ຊາບຊື້ງນ້ຳໃຈໝໍໄທ ຊ່ວຍຊາຍລາວທີ່ໝົດທາງສູ້ກັບມາມີຊີວິດອີກຄັ້ງ

104

ເປັນເລື່ອງລາວທີ່ໜ້າປະທັບໃຈຫຼາຍ ເມື່ອແພດໝໍໄທໄດ້ເຜີຍແຜ່ການຊ່ວຍເຫຼືອຄົນເຈັບທີ່ເປັນຄົນລາວ ໄປປິ່ນປົວຢູ່ໄທ ແຕ່ເງິນໝົດກ້ຽງ ແນມຫາຫົນທາງອອກບໍເຫັນ ທີ່ໜ້າເຫັນໃຈໄປກວ່ານັ້ນແມ່ນຄົນເຈັບອາຍຸຍັງນ້ອຍ ມີລູກນ້ອຍອີກ 4 ຄົນທີ່ຕ້ອງດູແລເບິ່ງແຍງ ແຕ່ດ້ວຍຖານະຄອບຄົວທີ່ບໍມີທາງຄອບຄົວຈິ່ງຂໍເອົາຜູ້ເປັນພໍ່ກັບບ້ານແລ້ວແຕ່ບຸນແຕ່ກຳ ຈະຢູ່ຮອດມື້ໃດກໍ່ແລ້ວແຕ່!

ເມື່ອແພດໝໍຊື່ ຣາຊັນ ເຫັນແນວນັ້ນໄດ້ຮີບມາປຶກສາທ່ານໝໍໃຫຍ່ຊື່ ອ້າຍກັອດ ພ້ອມບອກວ່າຄົນເຈັບຄົນນີ້ຍັງມີໂອກາດຫາຍ ທາງໂຮງໝໍສາມາດປົວໄດ້ ແຕ່ດ້ວຍງົບທີ່ຂາດເຂີນລູກໆເພິ່ນຂໍເອົາພໍ່ກັບບ້ານເພາະບໍ່ສາມາດປົວຕໍ່ໄດ້ແລ້ວ ຖ້າເອົາໄປລາວບໍ່ລອດແນ່ນອນ ແຕ່ຖ້າຈະປົວຕໍ່ຄ່າຮັກສາຕ້ອງແກ່ຍາວເວລາອີກເຄິ່ງເດືອນຕົກເປັນເງິນແສນກວ່າບາດ ຫຼື ປະມານ 50 ລ້ານກີບ(ອັດຕາແລກປ່ຽນປະຈຸບັນ).

ທ່ານໝໍຄົນນັ້ນຍັງເລົ່າຕໍ່ວ່າ ຄົນເຈັບຜູ້ນີ້ໝົດຫົນທາງສູ້ອີຫຼີ ເຂົ້າຈະກິນຍັງບໍມີແຖມເງິນຈະຂ້າມກັບກໍບໍພໍ ເງິນກ້ອນສຸດທ້າຍທີ່ເຫຼືອຢູ່ຄື 200 ບາດ.

ເມື່ອຮູ້ຂ່າວແນວນັ້ນໝໍ ກັອດ ບໍວ່າຫຍັງຫຼາຍ ບອກໃຫ້ແຊັດລົງກຸ່ມແພດໝໍທັນທີ 10 ນາທີຕໍ່ມາ ໝໍເອັບ ທີ່ເປັນອາຈານແພດຜູ້ໃຈດີຢູ່ໂຮງໝໍອຸດອນ ໄດ້ຕອບໝໍຣາຊັນວ່າ ຕົນຈະລະດົມທຶນ ຫຼັງຈາກນັ້ນໝໍຍົດທີ່ເປັນອາຈານແພດເດັກຈາກລົບບູຣີ ກໍ່ຕອບຢືນຢັນຈະຊ່ວຍເຕັມທີ່…..

ພາຍຫຼັງໄດ້ຮັບຄວາມເຫັນທີ່ຕົງກັນຈາກແພດໝໍຫຼາຍທ່ານ ໝໍຣາຊັນ ໝັ້ນໃຈວ່າຕ້ອງຫາເງິນໄດ້ແນ່ນອນ ຈິ່ງໃຫ້ດຳເນີນເລື່ອງການຮັກສາຕາມຂະບວນຢ່າງສຸດຄວາມສາມາດ.

12 ຊົ່ວໂມງຕໍ່ມາ ຫຼັງຈາກແຊັດເຂົ້າກຸ່ມຄັ້ງທຳອິດ ທີມແພດໝໍໄດ້ດຶງເອົາພໍ່ຂອງລູກໆຊາວລາວທັງ 4 ຄົນທີ່ຍັງນ້ອຍອອກມາຈາກຄວາມຕາຍໄດ້ສຳເລັດ, ທ່ານໝໍຜູ້ຢູ່ໃນເຫດການເລົ່າວ່າ ຜົນງານຄັ້ງນີ້ມີແພດໝໍຜູ້ປິ່ນປົວຫຼັກ 4 ຄົນ ແຕ່ມີຜູ້ຊ່ວຍສະໜັບສະໜູນດ້ານທຶນຮອນການປິ່ນປົວລວມ 10 ກວ່າຄົນມີທັງແພດໝໍ ແລະນັກທຸລະກິດທີ່ຮູ້ຈັກກັນຈິ່ງຊ່ວຍເອົາຊີວິດຂອງພໍ່ຄົນລາວຄົນນັ້ນກັບຄືນມາໄດ້.