ເຈົ້າແຂວງໄຊສົມບູນ ລົງຕິດຕາມໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ແຕ່ບ້ານທົ່ງຄູນ-ທົ່ງຮັກ ຫາ ສາມແຍກພູຄໍາ

119

ອີງຕາມຂ່າວທ້ອງຖິ່ນແຂວງໄຊສົມບູນລາຍງານວ່າ: ໃນຕອນບ່າຍຂອງວັນທີ 11 ພະຈິກ 2022, ທ່ານ ພອຍຄໍາ ຮຸ່ງບຸນຍວງ, ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ແລະ ຊຸກຍູ້ ວຽກງານການຈັດຕັ້ງ ປະຕິບັດຄວາມຄືບໜ້າຂອງໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ແຕ່ບ້ານທົ່ງຄູນ-ທົ່ງຮັກ ຫາສາມແຍກພູຄໍາ ເມືອງອະນຸວົງ ແຂວງໄຊສົມບູນ ໃນຄວາມຍາວ 18 ກິໂລແມັດ ໂດຍມີ ທ່ານ ພູນໄຊ ພູນມີ ໄຊ, ປະທານບໍລິສັດ ພິເອັດກໍ່ສ້າງ ແລະ ທອງທ່ຽວ ຈໍາກັດ ຜູ້ດຽວ, ມີ ທ່ານ ຄໍາພຸດ ແກ້ວວົງພອນ, ຮອງຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ ພ້ອມດ້ວຍບໍລິສັດທີ່ປຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ເພັດສະຫວັນ ພັນສະດາ, ຫົວໜ້າຂະແໜງຂົວທາງ ແລະ ທາງນໍ້າ ໄດ້ລາຍງານຄວາມຄືບໜ້າຂອງ ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ແຕ່ບ້ານທົ່ງຄູນ-ທົ່ງຮັກ ຫາສາມແຍກພູຄໍາ ເມືອງອະນຸວົງ ແຂວງໄຊສົມບູນ ໃນຄວາມຍາວ 18 ກິໂລແມັດ ເຊິ່ງໂຄງການດັ່ງກ່າວ ແມ່ນໄດ້ສັນຍາທີ່ປືກສາຄວບຄຸມການກໍ່ສ້າງກໍານົດເປັນ 24 ເດືອນ ແລະ ປັດຈຸບັນ ແມ່ນໝົດອາຍຸສັນຍາແລ້ວ, ແຕ່ກໍາລັງດໍາເນີນຂັ້ນຕອນການສະເໜີຕໍ່ສັນຍາ ສໍາລັບໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດ ໃນນີ້ ໄດ້ບຸກ ເບີກ ແລະ ອະນາໄມ ສໍາເລັດ 100%, ວຽກຕັດດິນສໍາເລັດ 94,97%, ວຽກຕັດຫີນສໍາເລັດ 81,83%, ວຽກດິນຖົມຍົກລະດັບ ສໍາເລັດ 94,97%, ວຽກດິນຖົມຊັ້ນຮອງພື້ນທາງ ສໍາເລັດ 31,46%, ວຽກດິນຖົມຊັ້ນພື້ນທາງ ສໍາເລັດ 30,75%, ວຽກປູຢາງຊັ້ນ 1 ສໍາເລັດ 27,73%, ສໍາເລັດທໍ່ລ່ຽມ 6 ຈຸດ ເທົ່າກັບ 13,33%, ຍັງເຫຼືອ 7 ຈຸດ ທີ່ຈະຈັດຕັ້ງປະຕິບັດ ແລະ ສໍາເລັດທໍ່ກົມ 52 ຈຸດ ເທົ່າກັບ 47% ຍັງເຫຼືອ 10 ຈຸດ ທີ່ຈະຈັດຕັ້ງປະຕິບັດໃນຕໍ່ໜ້າ. ນອກນີ້, ວຽກງານຕ່າງໆ ທີ່ຍັງບໍ່ທັນສໍາເລັດ ກໍຈະສືບຕໍ່ຈັດຕັ້ງປະຕິບັດໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້.

ໂອກາດດຽວກັນນີ້ ທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ເນັ້ນໜັກໃຫ້ແຕ່ລະພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະແມ່ນຄະນະກໍາມະການ, ເຈົ້າຂອງໂຄງການ ແລະ ບໍລິສັດຮັບເໝົາ ກໍ່ສ້າງ ຈົ່ງພ້ອມກັນເອົາໃຈໃສ່ສືບຕໍ່ແກ້ໄຂ ແລະ ຈັດຕັ້ງປະຕິບັດທຸກໜ້າວຽກໃຫ້ສໍາເລັດ ແລະ ໃຫ້ປະຊາຊົນບັນດາເຜົ່າ ສາ ມາດນໍາໃຊ້ຖະໜົນດັ່ງກ່າວ ເຂົ້າໃນການສັນຈອນໄປມາ ດ້ວຍຄວາມສະດວກສະບາຍ ແລະ ປອດໄພ.