ບໍ່ເຊື່ອກໍຕ້ອງເຊື່ອ ເກີບຂອງ ສະຕິຟ ຈ໊ອບ ປະມູນຂາຍໄດ້ 2 ແສນກວ່າໂດລາ

58

ສະຖາບັນການປະມູນ Julien’s Auctions ໄດ້ຈັດປະມູນເກີບສຸບສີນ້ຳຕານຍີ່ຫໍ້ Birkenstock ຂອງ ສະຕິຟ ຈ໊ອບ ຜູ້ຮ່ວມສ້າງຕັ້ງແບຣນ ແລະ ບໍລິສັດແອັບເປີ້ລ ທີ່ລາວເຄີຍຖືເກີບຄູ່ນີ້ເປັນປະຈຳ ໂດຍເບື້ອງຕົ້ນຄາດວ່າ ໜ້າຈະປະມູນໄດ້ປະມານ 60 ພັນໂດລາສະຫະລັດ ແຕ່ເມື່ອເປີດປະມູນຕົວຈິງ ສາມາດປິດການຂາຍໄດ້ທີ່ 218.750 ໂດລາສະຫະລັດ ແຕ່ບໍ່ເປີດເຜີຍລາຍຊື່ຜູ້ທີ່ປະມູນໄດ້.

ເກີບສຸບຂອງ ສະຕີຟ ຈ໊ອບ ຄູ່ນີ້ ຜ່ານການໃຊ້ງານມາຢ່າງໜັກໜ່ວງ ໂດຍ ສະຕິຟ ຈ໊ອບ ໄດ້ໃສ່ເກີບຄູ່ນີ້ເກືອບຈະທຸກໂອກາດໃນໄລຍະທົດສະວັດທີ 1970 – 1980 ແຕ່ກໍຍັງໃຊ້ງານໄດ້ ແລະ ເກີບຄູ່ດັ່ງກ່າວນີ້ເກືອບຖືກຖິ້ມເປັນຂີ້ເຫຍື້ອໄປແລ້ວ ແຕ່ ມາກ ເຊຟ ອະດີດຜູ້ເບິ່ງແຍງເຮືອນຂອງ ສະຕິຟ ຈ໊ອບ ເປັນຄົນເກັບເອົາໄວ້.

ທ່ານ ດາເຣນ ຈູລຽນ ຜູ້ສ້າງຕັ້ງສະຖາບັນປະມູນ Julien’s Auctions ກ່າວວ່າ: ສະຕິຟ ຈ໊ອບ ຄືຜູ້ທີ່ປ່ຽນໂລກດ້ວຍນະວັດຕະກຳຂອງລາວ ແລະ ສະໄຕການເປັນຜູ້ນຳທາງທຸລະກິດລາວ ໄດ້ໃສ່ເກີບສຸບຈົນກາຍເປັນແຟຊັນ ແລະ ເກີບສຸບ Birkenstock ຄູ່ນີ້ ເປັນເກີບທີ່ ສະຕິຟ ຈ໊ອບ ມັກໃສ່ໃນໄລຍະທີ່ລາວສ້າງປະຫວັດສາດໜ້າໃໝ່ດ້ວຍຄອມພິວເຕີ ແອັບເປີ້ລ ລຸ້ນທຳອິດ ແລະ ກາຍເປັນສັນຍາລັກປະຈຳຕົວຢ່າງໜຶ່ງຂອງລາວ ໃນຖານະໄອດອລ ຂອງວົງການເຕັກໂນໂລຊີ.