ສ່ອງ 8 ສະໜາມທີ່ຈະໃຊ້ແຂ່ງຂັນບານໂລກ 2022 ທີ່ປະເທດກາຕ້າ

45

ດັ່ງທີ່ຮູ້ບານໂລກ 2022 ຮອບສຸດທ້າຍ ຖືກຈັດຢູ່ອາຊີຕາເວັນອອກກາງ ເປັນຄັ້ທໍາອິດກໍຄື ທີ່ປະເທດກາຕ້າ ແລະ ກໍຍັງເລື່ອນຈາກເດືອນມິຖຸນາ ໄປຈັດໃນເດືອນພະຈິກ ເນື່ອງຈາກປະເທດກາຕ້າ ເປັນປະເທດທີ່ຮ້ອນຫຼາຍໃນກາງປີ ແລະ ກາຕ້າ ກໍກຽມ 8 ສະໜາມໄຮເທັກທີ່ສາມາດປັບປຸ່ນຫະພູມໄດ້ ເພື່ອຮອງຮັບການແຂ່ງຂັນ.

ສາລັບ 8 ສະໜາມແມ່ນມາຈາກ 5 ເມືອງຂອງປະເທດກາຕ້າ ໂດຍສະໜາມເປີດແມ່ນຈະໃຊ້ສະໜາມ ອັລ ບາຍທ໌ ສະເຕດ້ຽມ ໃນວັນທີ 20 ພະຈິກ 2022 ແລະ ສະໜາມປິດແມ່ນຈະໃຊ້ສະໜາມ ລູເຊລ ໄອຄໍນິກ ສະເຕດ້ຽມ ໃນວັນທີ 18 ທັນວາ 2022 ໂດຍແຕ່ລະສະໜາມສາມາດບັນຈຸໄດ້ດັ່ງນີ້:

1.ລູເຊລ ໄອຄໍນິກ ສະເຕດ້ຽມ ຕັ້ງຢູ່ເມືອງລູເຊລ ບັນຈຸໄດ້ 80.000 ທີ່ນັ່ງ

2.ອັລ ບາຍທ໌ ສະເຕດ້ຽມ ຢູ່ເມືອງອັລຄໍ ບັນຈຸໄດ້ 60.000 ທີ່ນັ່ງ

3.ສະເຕດ້ຽມ 974 ຢູ່ເມືອງໂດຮາ ບັນຈຸໄດ້ 40.000 ທີ່ນັ່ງ

4.ອັລ ທູມາມາ ສະເຕດ້ຽມ ຢູ່ເມືອງໂດຮາ ບັນຈຸໄດ້ 40.000 ທີ່ນັ່ງ

5.ເອດູເຄຊັນ ຊິຕີ້ ສະເຕດ້ຽມ ຢູ່ເມືອງ ອັລ ຣາຍຢານ ບັນຈຸໄດ້ 45,350 ທີ່ນັ່ງ

6.ອາໝັດ ບິນ ອາລີ ສະເຕດ້ຽມ ຢູ່ເມືອງ ອັລ ຣາຍຢານ ບັນຈຸໄດ້ 44,740 ທີ່ນັ່ງ

7.ຄາລະຟາ ອິນເຕີເນຊັນແນວ ສະເຕດ້ຽມ ຢູ່ເມືອງ ອັລ ຣາຍຢານ ບັນຈຸໄດ້ 40.000 ທີ່ນັ່ງ

8.ອັລ ຈານູບ ສະເຕດ້ຽມ ຢູ່ເມືອງ ອັລ ວາກຣາ ບັນຈຸໄດ້ 40.000 ທີ່ນັ່ງ