ທະນາຄານກາງ 5 ປະເທດອາຊຽນ ລົງນາມລະບົບຊຳລະເງິນ

204

ສຳນັກຂ່າວຕ່າງປະເທດລາຍງານຈາກອິນໂດເນເຊຍ ເມື່ອວັນທີ 14 ພະຈິກ 2022 ວ່າ ທະນາຄານກາງ 5 ປະເທດສະມາຊິກອາຊຽນ ໄດ້ແກ່: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ໄທ ແລະ ສິງກະໂປ ໄດ້ລົງນາມບົດບັນທຶກ ( MOU ) ວ່າດ້ວຍການເຮັດທຸລະກຳທາງການເງິນ ( ຊຳລະເງິນ ) ລະຫວ່າງປະເທດ ໂດຍນຳໃຊ້ນະວັດຕະກຳ ຄິວອາໂຄດ.

No photo description available.

ທັງນີ້, ພິທີລົງນາມດັ່ງກ່າວເກີດຂຶ້ນນອກຮອບກອງປະຊຸມສຸດຍອດຜູ້ນຳ G20 ທີ່ອິນໂດເນເຊຍ ໂດຍຜູ້ວ່າການທະນາຄານກາງຂອງອິນໂດເນເຊຍ ກ່າວວ່າ ການລົງນາມບົດບັນທຶກຄັ້ງນີ້ ຈະເຮັດໃຫ້ການເຮັດທຸລະກຳທາງການເງິນລະຫວ່າງກັນ ໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້ ໂດຍບໍ່ຈຳເປັນຕ້ອງແປງ ຫຼື ປ່ຽນເປັນສະກຸນເງິນໂດລາອີກຕໍ່ໄປ.

No photo description available.

ທັງນີ້, ອິນໂດເນເຊຍ ແລະ ໄທ ເລີ່ມເຊື່ອມຕໍ່ດ້ວຍຄິວອາໂຄດ ຕັ້ງແຕ່ເດືອນສິງຫາ 2022 ເປັນຕົ້ນມາ ເຊິ່ງຫຼັງຈາກນີ້ ອິນໂດເນເຊຍ ມີແຜນຂະຫຍາຍການຮ່ວມມືແບບດຽວກັນນີ້ ກັບສິງກະໂປ ແລະ ມາເລເຊຍ ຕາມດ້ວຍຟີລິບປິນໃນປີໜ້າ, ການລົງນາມບົດບັນທຶກຄັ້ງນີ້ ຖືວ່າເປັນບາດກ້າວສຳຄັນຢ່າງຍິ່ງ ໃນການເຊື່ອມໂຍງລະບົບການຊຳລະເງິນ ລະຫວ່າງກຸ່ມປະເທດໃນອາຊີຕາເວັນອອກສ່ຽງໃຕ້ ( ອາຊຽນ ) ເພື່ອຍູ້ແຮງການພັດທະນາເສດຖະກິດ – ການເງິນໃນພາກພື້ນ.