ມອບໃບຢັ້ງຢືນໃຫ້ຜູ້ສໍາເລັດຫຼັກສູດ ການຈັດການ ແລະ ກວດສອບພະລັງງານ ຈຳນວນ 16 ທ່ານ

71

ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຮ່ວມມືກັບ ສະຖາບັນເຕີບສີຂຽວສາກົນ (GGGI) ປະຈຳ ສປປ ລາວ ໄດ້ມອບໃບຢັ້ງຢືນໃຫ້ນັກສໍາມະນາກອນທີ່ສໍາເລັດຊຸດຝືກອົບຮົມ ຫົວຂໍ້ ການຈັດການ ແລະ ການກວດສອບພະລັງງານ ແລະ ບໍລິສັດໃຫ້ບໍລິການດ້ານພະລັງງານ.

ພິທີມອບ-ຮັບ ໄດ້ມີຂຶ້ນວັນທີ 16 ພະຈິກ 2022 ຜ່ານມາ ທີ່ສະຖາບັນຄົ້ນຄວ້າອຸດສາຫະກຳ, ກະຊວງ ອຄ ໂດຍການເຂົ້າຮ່ວມຂອງ ທ່ານ ສະຫວາດ ຂຸນດາວົງ ຮອງຫົວນ້າກົມອຸດສາຫະກຳ ແລະ ຫັດຖະກໍາ, ທ່ານ ຄຣິດສໂຕບ ອາສິໂກ ຮອງຫົວໜ້າສະຖາບັນເຕີບໂຕສີຂຽວສາກົນປະຈໍາ ສປປລາວ, ມີຄູອາຈານ ແລະ ນັກສໍາມະນາກ່ອນເຂົ້າຮ່ວມ.

ການຈັດຕັ້ງປະຕິບັດໂຄງການການນຳໃຊ້ພະລັງງານຢ່າງມີປະສິດທິພາບໃນຂະແໜງອຸດສາຫະກຳ ເຊິ່ງໄດ້ຮັບທຶນຈາກກອງທຶນປ່ຽນແປງດິນຟ້າອາກາດສີຂຽວ (GCF) ຈຳນວນ 257.499 ໂດລາ ແລະ ມີໄລຍະເວລາຈັດຕັ້ງປະຕິບັດໂຄງການ 18 ເດືອນ. ການຈັດຕັ້ງປະຕິບັດໂຄງການໄດ້ລິເລີ່ມວັນທີ 16 ມີນາ 2021, ແຕ່ເນື່ອງຈາກຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ເປັນອຸປະສັກສຳຄັນໃນການຈັດຕັ້ງປະຕິບັດໂຄງການ ໂຄງການດັ່ງກ່າວຈຶ່ງໄດ້ມີການຂະຫຍາຍໄລຍະເວລາການຈັດຕັ້ງປະຕິບັດຕື່ມອີກ 6 ເດືອນ ເຊິ່ງຈະເຮັດໃຫ້ໂຄງການຈະສິນສຸດໃນວັນທີ 30 ພະຈິກ 2022.

ໜຶ່ງໃນກິດຈະກຳທີ່ສຳຄັນພາຍໃຕ້ໂຄງການການນຳໃຊ້ພະລັງງານຢ່າງມີປະສິດທິພາບໃນຂະແໜງອຸດສາຫະກຳນີ້ ແມ່ນໄດ້ມີການຈັດຝຶກອົບຮົມກ່ຽວກັບ ຫົວຂໍ້ການ ການຈັດການ ແລະ ການກວດສອບພະລັງງານ ແລະ ບໍລິສັດໃຫ້ບໍລິການດ້ານພະລັງງານ ຫຼື (Energy Service Company – ESCO). ການຝຶກອົບຮົມນີ້ ແມ່ນແນໃສ່ການສ້າງຄວາມອາດສາມາດໃຫ້ແກ່ຂະແໜງການອຸດສາຫະກຳຂອງ ສປປ ລາວ ທັງພາກລັດ ແລະ ເອກະຊົນ ໃຫ້ມີຄວາມຮັບຮູ້ດ້ານວິຊາການກ່ຽວກັບ ການຈັດການການນຳໃຊ້ພະລັງງານຢ່າງມີປະສິດທິພາບ ແລະ ມີຄວາມເຂົ້າໃຈກ່ຽວກັບຮູບແບບຂອງບໍລິສັດທີ່ໃຫ້ບໍລິການດ້ານພະລັງງານ (ESCO) ທີ່ໄດ້ຈັດຕັ້ງຢູ່ສາກົນ.

ສຳລັບຫຼັກສູດການຝຶກອົບຮົມດັ່ງກ່າວແມ່ນໄດ້ວາງໄວ້ທັງໝົດຈຳນວນ 200 ຊົ່ວໂມງ ເຊິ່ງປະກອບດ້ວຍບັນດາລາຍວິຊາດັ່ງຕໍ່ໄປນີ້: ຫຼັກການເບື້ອງຕົ້ນກ່ຽວກັບການປະຢັດພະລັງງານ ແລະ ລະບົບການຈັດການພະລັງງານ ຈຳນວນ 40 ຊົ່ວໂມງ, ການກວດສອບພະລັງງານ 50 ຊົ່ວໂມງ, ຮູບແບບບໍລິສັດການໃຫ້ບໍລິການດ້ານພະລັງງານ 40 ຊົ່ວໂມງ, ການບໍລິຫານທຸລະກິດ 20 ຊົ່ວໂມງ, ການວິເຄາະດ້ານການເງິນ 20 ຊົ່ວໂມງ, ການຕະຫຼາດ 10 ຊົ່ວໂມງ, ກົດໝາຍທຸລະກິດ 20 ຊົ່ວໂມງ.

ການຝຶກອົບຮົມແມ່ນໄດ້ໄຂຂຶ້ນ ໃນວັນທີ 23 ພຶດສະພາ 2022 ແລະ ໄດ້ສຳເລັດໃນວັນທີ 10 ພະຈິກ 2022 ທີ່ ສະຖາບັນອຸດສາຫະກຳ ແລະ ການຄ້າ ເຊິງນຳພາການຝຶກສອນໂດຍຄະນະອາຈານຈາກ ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດລາວ ແລະ ຈາກວິທະຍາໄລແສງສະຫວັນບໍລິຫານທຸລະກິດ. ການຝຶກອົບຮົມດັ່ງກ່າວນີ້ ໄດ້ເຂົ້າຮ່ວມໂດຍຕາງໜ້າຈາກຂະແໜງອຸດສາຫະກຳ ທັງພາກລັດ ແລະ ເອກະຊົນ ຈຳນວນທັງໝົດ 16 ທ່ານ. ໃນນັ້ນ ມີຈຳນວນ 11 ທ່ານ ໄດ້ສາມາດສຳເລັດຫຼັກສູດການຝຶກອົບຮົມທີ່ໄດ້ວາງໄວ້. ພາຍຫຼັງສິ້ນສຸດການຝຶກອົບຮົມແລ້ວ ນັກສຳມະນາກອນ ຈຳນວນ 11 ທ່ານທີ່ສຳເລັດການຝຶກອົບຮົມ ຈະໄດ້ໃບຢັ້ງຢືນການຝຶກອົບຮົມ ຈາກກົມອຸດສາຫະກຳ ແລະ ຫັດຖະກຳ ແລະ ສະຖາບັນເຕີບໂຕສີຂຽວສາກົນ.