ປະ​ທານ​ອົງ​ການ​ກາ​ແດງ​​ແຫ່ງລາວ ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ​ສຸ​ຂະ​ພາບ​ໜຶ່ງ​ດຽວ ​ຄັ້ງ​ທີ 7 ທີ່​ປະ​ເທດ​ສິງ​ກະ​ໂປ

75

ໃນ​ລະ​ຫວ່າງວັນ​ທີ 7 ຫາ 11 ພະ​ຈິກ ​2022 ຜ່ານ​ມາ ທ່ານ ພູ​ທອນ ເມືອງ​ປາກ ປະ​ທານ​ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວ ​ໄດ້​ເດີນທາງເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ​ສຸ​ຂະ​ພາບ​ໜຶ່ງ​ດຽວ ​ຄັ້ງ​ທີ 7 ຈັດ​ຂຶ້ນ​ທີ່​ປະ​ເທດ​ສິງ​ກະ​ໂປ​ ເຊິ່ງ​ມີ​ຄະ​ນະ​ນຳ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ, ກະ​ສິ​ກຳ, ສິງ​ແວດ​ລ້ອມ, ​ອົງ​ການ​ກາ​ແດງ ແລະ​ ຊິກວົງ​ເດືອນ​ແດງ​ແຫ່ງ​ຊາດ, ອົງ​ການ​ອະ​ນະ​ໄມ​ໂລກ, ອົງ​ການ​ອາ​ຫານ​ໂລກ, ຜູ້​ຊຽວ​ຊານ​, ນັກ​ຄົ້ນ​ຄວ້າ ​ແລະ ​ວິ​ຊາ​ການ​ກ່ຽວ​ກັບ​ສຸ​ຂະ​ພາບ​ໜຶ່ງ​ເຂົ້າ​ຮ່ວມ​ຫຼາຍກວ່າ 2.000 ຄົນ ​ແລະ ​ຍັງ​ມີ​ຜູ້​ແທນ​ເຂົ້າ​ຮ່ວມ​ທາງ​ອອນ​ລາຍ​ອີກ ​2.000 ກວ່າ​ຄົນ​ໃນ​ທົ່ວ​ໂລກ.

ກອງ​ປະ​ຊຸມ​ໄດ້​ຮັບ​ກຽດ​ກ່າວ​ເປີດ​ພິ​ທີ​ໂດຍ​ທ່ານ​ປ​ະທານ​ປະ​ເທດ​ສິງ​ກະ​ໂປ ​ແ​ລະ ​ຕິ​ຕາມ​ດ້ວຍ​ການ​ສະ​ເໜີ​ບົດ​ຮຽນ​ໃນ​ການ​ເຝົ້າ​ລະ​ວັງ, ການ​ຄົ້ນ​ຫາ ​ແລະ ​ການ​ຕອບ​ໂຕ້​ການແຜ່​ລະ​ບາດ​ຂອງ​ພະ​ຍາດ​​ຈາກ​ສັດ, ຈາກ​​ສິ່ງ​ແວດ​ລ້ອມ​ສູ່​ຄົນໃນ​ໄລ​ຍະ​ຜ່ານ​ມາ​ນອກ​. ຈາກນັ້ນ, ຍັງ​ໄດ້​ມອບ​ລາງວັນ​ໃຫ້​ແກ່​ນັກ​ຄົ້ນ​ຄວ້າ​ທີ່​ດີ​ເດັ່ນ​​ ເຊິ່ງ​ແຕ່​ລະ​ປ​ະ​ເທດ​ນຳ​ມາ​ສະ​ເຫນີ​ໃນ​ກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້ ​ພ້ອມ​ທັງ​ໄດ້​ກຳ​ນົດ​ເອົາ​ແຜນ​ປະ​ຕິ​ບັດ​ງານ​ໃນ​ຕໍ່​ໜ້າ​ໄດ້​ມີ​ການ​ຮ່ວມ​ມື​ກັນ​ຢ່າງ​ແຂງ​ແຮງ​ຈາກຫຼາຍ​ພາກ​ສ່ວນ​ເພື່ອ​ອະ​ນາ​ຄົດ​ຂອງ​ໂລກ​ທີ່​ດີ​ໃນ​ການ​ປ້ອງ​ກັນ, ຄາດ​ຄະ​ເນ, ກວດ​ພົບ​, ຕອບ​ໂຕ້​ຕໍ່​ໄພ​ຂົ່ມ​ຂູ່​ສຸ​ຂະ​ພາບ​ ແລະ ​ການ​ປັບ​ປຸງ​ສຸ​ຂະ​ພາບ​ຂອງມວນ​ມະ​ນຸດ, ສັດ, ​ພືດ, ສິ່ງ​ແວດ​ລ້ອມ ໃນ​ຖາ​ນະ​ທີ່​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ກາ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ກອງ​ປະ​ຊຸມ​ສາ​ກົນ​ສຸ​ຂະ​ພາບ​ໜຶ່ງ​ດຽວ ​ໄດ້​ດຳ​ເນີນ​ມາ​ແຕ່​ປີ 2O11 ທີ່​ປະ​ເທດ​ອົດ​ສະ​ຕາ​ລີ​ ແລະ​ ດຳ​ເນີນ​ຕິດ​ຕໍ່​ກັນ​ມາ​ທຸກ 2 ປີ​ ໂດຍ​ຜັດ​ປ່ຽນ​ໄປ​ແຕ່​ລະ​ປະ​ເທດເປັນເຈົ້າພາບ​ຕາມ​ຄວາມ​ເໝາະ​ສົມ ແລະ ​ກອງປະຊຸມ ຄັ້ງ​ທີ 8 ໃນ ​2 ປີ​ ຕໍ່​ໜ້າ​​ຄື​ປີ ​2024 ​ຈະ​ຈັດ​ຂຶ້ນ​ທີ່​ປະ​ເທດ​ອາ​ຟ​ຣິກ​ກາ​ໃຕ້.

ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້ ​ປະ​ທານ​ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວ ​​ຍັງ​ໄດ້​ພົບ​ປະ​ແລກ​ປຽນ​ບົດ​ຮຽນ​ໃນ​ການ​ຊ່ວຍ​ເຫຼືອ​ຊຸມ​ຊົນ​ເພື່ອ​ປ້ອງ​ການ​ພະ​ຍາດ​ຈາກ​ສັດ​ລ້ຽງ​ມາ​ສູ່​ຄອບ​ຄົວ​ຂອງ​ຊຸມ​ຊົນ​ກັບ​ຜູ້​ຕາງ​ຫນ້າ​ກາ​ແດງ​ປະ​ເທດ​ເຄນ​ຢ້າ ​ແລະ ​ໄປ​ຢ້ຽມ​ຢາມ​ສານ​ເຝຶກ​ອົບ​ຮົມ​ຂອງ​ສະ​ຖາ​ບັນ​ສຸ​ຂະ​ພາບ ​ສິງ​ກະ​ໂປ