ສາວ ໄພວອນ ວົງພະຈັນ ຄວ້າຫຼຽນຄໍາທໍາອິດໃນກີລາແຫ່ງຊາດ ຄັ້ງທີ 11, ຫຼຽນທໍາອິດໃຫ້ ປກສ

614

ນາງ ໄພວອນ ວົງພະຈັນ ສາວນັກແມ້ນປືນ ຈາກກະຊວງປ້ອງກັນຄວາມສະຫງົບ ( ປກສ ) ຄວ້າຫຼຽນຄໍາທໍາອິດໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 10 ຫຼື ຊຽງຂວາງ ເກມ ທີ່ຈັດຂຶ້ນໃນມື້ນີ້ 14 ພະຈິກ ທີ່ສະໜາມກິລາຝຶກຊ້ອມຍິງປືນ 5 ເມສາ.

ລາຍການດັ່ງກ່າວເປີດສາກຂຶ້ນຢ່າງເປັນທາງການ ໂດຍກີລາຍິງປືນ ແມ່ນແຂ່ງຂັນທີ່ສະໜາມຍິງປືນ 5 ເມສາ ໃນນະຄອນຫຼວງວຽງຈັນ ໂດຍມື້ນີ້ 14 ພະຈິກນ ເປັນການແຂ່ງຂັນປືນສັ້ນ ອັດລົມ ດ່ຽວ-ທີມ ທັງຍິງ ແລະ ຊາຍ ແຂ່ງຂັນ ສອງຮອບ ຄັດເລືອກເອົາຄະແນນທີ່ດີທີ່ສຸດຈາກຄະແນນປະເພດດ່ຽວ ແລະ ທີມ ທັງຊາຍ ແລະ ຍິງ ມາສະສົມ ແລະ ບວກກັນ ໄດ້ຫຼຽນຄຳໄປຄອງ ສຳລັບປະເພດຊາຍ ຈະໄດ້ຍິງຮອບລະ 60 ລູກ ແລະ ປະເພດຍີງ ຍິງ ຮອບລະ 40 ລູກ
ຜົນປະກົດວ່າ:
ປະເພດປືນສັ້ນອັດລົມດ່ຽວຍິງ
– ຫຼຽນຄຳ: ປກສ ຈາກນາງ ໄພວອນ ວົງພະຈັນ ຍິງໄດ້ 371 ຄະແນນ.

– ຫຼຽນເງິນ: ກອງທັບ ຈາກນາງ ແສງແກ້ວ ມະນີເຟືອງ ຍິງໄດ້ 369 ຄະແນນ.
– ຫຼຽນທອງ ຮ່ວມ ຕົກເປັນຂອງປກສ
ຈາກນາງ ມະນີວອນ ວົງໄຊ ຍິງໄດ້ 362 ຄະແນນ ແລະ ນາງ ສຸກທະສອນ ພິມມະສອນ ຍິງໄດ້ 359 ຄະແນນ.
ນອກນັ້ນ, ນາງ ໄພວອນ ຍັງພາທີມຄວ້າແຊ້ມປະເພດປືນສັ້ນອັດລົມປະເພດທີມຍິງ
– ຫຼຽນຄຳ: ປກສ
1. ນາງ ໄພວອນ ວົງພະຈັນ
2. ນາງ ມະນີວອນ ວົງໄຊ
3. ນາງ ສຸກທະສອນ ພິມມະສອນ
ຍິງໄດ້ 1.092 ຄະແນນ.

– ຫຼຽນເງິນ
ກອງທັບ
1. ນາງ ແສງແກ້ວ ມະນີເຟືອງ
2. ນາງ ພຸດສະດີ ພົມມະຈັນ
3. ນາງ ລັດຕະນະ ອິນທະວົງ
ຍິງໄດ້ 1,078 ຄະແນນ.

– ຫຼຽນທອງ
ນະຄອນຫຼວງວຽງຈັນ
1. ນາງ ກົງຄຳ ບົວແສງພະຈັນ
2. ນາງ ຕຸ້ມເງິນ ທອງຄຳສຸກ
3. ນາງ ພຸດສະຫວັນ ຄຳມະນີວົງ
ຍິງໄດ້ 1,061 ຄະແນນ.
ຂ່າວ-ຮູບຈາກ: ສົງການ; Larh Creators