ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ ເຂົ້າຮ່ວມກອງປະຊຸມພາຍໃຕ້ເສົາຄໍ້າເສດຖະກິດອາຊຽນ

134

ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ນຳພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມພາຍໃຕ້ເສົ້າຄຳເສດຖະກິດອາຊຽນ ແລະ ໄດ້ລົງນາມໃນອະນຸສັນຍາເພື່ອປັບປຸງສັນຍາວ່າດ້ວຍການເຄື່ອນຍ້າຍບຸກຄົນວິຊາຊີບ, ສີມືແຮງງານອາຊຽນ.

ໃນລະຫວ່າງວັນທີ 9 ຫາ 10ພະຈິກ 2022, ທີ່ນະຄອນຫຼວງພະນົມເປັນ, ປະເທດກຳປູເຈຍ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນລັດຖະມົນຕີສະພາປະຊາຄົມເສດຖະກິດອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມພາຍໃຕ້ເສົາຄໍ້າເສດຖະກິດອາຊຽນ ໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40, 41 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໂດຍການເປັນປະທານຂອງ ທ່ານ Pan Sorasak, ລັດຖະມົນຕີກະຊວງການຄ້າກຳປູເຈຍ ໃນຖານະປະທານໝູນວຽນອາຊຽນປີ 2022 ຊຶ່ງໃນນັ້ນມີ: 1) ກອງປະຊຸມພົບປະລະຫວ່າງ ລັດຖະມົນຕີສະພາເສດຖະກິດອາຊຽນ, ລັດຖະມົນຕີພະລັງງານອາຊຽນ, ລັດຖະມົນຕີຂົນສົ່ງອາຊຽນ ແລະ ລັດຖະມົນຕີກະສິກຳ ແລະ ປ່າໄມ້ອາຊຽນ; 2) ກອງປະຊຸມສະພາປະຊາຄົມເສດຖະກິດອາຊຽນ ຄັ້ງທີ 21; 3) ກອງປະຊຸມປຶກສາຫາລື ລັດຖະມົນຕີເສດຖະກິດ ອາຊຽນ-ອົດສະຕຣາລີ-ນິວຊີແລນ ສະໄໝພິເສດ ແລະ 4) ກອງປະຊຸມປຶກສາຫາລື ລັດຖະມົນຕີເສດຖະກິດ ອາຊຽນ-ອັງກິດ ຄັ້ງທີ 2 ໂດຍມີບັນດາລັດຖະມົນຕີສະພາປະຊາຄົມເສດຖະກິດອາຊຽນ, ລັດຖະມົນຕີເສດຖະກິດອາຊຽນ ແລະລັດຖະມົນຕີປະເທດຄູ່ເຈລະຈາ (ອົດສະຕຣາລີ, ນິວຊີແລນ ແລະ ອັງກິດ) ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.

ໃນກອງປະຊຸມສະພາປະຊາຄົມເສດຖະກິດອາຊຽນ ຄັ້ງທີ 21, ບັນດາລັດຖະມົນຕີໄດ້ປຶກສາຫາລືກັນ ໃນຫຼາຍບັນຫາທີ່ຕິດພັນກັບ ການຈັດຕັ້ງປະຕິບັດບັນດາໜ້າວຽກພາຍໃຕ້ເສົາຄ້ຳປະຊາຄົມເສດຖະກິດອາຊຽນ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 – 41 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ. ກອງປະຊຸມໄດ້ຮັບຊາບຄວາມຄືບໜ້າກ່ຽວກັບການຈັດຕັ້ງປະຕິບັດບັນດາແຜນວຽກບູລິມະສິດພາຍໃຕ້ເສົາຄໍ້າເສດຖະກິດທີ່ສະເໜີໂດຍກຳປູເຈຍ ໃນນາມປະທານອາຊຽນປີ 2022 ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດດັ່ງກ່າວ. ນອກຈາກນັ້ນ, ກອງປະຊຸມໄດ້ເປັນເອກະພາບຮັບຮອງເອົາ 27 ເອກະສານສຳຄັນຂອງອາຊຽນ ເພື່ອສະເໜີຕໍ່ກອງປະຊຸມສຸດຍອດອາຊຽນພິຈາລະນາ. ພິເສດ, ໃນໄລຍະກອງປະຊຸມຄັ້ງນີ້, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ໃນນາມລັດຖະມົນຕີເສດຖະກິດອາຊຽນຂອງ ສປປ ລາວ) ໄດ້ລົງນາມໃນອະນຸສັນຍາເພື່ອປັບປຸງສັນຍາວ່າດ້ວຍການເຄື່ອນຍ້າຍບຸກຄົນວິຊາຊີບ/ສີມືແຮງງານອາຊຽນ.

ໃນກອງປະຊຸມພົບປະລະຫວ່າງ 4 ລັດຖະມົນຕີຂະແໜງການດັ່ງກ່າວຂ້າງເທິງ, ກອງປະຊຸມໄດ້ປຶກສາຫາລືກ່ຽວກັບ ແຜນການສ້າງ “ຍຸດທະສາດອາຊຽນວ່າດ້ວຍການຫຼຸດຜ່ອນການປ່ອຍອາຍກາກໂບນິກ” ຊຶ່ງກອງປະຊຸມໄດ້ ເຫັນດີສະໜັບສະໜູນໃຫ້ມີການສ້າງແຜນຍຸດທະສາດອາຊຽນວ່າດ້ວຍການຫຼຸດຜ່ອນການປ່ອຍອາຍກາກໂບນິກ ແລະ ເຫັນດີມອບໃຫ້ເຈົ້າໜ້າທີ່ອາວຸໂສຂອງທັງ 4 ຂະແໜງການສົມທົບກັນຢ່າງໃກ້ຊິດເພື່ອສ້າງແຜນຍຸດທະສາດດັ່ງກ່າວ.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ໄດ້ມີກອງປະຊຸມພົບປະລະຫວ່າງລັດຖະມົນຕີເສດຖະກິດອາຊຽນ-ອົດສະຕຣາລີ-ນິວຊີແລນ ສະໄໝພິເສດ ເພື່ອສືບຕໍ່ເຈລະຈາບັນດາບັນຫາທີ່ຍັງຄົງຄ້າງ ໃຫ້ສາມາດເປັນເອກະພາບດ້ານເນື້ອໃນ ແລະ ກ້າວໄປສູ່ການສະຫຼຸບການເຈລະຈາໃນຕໍ່ໜ້າ. ກອງປະຊຸມໄດ້ຮັບຮອງເອົາ ຖະແຫຼງການຮ່ວມວ່າດ້ວຍການສະຫຼຸບເນື້ອໃນການເຈລະຈາຍົກລະດັບສັນຍາການຄ້າເສລີ ອາຊຽນ-ອົດສະຕາລີ-ນິວຊີແລນ ເພື່ອສະເໜີໃຫ້ຜູ້ນຳປະກາດການສະຫຼຸບເນື້ອໃນການເຈລະຈາຢ່າງເປັນທາງການ ໃນໂອກາດກອງປະຊຸມສຸດຍອດອາຊຽນຄັ້ງນີ້.