Raya ຮູບເງົາດັງຮໍລີວູດ ພ້ອມຜູ້ສ້າງເຊື້ອສາຍລາວຈະມາສາຍໃຫ້ຄົນລາວເບິ່ງໄວໆນີ້

74

ເປັນເທື່ອທຳອິດຂອງວົງການຮໍລີວູດທີ່ນຳເອົາເລື່ອງລາວຄວາມເຊື່ອ ຂອງຊາວອາຊີຕາເວັນອອກສຽງໃຕ້ ກ່ຽວກັບມັງກອນໄປເປັນຕົວລະຄອນ ສຳຄັນໃນເລື່ອງ ຣາຢາ(Raya), ທີ່ສຳຄັນໃນເລື່ອງນີ້ຍັງມີຄົນເຊື້ອສາຍລາວ ເປັນໜຶ່ງໃນຜູ້ຮ່ວມສ້າງ ແລະເພິ່ນໄດ້ເດີນທາງມາບ້ານເກີດເມືອງນອນ ເພື່ອເດີນສາຍ ສາຍໃຫ້ປະຊາຊົນລາວ ໂດຍສະເພາະໃນແຂວງຫຼວງພະບາງ ແລະສະຫວັນນະເຂດໄດ້ຮັບຊົມ.


ຮູບເງົາເລື່ອງ ຣາຢາ ທີ່ນຳມາສາຍຢູ່ລາວແມ່ນການຮ່ວມມມືລະຫວ່າງ ສະຖານທູດສະຫະລັດອາເມລິກາ ປະຈຳນະຄອນຫຼວງວຽງຈັນ ກັບ ສະເຕ່ວລ້າ ແລະ ລາວນິວເວບຊີເນມາ ໂດຍການນຳເອົາຮູບເງົາເລື່ອງ “ຣາຢາ ແລະ ມັງກອນໂຕສຸດທ້າຍ” ມາສູ່ຜູ້ຊົມທົ່ວ ສປປ ລາວ! ບັນດາທີມງານ ລວມທັງ ທ່ານ ດຣ. ສະຕີຟ ອາຣຸນສັກ ທີ່ເປັນຄົນເຊື້ອຊາດລາວສັນຊາດອາເມລິກາ ແລະ ທີ່ປຶກສາດ້ານວັດທະນະທຳ ຂອງຮູບເງົາເລື້ອງນີ້ ໄດ້ເດີນທາງໄປສາມພາກໃນ ສປປ ລາວ ເພື່ອໄປສາຍຮູບເງົາໃຫ້ທຸກຄົນໄດ້ຊົມຫຼາຍເທົ່າທີ່ຈະຫຼາຍໄດ້.

May be a cartoon of 1 person

ທ່ານ ດຣ. ສະຕີຟ ອາຣຸນສັກ ທີ່ປຶກສາດ້ານວັດທະນະທຳ ຈາກວໍດິສນີ (Walt Disney Animation Studios) ເປັນຄົນລາວສັນຊາດອາເມລິກາ ພື້ນຖານບ້ານເກີດເປັນຄົນ ບ້ານພັນຫຼວງ ນະຄອນຫຼວງພະບາງ ເພິ່ນໄດ້ຈາກບ້ານເກີດເມືອງນອນໄປແຕ່ຍັງນ້ອຍ ແຕ່ຍັງຄິດຮອດບ້ານເກີດເມືອງນອນ ຍັງສາມາດເວົ້າພາສາລາວໄດ້ຢ່າງຄ່ອງແຄ້ວ.

May be an image of 4 people, people sitting, people standing and indoor
ທ່ານ ດຣ. ສະຕີຟ ອາຣຸນສັກ ໃນນາມໜຶ່ງໃນຜູ້ສ້າງຮູບເງົາເລົ່າວ່າ ຮູບເງົາ “ຣາຢາ ແລະ ມັງກອນໂຕສຸດທ້າຍ”ເປັນຮູບເງົາອານິເມຊັນເລື່ອງທຳອິດຂອງດິສນີ ທີ່ອີງໃສ່ວັດທະນະທຳຂອງອາຊີຕາເວັນອອກສຽງໃຕ້ ຕົນໃນນາມເປັນຄົນອາຊີ ແລະໄດ້ຮູ້ເລື່ອງລາວຄວາມເຊື່ອກ່ຽວກັບມັງກອນ ບວກກັບວັດທະນະທຳລາວທີ່ຕິດໂຕມາແຕ່ຍັງນ້ອຍ ໃນເລື່ອງນີ້ແມ່ນມີຫຼາຍຢ່າງທີ່ໄດ້ນຳເອົາເລື່ອງລາວວັດທະນະທຳລາວໄປປະສົມຢູ່ໃນເນື້ອເລື່ອງ ນັບແຕ່ຕົວລະຄອນຊື່ ບຸນ, ການປົດເກີບກ່ອນຈະເຂົ້າໄປໃນສະຖານທີ່ຕ່າງໆ.

May be a cartoon of 1 person and outdoors
ທ່ານສະຕີຟ ຍັງກ່າວອີກວ່າ ລາວເຮົາແຕ່ໃດມາມີຄອບຄົວທີ່ອົບອຸ່ນ ຖ້າຫາກມີໂອກາດສ້າງຮູບເງົາເລື່ອງໃໝ່ຮ່ວມກັບຮໍລີວຸດກໍ່ຄືບໍລິສັດດິສນີ ສິ່ງໜຶ່ງທີ່ຕົນຢາກນຳເຂົ້າໄປໃນເລື່ອງຄືຄວາມຮັກສະໝານສາມັກຄີພາຍໃນຄອບຄົວ ການຢູ່ຮ່ວມກັນຂອງເຖົ້າຫຼານແບບທີ່ຄົນລາວເຮົາມີຕະຫຼອດມາບໍ່ວ່າຈະຢູ່ປະເທດໃດກໍ່ຕາມ.

May be a cartoon of 3 people and people standing

ສຳລັບຮູບເງົາເລື່ອງ ຣາຢາ ແລະ ມັງກອນໂຕສຸດທ້າຍ ທີ່ນຳມາສາຍຢູ່ລາວໃນປີນີ້ແມ່ນຈະໄດ້ໄປສາຍຢູ່ ແຂວງສະຫວັນນະເຂດ ໃນວັນທີ 22 ພະຈິກ 2022 ມີພຽງແຕ່ຄືນດຽວເທົ່ານັ້ນ ສະຖານທີ່ແມ່ນ ໂຮງສາຍຮູບເງົາລາວຈະເລີນ ທ່ານໃດສົນໃຈສາມາດລົງທະບຽນເພື່ອຈອງບ່ອນນັ່ງຕາມລີ້ງນີ້. #RayaInLaos https://bit.ly/3fY921y
ນອກຈາກໃນແຂວງສະຫວັນນະເຂດແລ້ວ ຮູບເງົາຣາຢາ ຍັງຈະນຳໄປສາຍຢູ່ ແຂວງຫຼວງພະບາງ ທີ່ເດີ່ນທາດຫຼວງ ໃນຄືນວັນ 25 ພະຈິກ 2022ນັບແຕ່ເວລາ 16:00 ໂມງເປັນຕົ້ນໄປ.