັດຕັ້ງຫຼາກຫຼາຍກິດຈະກຳເພື່ອສະເຫຼີມສະຫຼອງວັນເດັກໂລກ 2022 ຢູ່ ສປປ ລາວ ເຊັ່ນ: ການຍ່າງເພື່ອສຸຂະພາບ ແລະ ງານເທດສະການວັນເດັກໂລກໃນວັນທີ 19 ພະຈິກນີ້. ເນື່ອງໃນໂອກາດວັນເດັກໂລກປີນີ້ ກົງກັບ ການແຂ່ງຂັນບານເຕະໂລກ, ງານເທດສະການວັນເດັກໂລກນີ້ ກໍ່ຈະຈັດຂຶ້ນໃນຫົວຂໍ້ການແຂ່ງຂັນບານເຕະ ແລະ ກິລາ.