ຜູ້ນຳມະຫາອຳນາດໂລກ ພົບປະສອງຝ່າຍທີ່ເກາະບາຫຼີ

16

ທ່ານ ໂຈ ໄບເດັນ ປະທານາທິບໍດີສະຫະລັດອາເມຣິກາ ໄດ້ພົບປະກັບ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໃນວັນທີ 14 ພະຈິກ 2022 ທີ່ເກາະບາຫຼີ ອິນໂດເນເຊຍ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ G20, ການພົບປະຄັ້ງນີ້ ປະທານາທິບໍດີຂອງອາເມຣິກາ ໄດ້ກ່າວວ່າ ຈະບໍ່ມີສົງຄາມເຢັນຄັ້ງໃໝ່ກັບ ຈີນ.

May be an image of 2 people and people standing

ທ່ານ ສີ ຈິ້ນຜິງ ກ່າວວ່າ: ຂ້າພະເຈົ້າຍິນດີຮ່ວມກັບປະທານາທິບໍດີອາເມຣິກາ ແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາຍຸດທະສາດຂອງສາຍພົວພັນຈີນ – ອາເມຣິກາ ແລະ ບັນຫາສໍາຄັນໃນພາກພື້ນ ກໍຄືທົ່ວໂລກຢ່າງເປີດໃຈ, ລົງເລິກ ແລະ ສະເໝີຕົ້ນສະເໝີປາຍ ເພື່ອຊຸກຍູ້ໃຫ້ສາຍພົວພັນຈີນ – ອາເມຣິກາ ກັບຄືນສູ່ເສັ້ນທາງການພັດທະນາທີ່ປອດໃສ ແລະ ໝັ້ນທ່ຽງ, ສ້າງຄວາມຜາສຸກໃຫ້ແກ່ສອງປະເທດ, ນໍາເອົາຜົນປະໂຫຍດມາສູ່ໂລກ.

ທ່ານ ໂຈ ໄບເດັນ ກ່າວວ່າ: ພວກຂ້າພະເຈົ້າມີໜ້າທີ່ຮັບຜິດຊອບໃນການສະແດງໃຫ້ໂລກໄດ້ເຫັນວ່າ ອາເມຣິກາ ແລະ ຈີນ ມີຄວາມສາມາດດ້ານການຄວບຄຸມຄວາມຂັດແຍ່ງກັນ, ຫຼີກເວັ້ນບໍ່ໃຫ້ການແຂ່ງຂັນກັນກາຍເປັນການປະທະກັນ ແລະ ພະຍາຍາມດຳເນີນການຮ່ວມມືໃນບັນຫາໂລກທີ່ຮີບດ່ວນ.

May be an image of 2 people and people standing

ຜູ້ນຳຈີນ ກ່າວຕື່ມວ່າ: ໂລກຕ່າງຫວັງວ່າ ຈີນ ແລະ ອາເມຣິກາ ຈະແກ້ໄຂບັນຫາສາຍພົວພັນຂອງທັງສອງປະເທດຢ່າງເໝາະສົມ ແລະ ທັງສອງປະເທດ ຄວນຮ່ວມມືກັບທຸກປະເທດ ເພື່ອນຳເອົາຄວາມຫວັງມາສູ່ສັນຕິພາບໂລກໃຫ້ຫຼາຍກວ່າເກົ່າ, ເຮັດໃຫ້ໂລກສະຖຽນລະພາບ ແລະ ຊຸກຍູ້ການພັດທະນາຮ່ວມກັນໃຫ້ດີກວ່າເກົ່າ.