ສຳນັກຂ່າວຣອຍເຕີລາຍງານໃນວັນທີ 14 ພະຈິກ 2022 ວ່າ: ກອງທຶນການເງິນລະຫວ່າງປະເທດ ( IMF ) ອອກມາເຕືອນວ່າ ທ່າອ່ຽງຂອງເສດຖະກິດໂລກອາດມືດມົນກວ່າທີ່ຄາດການໄວ້ ເມື່ອເດືອນຜ່ານມາ ໂດຍອ້າງອີງຈາກດັດສະນີຜູ້ຈັດການຝ່າຍຈັດຊື້ ( PMI ) ທີ່ມີທ່າອ່ຽງອ່ອນແອລົງຢ່າງຕໍ່ເນື່ອງ ໂດຍໃນເດືອນຜ່ານມາ ໄອເອັມເອັຟ ໄດ້ປັບຫຼຸດຄາດການຂະຫຍາຍຕົວເສດຖະກິດໂລກ ໃນປີ 2023 ລົງຈາກ 2,9% ລົງມາເຫຼືອ 2,7%.

ໄອເອັມເອັຟ ລະບຸວ່າ: ດັດສະນີຊີ້ວັດທີ່ມີຄວາມຖີ່ສູງເມື່ອບໍ່ດົນມານີ້ ໄດ້ຢືນຢັນວ່າ ທ່າອ່ຽງຂອງເສດຖະກິດໂລກອ່ອນແອລົງ ໂດຍສະເພາະໃນເອີຣົບ ດັດສະນີ PMI ຊີ້ວ່າ ກິດຈະກຳການຜະລິດ ແລະ ການບໍລິການສົ່ງສັນຍານອ່ອນແອລົງໃນເຂດເສດຖະກິດຫຼັກຂອງກຸ່ມ G20 ຂະນະທີ່ກິດຈະກຳທາງເສດຖະກິດມີທ່າອ່ຽງຫົດຕົວ ເຊິ່ງສວນທາງກັບອັດຕາເງິນເຟີ້ທີ່ຍັງຢູ່ໃນລະດັບສູງ.

ໄອເອັມເອັຟ ລະບຸວ່າ: ສາເຫດທີ່ເຮັດໃຫ້ເສດຖະກິດໂລກບໍ່ສົດໃສ ມາຈາກນະໂຍບາຍການເງິນທີ່ເຂັ້ມງວດເກີນໄປ ເຊິ່ງມີຫຼາຍປະເທດໄດ້ອອກມາດຕະການ ເພື່ອຄວບຄຸມອັດຕາເງິນເຟີ້, ໃນຂະນະທີ່ເສດຖະກິດຈີນ ກໍຂະຫຍາຍຕົວຊ້າລົງ ບວກກັບຕ່ອງໂສ້ອຸປະທານ ແລະ ຄວາມບໍ່ໝັ້ນຄົງດ້ານສະບຽງອາຫານທີ່ເກີດຈາກຄວາມຂັດແຍ່ງຂອງປະເທດມະຫາອຳນາດໂລກ, ນອກຈາກນີ້ວິກິດພະລັງງານໃນສະຫະພາບເອີຣົບ ໄດ້ບັນທອນການເຕີບຕົວຂອງເສດຖະກິດຢ່າງຮຸນແຮງ ສົ່ງຜົນໃຫ້ອັດຕາເງິນເຟີ້ສູງຂຶ້ນ ບີບໃຫ້ທະນາຄານກາງຂອງຫຼາຍປະເທດຕ້ອງປັບຂຶ້ນອັດຕາດອກເບ້ຍສູງກວ່າທີ່ຄາດການໄວ້ ສົ່ງຜົນໃຫ້ສະຖານະການທາງການເງິນພົບຄວາມຫຍຸ້ງຍາກ ສິ່ງເຫຼົ່ານີ້ຈະເປັນການສ້າງ “ ຄວາມສ່ຽງວິກິດໜີ້ສາທາລະນະ ” ຂອງປະເທດກຳລັງພັດທະນາເພີ່ມຂຶ້ນ.