ເຮັດແບບນີ້ດີແທ້ ລົງສຳຫຼວດຕົວຈີງທີ່ດິນເໝາະແກ່ການປູກພືດຊະນິດໃດ

102

ເປັນພາບທີ່ເຫັນແລ້ວປະທັບໃຈ ຢາກໃຫ້ມີມາດົນແລ້ວກັບການເຮັດການຜະລິດຢ່າງຖືກວິທີ ຖືກຕາມເຕັກນິກວິຊາການມີການກວດກາສຳຫຼວດ ວິໄຈດິນທີ່ມີຄວາມເໝາະສົມສຳລັບການປູກພືດຊະນິດໃດ.

ພາບທີ່ເຫັນເປັນການລົງເຮັດວຽກຂອງສະຫະກອນ ສົ່ງເສີມກະສິກຳເມືອງຫົງສາ ແຂວງໄຊຍະບູລີ ທີມງານວິຊາການໄດ້ສົ່ງເສີມ ລົງສຳຫຼວດພື້ນທີ່ ແລະ ຕິດຕາມການວາງແຜນການປູກພືດລະດູແລ້ງ ເຊັ່ນ: ໝາກເຜັດ (ຊຸບເປີຮັອດ), ໝາກອຶ ( ສະຄັອດ ), ທີ່ບ້ານນ້ຳຍາງ ແລະ ບ້ານໂພນຈັນ.


ການປູກພືດເປັນວຽກງານສຳຄັນໜຶ່ງ, ເຊິ່ງເປັນສິນຄ້າທີ່ຕະຫຼາດຕ້ອງການຫຼາຍ ແລະ ຮອງຮັບເອົາຫຼາຍທີ່ສຸດບໍ່ວ່າຈະພາຍໃນປະເທດ ຫຼື ຕ່າງປະເທດ. ດັ່ງນັ້ນ ສະຫະກອນ ສົ່ງເສີມກະສິກຳ ເມືອງຫົງສາ ຈຶ່ງມີການສົ່ງເສີມ ການປູກພືດເປັນຫຼັກ ແລະ ຮັບຊື້ຜົນຜະລິດຈາກສະມາຊິກນຳ.

ຍິນດີນຳຊາວເມືອງຫົງສາທີ່ມີສະຫະກອນດີໆ ຊ່ວຍໃຫ້ຊີວິດດີຂຶ້ນໄດ້ຖ້າຕັ້ງໃຈ ດຸໝັ່ນ

ສຶກສາດີຜົນຜະລິດຫຼາຍ