ໄຕມາດ 3 ເສດຖະກິດຍີ່ປຸ່ນ ຫົດຕົວ 1,2%

37

ສຳນັກຂ່າວຕ່າງປະເທດລາຍງານວ່າ: ລັດຖະບານຍີ່ປຸ່ນ ເປີດເຜີຍວ່າ ລວມຍອດຜະລິດຕະພັນພາຍໃນ ( GDP ) ຂອງຍີ່ປຸ່ນໃນໄຕມາດ 3 ຂອງປີ 2022 ຫົດຕົວ 1,2% ເມື່ອທຽບປີຕໍ່ປີ ເນື່ອງຈາກການອຸປະໂພກ – ບໍລິໂພກຊະລໍຕົວລົງ, ຂະນະທີ່ການນຳເຂົ້າສູງກວ່າການສົ່ງອອກ ເຮັດໃຫ້ຍີ່ປຸ່ນຂາດດຸນການຄ້າ.

May be an image of 12 people, outdoors and temple

ລາຍງານລະບຸວ່າ: ການອຸປະໂພກ – ບໍລິໂພກ ເຊິ່ງຄິດເປັນສັດສ່ວນກວມເອົາກວ່າເຄິ່ງໜຶ່ງຂອງລະບົບເສດຖະກິດຍີ່ປຸ່ນ ເພີ່ມຂຶ້ນພຽງແຕ່ 0,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເຊິ່ງດີກວ່າທີ່ຄາດການໄວ້ ວ່າຈະເພີ່ມຂຶ້ນ 0,2% ແຕ່ເມື່ອທຽບໃສ່ໄຕມາດ 2 ຖືວ່າຫົດຕົວລົງຫຼາຍ ໂດຍໄຕມາດ 2 ເພີ່ມຂຶ້ນ 1,2%.

ນອກຈາກນີ້, ເສດຖະກິດຍີ່ປຸ່ນ ໄດ້ຮັບແຮງກົດດັນຈາກອັດຕາເງິນເຟີ້ເພີ່ມສູງຂຶ້ນ ບວກກັບການອ່ອນຄ່າລົງຢ່າງຕໍ່ເນື່ອງຂອງເງິນເຢນ ເຮັດໃຫ້ຕົ້ນທຶນການນຳເຂົ້າສິນຄ້າເພີ່ມສູງຂຶ້ນ ໂດຍສະເພາະຕົ້ນທຶນລາຄາພະລັງງານ ແລະ ວັດຖຸດິບ ເຮັດໃຫ້ຕົ້ນທຶນການຜະລິດເພີ່ມສູງຂຶ້ນ ແລະ ເມື່ອຕົ້ນທຶນການຜະລິດສູງຂຶ້ນ ກໍບີບໃຫ້ລາຄາສິນຄ້າ ແລະ ບໍລິການເພີ່ມສູງຂຶ້ນ ຈຶ່ງເປັນທີ່ມາຂອງອັດຕາເງິນເຟີ້.

May be an image of one or more people, people standing, people walking and street

ນອກຈາກນີ້, ຕົ້ນທຶນສູງຂຶ້ນ ຍັງເຮັດໃຫ້ບັນດາ ບໍລິສັດ ຜູ້ປະກອບການຕ່າງກໍພະຍາຍາມຫຼຸດຄ່າໃຊ້ຈ່າຍລົງ ໂດຍຂໍ້ມູນບົ່ງຊີ້ວ່າ ການໃຊ້ຈ່າຍຂອງບໍລິສັດໃນຍີ່ປຸ່ນ ເພີ່ມຂຶ້ນພຽງແຕ່ 1,5% ໃນໄຕມາດ 3 ເຊິ່ງໜ້ອຍກວ່າຕະຫຼາດຄາດການໄວ້ວ່າ ຈະເພີ່ມຂຶ້ນ 2,1% ແລະ ຊະລໍຕົວລົງຫຼາຍ ເມື່ອທຽບກັບໄຕມາດ 2 ທີ່ຂະຫຍາຍຕົວ 2,4%.