ນາຍົກລັດຖະມົນຕີ ລາວ-ກຳປູເຈຍ ພົບປະສອງຝ່າຍ ເສີມຂະຫຍາຍການຮ່ວມມື

90

ວັນທີ 10 ພະຈິກ 2022 ທີ່ຜ່ານມາ, ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ, ພາຍໃນການພົບປະສອງຝ່າຍ ໄດ້ສະແດງຄວາມຍິນດີທີ່ໄດ້ມີໂອກາດພົບກັນອີກຄັ້ງໜຶ່ງ ພາຍຫຼັງທີ່ໄດ້ພົບກັນ ທີ່ ແຂວງ Kumamoto, ປະເທດຍີ່ປຸ່ນ ໃນເດືອນເມສາ 2022, ພ້ອມທັງ ຕີລາຄາສູງສາຍພົວພັນມິດຕະພາບແບບບ້ານໃກ້ເຮືອນຄຽງ-ບ້ານແກ່ວເມືອງດອງ ແລະ ການຮ່ວມມືອັນດີຂອງທັງສອງປະເທດທີ່ໄດ້ຮັບການເສີມຂະຫຍາຍຢ່າງເຂັ້ມແຂງ ໃນໄລຍະທີ່ຜ່ານມາ.

ໃນໂອກາດນີ້, ຝ່າຍລາວ ໄດ້ສະແດງຄວາມຊົມເຊີຍ ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງຣາຊະອານາຈັກ ກໍາປູເຈຍ ຄົບຮອບ 69 ປີ, ສະແດງຄວາມຊົມເຊີຍ ສົມເດັດ ຮຸນ ແຊນ ໃນການເປັນປະທານອາຊຽນໃນປີ 2022 ແລະ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ສົມເດັດ ພ້ອມດ້ວຍ ພັນລະຍາ ແລະ ຈະລໍຖ້າຕ້ອນຮັບການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ສົມເດັດ ໃນມໍ່ໆນີ້.

ພ້ອມດຽວກັນນີ້, ສອງຝ່າຍ ຍັງໄດ້ເຫັນດີສືບຕໍ່ຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງຂອງທັງສອງປະເທດຢ່າງເປັນປົກກະຕິ, ພ້ອມທັງ ຊຸກຍູ້ໃຫ້ທຸກຂະແໜງການທີ່ກ່ຽວຂ້ອງຂອງທັງສອງປະເທດ ໃຫ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດບັນດາເອກະສານ ແລະ ຂໍ້ຕົກລົງຕ່າງໆ ລະຫວ່າງ ສອງນາຍົກລັດຖະມົນຕີ ໄດ້ລົງນາມຮ່ວມກັນ ໃຫ້ເປັນຮູບປະທຳ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ. ນອກຈາກນີ້, ສອງຝ່າຍ ໄດ້ຍັງປຶກສາຫາລືຢ່າງກົງໄປກົງມາ ກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງໃຫ້ຄວາມສົນໃຈ.

ຂ່າວ-ພາບ: ກະຊວງການຕ່າງປະເທດ