ສັດລ້ຽງທ່ານໄດ້ຮັບວັກຊິນລະບໍ? ພາກລັດຕັ້ງເປົ້າປີນີ້ ຕ້ອງສູ້ຊົນສັກໃຫ້ໄດ້ຫຼາຍກວ່າ 80% ຂອງຝຸງສັດທັງໝົດ

63

ການລ້ຽງສັດ ຖ້າຢາກໃຫ້ສັດແຂງແຮງທົນທານຕ້ອງສັກວັກຊິນໃຫ້ເປັນປົກກະຕິຢ່າໄດ້ຂາດ ເພາະສັດລ້ຽງກໍ່ບໍຕ່າງຫຍັງກັບຄົນເຮົາຕ້ອງມີວັກຊິນໃນໂຕ ເພື່ອມີພຸມຕ້ານທານຕໍ່ເຊື້ອພະຍາດ ແລະວັນທີ 11 ພະຈິກ ກໍເປັນວັນສັກຢາກັນພະຍາດສັດ ແຫ່ງຊາດ ປະຊາຊົນຜູ້ລ້ຽງສັດຈົ່ງຕື່ນໂຕນຳເອົາສັດລ້ຽງຂອງຕົນໄປສັກຢາໃຫ້ທົ່ວເຖິງ.

ໃນຕອນເຊົ້າວັນທີ 11 ພະຈິກ 2022 ນີ້, ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງ ໄດ້ຈັດວັນສັກຢາປ້ອງກັນພະຍາດສັດຂື້ນ ທີ່ບ້ານ ດອນໄຮ ເມືອງປາກງື່ມ ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ປອ ເພັດ ພົມພິພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ຄຳໝູນ ຕຽງທະລາດ ເຈົ້າເມືອງ-ເມືອງປາກງື່ມ, ພ້ອມນີ້ມີບັນດາທ່ານຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງ, ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ນ້ອງນ້ອຍນັກຮຽນ, ພໍ່ແມ່ປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ນາງ ວິໄລພອນ ວໍລະພີມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ໄດ້ຂື້ນລາຍງານຕໍ່ພິທີໃຫ້ຮູ້ວ່າ: ກະສິກຳການປູກຝັງ-ລ້ຽງສັດ ເພື່ອເປັນອາຊີບເສີມ ແລະ ອາຊີບຫຼັກ ເພື່ອສ້າງລາຍຮັບເຂົ້າໃນການແກ້ໄຂຊິວິດການເປັນຢູ່ໃຫ້ດີຂື້ນ ໂດຍສະເພາະແມ່ນການລ້ຽງສັດ ປະຈຸບັນນີ້ໄດ້ມີການພັດທະນາຈາກການລ້ຽງສັດແບບປະປ່ອຍຕາມທຳມະຊາດ ຫັນມາລ້ຽງແບບເປັນຟາມຫຼາຍຂື້ນ ພ້ອມທັງມີການຈັດການແບບເປັນລະບົບ, ເປັນຕົ້ນການລ້ຽງໝູ, ລ້ຽງໄກ່, ງົວ, ຄວາຍ ຢ່າງກວ້າງຂວາງ.

ແນວໃດກໍ່ຕາມເພື່ອເປັນການປ້ອງການບໍ່ໃຫ້ເກີດການລະບາດຂອງພະຍາດສັດ ຕ້ອງໄດ້ເອົາໃຈໃສ່ສ້າງຂະບວນການສັກຢາປ້ອງການພະຍາດໃຫ້ກວ້າງຂວາງ ແລະ ຕໍ່ເນື່ອງ ໃນປີນີ້ຕ້ອງສູ້ຊົນສັກຢາວັກຊິນກັນພະຍາດໃຫ້ໄດ້ຫຼາຍກວ່າ 80% ຂອງຝຸງສັດທັງໝົດ ເພື່ອບັນລຸຄາດໝາຍດັ່ງກ່າວພວກເຮົາຕ້ອງໄດ້ເອົາໃຈໃສ່ຢ່າງແຂງແຮງປະສານສົບທົບກັບບັນດາຂະແໜງການທີ່ກ່ຽວຂ້ອງໃນການປຸກລະດົມທຸກພາກສ່ວນໃນສັງຄົມ ໃຫ້ເອົາໃຈໃສ່ ໂຄສະນາ, ຈັດຕັ້ງປະຕິບັດການສັກຢາປ້ອງກັນພະຍາດສັດໃຫ້ກວ້າງຂວາງ ແລະ ຕໍ່ເນື່ອງ.

ເພື່ອເຮັດວັນສັກຢາປ້ອງກັນພະຍາດສັດແຫ່ງຊາດມີຄວາມໝາຍ, ຄວາມສຳຄັນ ທ່ານ ປອ ເພັດ ພົມພີພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ກໍ່ໄດ້ໃຫ້ກຽດ ລັ່ນຄ້ອງ 9 ບາດ ພ້ອມທັງເປີດຂະບວນການສັກຢາປ້ອງກັນພະຍາດສັດ ຢ່າງເປັນທາງການ ນັັບແຕ່ ວັນທີ 11 ພະຈິກ 2022 ເປັນຕົ້ນໄປ.