ຊຽງຂວາງ ເກມ ເລີ່ມແລ້ວມື້ທໍາອິດ ປກສ ກວາດ 4 ຫຼຽນຄໍາ, ນາງ ໄພວອນ ຄວ້າ 2 ຫຼຽນຄໍາທໍາອິດ

98

ການແຂ່ງຂັນໃນງານມະຫາກໍາກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ເລີ່ມແຂ່ງຂັນມື້ທໍາອິດແລ້ວ ໂດຍກີລາທໍາອິດທີ່ເລີ່ມແຂ່ງຂັນແມ່ນ ຍິງປືນ ປະເພດປືນສັ້ນອັດລົມ ໄລຍະ 10 ແມັດຍິງ-ຊາຍ ໂດ້ເປີດສາກຂຶ້ນໃນວັນທີ 14 ພະຈິກ 2022 ທີ່ສະໜາມກີລາຝຶກຊ້ອມຍິງປືນ 5 ເມສາ ນະຄອນຫຼວງວຽງຈັນ ໂດຍ 2 ຫຼຽນຄໍາທໍາອິດເປັນຂອງ ນາງ ໄພວອນ ວົງພະຈັນ ຈາກກະຊວງປ້ອງກັນຄວາມສະຫງົບ ( ປກສ ) ພ້ອມຊ່ວຍໃຫ້ ປກສ ກວາດໄປ 4 ຫຼຽນຄໍາ.

ການແຂ່ງຂັນກີລາ ຍິງປືນ ມີການຊີງໄຊທັງໝົດ 34 ຫຼຽນຄຳ ສຳລັບມື້ທຳອິດ ແຂ່ງຂັນຍິງປືນສັ້ນອັດລົມ ໄລຍະ 10 ແມັດ ຍິງ-ຊາຍ ລາຍການດັ່ງກ່າວແຂ່ງຂັນ ສອງຮອບ ຄັດເລືອກເອົາຄະແນນທີ່ດີທີ່ສຸດໄດ້ຫຼຽນຄຳໄປຄອງ ສຳລັບປະເພດຊາຍຍິງຮອບລະ 60 ລູກ ແລະ ປະເພດຍິງ ຍິງຮອບລະ 40 ລູກ.
ປະເພດປືນສັ້ນອັດລົມປະເພດດ່ຽວຍິງ ເປັນປະເພດຊີງຫຼຽນຄໍາທໍາອິດປາກົດວ່າ:
– ຫຼຽນຄຳ: ນາງ ໄພວອນ ວົງພະຈັນ ຈາກ ປກສ ຍິງໄດ້ 371 ຄະແນນ.
– ຫຼຽນເງິນ: ນາງ ແສງແກ້ວ ມະນີເຟືອງ ຈາກກະຊວງປ້ອງກັນປະເທດ ( ກອງທັບ ) ຍິງໄດ້ 369 ຄະແນນ.
– ຫຼຽນທອງຮ່ວມ: ນາງ ມະນີວອນ ວົງໄຊ ຍິງໄດ້ 362 ຄະແນນ ແລະ ນາງ ສຸກທະສອນ ພິມມະສອນ ຍິງໄດ້ 359 ຄະແນນ ເຊິ່ງທັງສອງມາຈາກ ປກສ.

ຂະນະທີ່ ປະເພດປືນສັ້ນອັດລົມປະເພດທີມຍິງ ມີດັ່ງນີ້:
– ຫຼຽນຄໍາ: ນາງ ໄພວອນ ວົງພະຈັນ, ນາງ ມະນີວອນ ວົງໄຊ ແລະ ນາງ ສຸກທະສອນ ພິມມະສອນ ຈາກ ປກສ ຍິງໄດ້ 1.092 ຄະແນນ.
– ຫຼຽນເງິນ: ນາງ ແສງແກ້ວ ມະນີເຟືອງ, ນາງ ພຸດສະດີ ພົມມະຈັນ ແລະ ນາງ ລັດຕະນະ ອິນທະວົງ ຈາກກອງທັບ ຍິງໄດ້ 1,078 ຄະແນນ.
– ຫຼຽນທອງຮ່ວມ: ຈາກນັກກີລາ ນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງ

ເຊິ່ງຈາກຜົນການແຂ່ງຂັນມື້ທໍາອິດມີການຊີງຫຼຽນຄໍາ 4 ຫຼຽນປະກົດວ່າ: ປກສ ກວາດທັງໝົດຄື ປືນສັ້ນອັດລົມປະເພດດ່ຽວຍິງ ຈາກນາງ ໄພວອນ, ປືນສັ້ນອັດລົມປະເພດທີມຍິງ, ປືນສັ້ນອັດລົມດ່ຽວຊາຍ ຈາກ ທ້າວ ນິກອນ ປັນຍາວົງ ແລະ ປືນສັ້ນອັດລົມປະເພດທີມຊາຍ, ສ່ວນພິທີມອບຫຼຽນແມ່ນຈະໄປຈັດຂຶ້ນທີ່ແຂວງຊຽງຂວາງ.
ສໍາລັບ ຍິງປືນ ຊຽງຂວາງ ເກມ ແມ່ນເລີ່ມແຂ່ງຂັນລະຫວ່າງວັນທີ 14-20 ພະຈິກ 2022 ຈະມີການຊີງໄຊ 9 ລາຍການ ປະກອບມີ: ປືນສັ້ນອັດລົມ ຍິງ-ຊາຍ, ປືນຍາວອັດລົມ ຍິງ-ຊາຍ, ປືນສັ້ນຍິງຊ້າ 50 ແມັດຊາຍ, ປືນຍາວທ່ານອນຍິງ, ປືນຍາວ 3 ທ່າ ຊາຍ, ປືນຍາວ 3 ທ່າ ຍິງ-ຊາຍ.
ຂ່າວ: Larh Creators; ຮູບຈາກ: ສົງການ