ມາສ່ອງເບື້ອງຫຼັງການຖ່າຍຊຸດລອຍນ້ຳຂອງໜຸ່ມໆ Miser Global Laos 2022 ທີ່ວັງວຽງ

312

ນັບວ່າເປັນອີກໜຶ່ງກິດຈະກຳທີ່ທ້າທາຍຜູ້ເຂົ້າປະກວດ Miser Global Laos 2022 ຫຼາຍສໍາລັບການຖ່າຍຊຸດລອຍນໍ້າ ເພາະວ່າທຸກຄົນແມ່ນຕ້ອງໄດ້ໂຊຫຸ່ນຂອງຕົນເອງ.

ເຊິ່ງການຖ່າຍແບບຊຸດລອຍນ້ຳຂອງໜຸ່ມໆທັອບ 12 ແມ່ນເດີນທາງໄປຖ່າຍທີ່ວັງວຽງຢູ່ທີ ທີມາກ ລີສອດ.

ໂດຍໃນຕອນເຊົ້າຂອງວັນທີ 12 ພະຈິກ 2022 ໜຸ່ມໆທັງ 12 ພ້ອມດ້ວຍທີມງານກອງປະກວດແມ່ນໄປລວມໂຕກັນທີ່ປະຕູໄຊ ກ່ອນອອກເດີນທາງໄປວັງວຽງຖ່າຍຊຸດລອຍຈາຫ້ອງເສື້ອສະເໜ່, ບອກໄດ້ເລີຍວ່າເຊັກຊີ້ ສາວໆເຫັນຕ້ອງລືມພັບຕາໄປເລີຍ ແຕ່ວ່າໜຸ່ມໆແຕ່ລະຄົນກໍ່ກຽມໂຕມາດີອີຫຼີ ຫຸ່ນດີ( ປັງບໍ່ໄຫວ) ເຊິ່ງວ່ານີ້ເປັນພຽງພາບສ່ວນໜຶ່ງຂອງການຖ່າຍ ແລະ ຈະມາອັບເດດໃຫ້ທຸກຄົນໄດ້ເຫັນເພີ່ມເຕີມເລື້ອຍໆ

.

ສຳລັບການເດີນທາງໄປວັງວຽງຂອງໜຸ່ມໆໃນຄັ້ງນີ້ ນອກຈາກຈະໄປຖ່າຍຊຸດລອຍນ້ຳຍັງໄດ້ມີການເຮັດກິດຈະກຳໃນການຮຽນຮູ້ ເພີ່ມທັກສະເພື່ອທີ່ຈະເປັນຊ່ອງທາງໃນການພັດທະນາບຸກຄະລິກກະພາບເພື່ອທີ່ຈະພ້ອມທີ່ສຸດໃນເວທີນີ້ ບໍ່ວ່າຈະເປັນການເວົ້າ, ການເດີນແບບ, ການໃຫ້ຂໍ້ຄິດຕ່າງໆຈາກຜູ້ທີ່ມີປະສົບການມາກ່ອນ.

.

ຈັ່ງໃດກໍ່ຝາກເຊຍ ໜຸ່ມໆທັງ 12 ຄົນກັນແນ່ເດີ ເຊິ່ງຮອບຕັດສິນກໍ່ໃກ້ມາແລ້ວນັ້ນກໍ່ຄື 19. 11.2022 ນີ້ ແລະ ເຮົາມາລຸ້ນກັນວ່າປີນີນີ້ແມ່ນໃຜຈະເປັນຜູ້ຊະນະ ແລະ ເຮັດໜ້າທີ່ໂຕແທນຂອງປະເທດລາວໃນເວທີ Miser Global 2022

ຕິດຕາມໄດ້ທີ່: Miser Global Laos